ລາຍການທ່ອງທ່ຽວຢ້ຽມຢາມເກາະ Ly Son - Quang Ngai
11/04/2012 06:28
ສິ່ງທີ່ດຶງດູດນັກທ່ອງທ່ຽວມາຢ້ຽມຢາມ Ly Son ນັບມື້ນັບຫລາຍຂຶ້ນນັ້ນແມ່ນນ້ຳທະເລຢູ່ ເກາະ Ly Son ຂຽວສະອາດ ພ້ອມດ້ວຍອາກາດປອດໂປ່ງ

ເກາະ Ly Son ພາບ: vietbao.vn (vovworld) - ບົນຫນ້ານ້ຳທະເລທີ່ກວ້າງໃຫຍ່ໄພສານ, ຫລຽວເບິ່ງຈາກໄກ ພວກເຮົາຈະເຫັນວ່າ ເມືອງເກາະ Ly Son ຢູ່ແຂວງ Quang Ngai ຄືດັ່ງໂຕເຕົາໃຫຍ່ພວມລອຍຢູ່ເທິງຫນ້ານ້ຳທະເລ. ແຕ່ສິ່ງທີ່ດຶງດູດນັກທ່ອງທ່ຽວມາຢ້ຽມຢາມ Ly Son ນັບມື້ນັບຫລາຍຂຶ້ນນັ້ນແມ່ນນ້ຳທະເລຢູ່ ເກາະ Ly Son ຂຽວສະອາດ ພ້ອມດ້ວຍອາກາດປອດໂປ່ງ. ຈາກທ່າກຳປັ່ນ Sa Ky ຫ່າງຈາກໃຈກາງນະຄອນ Quang Ngai ເກືອບ 30 ກິໂລແມດ, ຂີ່ກຳປັ່ນຄວາມໄວສູງເສຍເວລາປະມານ 1 ຊົ່ງໂມງ, ນັກທ່ອງທ່ຽວກໍ່ຈະຮອດເກາະ Ly Son, ຊຶ່ງແມ່ນແຫ່ງທີ່ກ່ອນນີ້ເກືອບ 3000 ປີ, ຊາວປະມົງ Sa Huynh ບັນດາຜູ້ຄົນທຳອິດມາດຳລົງຊີວິດ ແລະ ປະໃຫ້ຄົນລຸ້ນຫລັງບັນດາເລື່ອງລາວທີ່ເຕັມໄປດ້ວຍສິ່ງທີ່ເລິກລັບກ່ຽວກັບເຂດດິນທີ່ເປັນຂີດໝາຍແຫ່ງປະຫວັດສາດ ແລະ ວັດທະນະທຳມະນຸດ. ເພາະສະນັ້ນ ເມືອງເກາະ Ly Son ມີເນື້ອທີ່ພຽງ 10 ຕາລາງກິໂລແມດ ດ້ວຍພົນລະເມືອງກວ່າ 20.000 ຄົນ ແຕ່ພັດມີປູຊະນິຍະສະຖານເກືອບ 100 ແຫ່ງ ດ້ວຍບັນດາກຸ່ມວິຫານ, ວັດວາອາຮາມ, ຫໍບູຊາ ພ້ອມດ້ວຍສຸສານຂອງບັນດາທະຫານຊຶ່ງໄລຍະກ່ອນນີ້ເຂົາເຈົ້າໄດ້ເດີນເຮືອໄປປົກປັກຮັກສາ ອະທິປະໄຕ ໝູ່ເກາະ Hoang Sa ຂອງປະເທດຊາດ. ທ່ານ Pham Hoang Linh, ຮອງປະທານຄະນະກຳມະການປະຊາຊົນເມືອງເກາະ Ly Son ໃຫ້ຮູ້ວ່າ:
TAG
ຫົວຜັກທຽມ/ເກາະ
Related








