ລາຍການທ່ອງທ່ຽວຮັບໃຊ້ຊາວຫວຽດນາມອາໄສຢູ່ຕ່າງປະເທດ
13/01/2012 01:55
ລະດູບານໃຫມ່ວຽນມາ, ພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສ ຢູ່ ຕ່າງປະເທດກໍ່ພາກັນກັບຄືນເມືອປະເທດ

ເມື່ອໂອກາດບູນເຕັດ (ໝາຍເຖິງບຸນປີໃໝ່ປະຈຳຊາດ), ລະດູບານໃຫມ່ວຽນມາ, ພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສ ຢູ່ ຕ່າງປະເທດກໍ່ພາກັນກັບຄືນເມືອປະເທດ. ເພື່ອເຂົ້າຮ່ວມບັນຍາກາດຄຶກຄື້ນມ່ວຍຊື່ນຂອງບຸນເຕັດ, ນັບທັງຖືເປັນໂອກາດເພື່ອໄປຢ້ຽມຊົມທິວທັດທຳມະຊາດທີ່ສວຍສົດງົດງາມຂອງບ້ານເກີດເມືອງນອນ. ໂດຍກຳແຫນ້ນຄວາມຕ້ອງການນີ້,ບັນດາບໍລິສັດທ່ອງທ່ຽວຫວຽດນາມ ໄດ້ຈັດຕັ້ງຫຼາຍລາຍການທ່ອງທ່ຽວເພື່ອຮັບໃຊ້ໃຫ້ແກ່ພໍ່ແມ່ຊາວຫວຽດນາມອາໄສຢູ່ຕ່າງປະເທດ. ນະຄອນໂຮ່ຈິມີນ ແມ່ນສະຖານທີ່ຕ້ອນຮັບຊາວຫວຽດນາມອາໄສຢູ່ຕ່າງປະເທດກັບເມືອຕ້ອນຮັບບຸນເຕັດຫລາຍທີ່ສຸດ. ນອກຈາກຄວາມຕ້ອງການກັບເມືອຢື້ຢາມຖາມຂ່າວຍາດຕິພີ່ນ້ອງ ພາຍຫລັງທີ່ໄດ້ພັດພາກຈາກກັນມາເປັນເວລາຫລາຍປີແລ້ວ, ເຂົາເຈົ້າຍັງໄປທ່ຽວຊົມບັນດາທັດສະນີຍະພາບທີ່ສວບງາມອີກດ້ວຍ. ລາຍການທ່ອງທ່ຽວໄລຍະສັ້ນຄື: ນະຄອນ ໂຮ່ຈິມີນ - ເຈົາດົກ - ອານຢາງ ຫລື ນະຄອນ ໂຮ່ຈິມີນ - ຟູກວັກ, ນະຄອນ ໂຮ່ຈິມີນ - ກົນດ໋າວ ແມ່ນບັນດາລາຍການທ່ີພໍ່ແມ່ຊາວຫວຽດນາມອາໄສຢູ່ຕ່າງປະເທດເລືອກເຟັ້ນຫລາຍກວ່າໝູ່. ທ່ານ ຫງວຽນເທ໋ວີງ, ຮອງຜູ້ອຳນວຍການ ບໍລິສັດທ່ອງທ່ຽວ Saigontourist ໃຫ້ຮູ້ວ່າ: ໃນແຕ່ລະປີ ຈຳນວນຊາວຫວຽດນາມອາໄສຢູ່ຕ່າງປະເທດກວມປະມານ 20-30% ຈຳນວນແຂກທ່ອງທ່ຽວຂອງບໍລິສັດ. “
Related








