ຂັບຊວານ - ມໍລະດົກວັດທະນະທຳ ບໍ່ມີຮູບຮ່າງຂອງໂລກ
12/12/2011 08:30
ຂັບຊວານແມ່ນປະເພດສິລະປະພື້ນເມືອງຂອງແຂວງ ຟູເທາະ ທີ່ດຶງດູດຜູ້ຟັງຍ້ອນສຽງຂັບ ຮ້ອງທີ່ອ່ອນຊອນ ແລະ ວາດຟ້ອນລຽບງ່າຍ ຊຶ່ງຫາກໍໄດ້ຮັບການຮັບຮູ້ຈາກອົງການ UNESCO ວ່າແມ່ນ ມໍລະດົກວັດທະນະທຳຄວນໄດ້ຮັບການຮັກສາດ່ວນຂອງມວນມະນຸດເມື່ອວັນທີ 25 ພະຈິກທີ່ຜ່ານມາ.

ຂັບຊວານແມ່ນປະເພດສິລະປະພື້ນເມືອງຂອງແຂວງ ຟູເທາະ ທີ່ດຶງດູດຜູ້ຟັງຍ້ອນສຽງຂັບ ຮ້ອງທີ່ອ່ອນຊອນ, ແລະ ວາດຟ້ອນລຽບງ່າຍ ຊຶ່ງຫາກໍໄດ້ຮັບການຮັບຮູ້ຈາກອົງການ UNESCO ວ່າແມ່ນ ມໍລະດົກວັດທະນະທຳຄວນໄດ້ຮັບການຮັກສາດ່ວນຂອງມວນມະນຸດເມື່ອວັນທີ 25 ພະຈິກທີ່ຜ່ານມາ. ສິ່ງນີ້ເປັນການຢັ້ງຢືນອີກຄັ້ງໜຶ່ງເຖິງຄວາມເປັນເອກະລັກສະເພາະ ຂອງສິລະປະປະເພດນີ້ທີ່ມີຕໍ່ມວນມະນຸດກໍ່ຄືການວາງອອກບັນຫາຢ່າງຮີບດ່ວນ ໃນການອະນຸລັກຮັກສາມໍລະດົກຂັບຊວານໃນອະນາຄົດ. ພົ້ນເດັ່ນຂຶ້ນກ່ວາໝູ່ໃນຈຳນວນສຳເນົາເອກະສານ 23 ຊຸດທີ່ຍືນສະເໜີຕໍ່ ອົງການ UNESCO ເພື່ອພິຈາລະນາຮັບຮູ້ແມ່ນ ມໍລະດົກວັດທະນະທຳບໍ່ມີຮູບຮ່າງຄວນໄດ້ຮັບການຮັກສາດ່ວນໃນວາລະປະຊຸມຄັ້ງນີ້, ຂັບຊວານຂອງແຂວງ ຟູເທາະ ໄດ້ຮັບການຕີລາຄາວ່າ ແມ່ນມີຄວາມສົມບູນແບບທີ່ສຸດ, ສາມາດ ຕອບສະໜອງ ທຸກໆມາດຖານໂດຍບັງຄັບເພື່ອໃຫ້ UNESCO ພິຈາລະນາຮັບຮູ້. ຂັບຊວານທັງມີຄຸນຄ່າທາງດ້ານສິລະປະ, ທັງສະແດງໃຫ້ເຫັນສີສັນຂອງ ວົງຄະນະຍາດ, ພ້ອມກັນນັ້ນ ທາງຝ່າຍຫວຽດນາມຍັງສາມາດຍົກອອກ ບັນດາ ມາດຕະການລະອຽດເພື່ອອະນຸລັກຮັກສາຟື້ນຟູຂັບຊວານ. ລັດຖະບານຫວຽດນາມໄດ້ມີບົດບາດສຳຄັນໃນການຊີ້ນຳບໍລິຫານວຽກງານອະນຸລັກຮັກສາ. ຊຸດສຳເນົາເອກະ ສານໄດ້ພິສູດໃຫ້ເຫັນການສະໜັບສະໜູນຂອງທາງທ້ອງຖິ່ນໃນການອະນຸລັກ ສິລະປະຂັບຊວານ ແລະ ສະເໜີຮັບຮູ້ແມ່ນ ມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງໂລກ. ຢູ່ປະເທດຫວຽດນາມ, ຂັບຊວານໄດ້ຖືກຈັດເຂົ້າໃນບັນຊີລາຍຊື່ຄົ້ນຄ້ວາ ແລະ ອະນຸລັກຮັກສາຂອງສະຖາບັນດົນຕີ, ສະຖາບັນຄົ້ນຄ້ວາວັດທະນະທຳ ແລະ ສິລະປະທີ່ຂຶ້ນກັບກະຊວງວັດທະນະທຳກິລາ ແລະ ການທ່ອງ ທ່ຽວ, ກໍ່ຄືຖືກຈັດເຂົ້າມີໃນລະບົບຄົ້ນຄ້ວາ ແລະ ອະນຸລັກຮັກສາຂອງແຂວງຟູເທາະແຕ່ຫຼາຍປີມານີ້. ຂັບຊວານ ແມ່ນປະເພດສິລະປະ ເປັນເອກະລັກສະເພາະຂອງເຂດດິນແຫ່ງ ບັນພະບຸລຸດເຈົ້າຊີວິດຮຸ່ງຊຶ່ງໄດ້ຮັບການສະແດງໃນຕະຫຼອດໄລຍະແຫ່ງປະຫວັດ ສາດແຫ່ງການສ້າງຕັ້ງ ແລະ ປົກປັກຮັກສາປະເທດຊາດຂອງຊາດຫວຽດນາມ. ຕາມນັກຄົ້ນຄ້ວາ ດັ້ງແຫ່ງລວານ ອາດີດຮອງຫົວໜ້າສະຖາບັນດົນຕີຫວຽດນາມແລ້ວ, ຂັບຊວານ ຍັງຖືກເອີ້ນວ່າ ຂັບຮ້ອງຢູ່ເດີນສາລາ, ແມ່ນຮູບແບບສີລະປະຫຼາຍປັດໃຈ, ປະກອບດ້ວຍດົນຕີ, ຂັບຮ້ອງ, ຟ້ອນ......ຊຶ່ງເຄີຍຖືກສະແດງໃນໂອກາດຈັດງານບຸນຂອງໝູ່ບ້ານໃນຕົ້ນລະດູບານໃໝ່. ເມື່ອທຽບໃສ່ປະເພດສິລະປະພື້ນເມືອງຕ່າງໆຂອງຫວຽດນາມນັ້ນ, ຂັບຊວານ ໃນປະຈຸບັນຍັງສາມາດຮັກສາບັນດາຮ່ອງຮອຍດ້ານດົນຕີຫຼາຍສົມຄວນ ແລະ ກໍ່ແມ່ນປະເພດດົນຕີທີ່ມີລັກສະນະອາຊີບຂອງຊາວຫວຽດນາມ. ທ່ານສາດສະດາຈານ ໂຕຫງອກແທງ ປະທານສະມາຄົມສິລະປະວັນນະຄະດີພື້ນເມືອງ ຫວຽດນາມໃຫ້ຮູ້ວ່າ : “ ເມື່ອເວົ້າເຖິງຈຸດພິເສດສະເພາະຂອງ ຂັບຊວານ ກໍ່ເຫັນວ່າ ມັນມີຫຼາຍຄຸນຄ່າທີ່ແຕກຕ່າງກັນ, ເຊັ່ນ ຄຸນຄ່າດ້ານປະຫວັດສາດ, ວັດທະນະທຳ, ດົນຕີ, ສິລະປະການຟ້ອນ ......ມັນແມ່ນໜຶ່ງໃນຈຳນວນ ມໍລະດົກວັດທະນະທຳບໍ່ຫຼາຍທີ່ຂ້າພະເຈົ້າຢາກຢັ້ງຢືນວ່າ ມັນໄດ້ກຳເນີດຂຶ້ນ ນັບຕັ້ງແຕ່ປະເທດຫວຽດນາມຫາກໍໄດ້ຮັບການສ້າງຕັ້ງຂຶ້ນ ” ຂັບຊວານແມ່ນປະເພດສິລະປະຖືກສະແດງເພື່ອຖະຫວາຍຕໍ່ເທວະດາຟ້າແຖນ ຊຶ່ງພາວະນາໃຫ້ເທວະດາຟ້າແຖນໃຫ້ຄວາມຊວ່ຍເຫຼືອແກ່ຊາວບ້ານມີຄວາມອີ່ມໜຳສຳລານ ແລະ ສົມບູນພຸນສຸກ. ການສະແດງ ຂັບຊວານ ລວມມີສອງຂັ້ນຕອນຄື: ການຂັບຮ້ອງໃນຂັ້ນຕອນຈັດພິທີ, ແລະການຂັບຮ້ອງໃນຂັ້ນຕອນຈັດບຸນ. ສິລະປະ ຂັບຊວານ ຖືກຈັດເປັນກອງ, ແຕ່ລະກອງປະກອບດ້ວຍສະມາຊິກ ແຕ່ 15 ຫາ 20 ຄົນ. ຮອດຍາມຈັດງານບຸນ, ທຸກກອງສະແດງ ຂັບຊວານ ກໍ່ລ້ວນແຕ່ໄປສະແດງຢູ່ທົ່ວທຸກແຫ່ງ, ມີບາງກອງໄປຮອດສອງສາມເດືອນຈຶ່ງກັບມາ. ຊຸດອາພອນຂອງຜູ້ສະແດງ ຂັບຊວານ ໃນເມື່ອກ່ອນແມ່ນລະອຽດທີ່ສຸດຍ້ອນວ່າ ຂັບຊວານຖືກສະແດງໃນພະລາດຊະວັງສະໄໝເຈົ້າຊີວິດຮຸ່ງ. ທ່ານ ຫງວຽນຫງອກ ບາວ ນັກສະແດງ ຂັບຊວານ ໃຫ້ຮູ້ວ່າ :
Related








