VOV WorldVOV World
Ma Van Khang - ຜູ້ປຸກລຸກການເຄື່ອນໄຫວ ປະພັນວັນນະຄະດີຫວຽດນາມທັນສະໄໝ
16/04/2012 08:41
ນັກ​ປະພັນ​ວັນນະຄະດີ Ma Van Khang ​ແມ່ນ​ໜຶ່ງ​ໃນ​ຈຳນວນ​ນັກ​ປະພັນ 7 ທ່ານທີ່​ດີ​ເດັ່ນ​ໃນ​ຂົງ​ເຂດ ວັນນະຄະດີ​ໄດ້​ຮັບ​ການສະ​ເໜີ​ພິຈາລະນາຮັບລາງວັນ​ໂຮ​ຈີ​ມິນ​ຄັ້ງ​ທີ່ 4. ທ່ານ​ໄດ້​ຮັບ​ການ​ຕີ​ລາຄາວ່າ​ແມ່ນ​ປາຍ​ປາກກາ​ປະກອບສ່ວນ​ປຸກລຸກ​ການ​ເຄື່ອນ​ໄຫວ​ ວັນນະຄະດີຫວຽດນາມ​ທັນ​ສະ​ໄໝ
Ma Van Khang - ຜູ້ປຸກລຸກການເຄື່ອນໄຫວ ປະພັນວັນນະຄະດີຫວຽດນາມທັນສະໄໝ
ນັກ​ປະພັນ​ວັນນະຄະດີ Ma Van Khang (ພາບ: internet)   ນັກ​ປະພັນ​ວັນນະຄະດີ Ma Van Khang ​ແມ່ນ​ໜຶ່ງ​ໃນ​ຈຳນວນ​ນັກ​ປະພັນ 7 ທ່ານທີ່​ດີ​ເດັ່ນ​ໃນ​ຂົງ​ເຂດ ວັນນະຄະດີ​ໄດ້​ຮັບ​ການສະ​ເໜີ​ພິຈາລະນາຮັບລາງວັນ​ໂຮ​ຈີ​ມິນ​ຄັ້ງ​ທີ່ 4. ທ່ານ​ໄດ້​ຮັບ​ການ​ຕີ​ລາຄາວ່າ​ແມ່ນ​ປາຍ​ປາກກາ​ປະກອບສ່ວນ​ປຸກລຸກ​ການ​ເຄື່ອນ​ໄຫວ​ ວັນນະຄະດີຫວຽດນາມ​ທັນ​ສະ​ໄໝດ້ວຍ​ບັນດາ​ບົດ​ປະພັນທີ່​ໄດ້​ສ້າງ​ຊື່​ສຽງ​ຮຽງ​ນາມ​ໃຫ້​ທ່ານ​ນັບ​ແຕ່​ຊຸມ​ປີ​ແຫ່ງ​ກິດຈະການ​ປ່ຽນ​ແປງ​ໃໝ່ ຄື: “ ຝົນ​ຍາມ​ແລ້ງ”, “ຍາມລະດູ​ໃບ​ໄມ້​ຫຼົ່ນ​ໃນ​ສວນ”, “ ຊີວິດ​ປ່ຽວພອຍ ”....​ໃນ​​ແຕ່ລະບົດ​ປະພັນ​ຂອງ​ທ່ານ, ​ເຖິງ​ວ່າ​ຈະ​ມີ​ລັກສະນະ​ສະຫງົບ​ງຽບ​ຫຼື​ຮຸ່ນ​ແຮງ​ກໍ​ຕາມ, ​ແຕ່​ເບິ່ງ​ຄື​ວ່າ​ລ້ວນ​ແຕ່​ນຳ​ມາ​ເຊິ່ງບົດຮຽນ​ໂດຍ​ເປັນສຶກສາ​ອົບຮົມ​ພວກ​ເຮົາກ່ຽວ​ກັບ​ຄວາມ​ຮັກ​ຊີວິດ ​ແລະ ຄວາມ​ຮັກ​ແພງ​ມະນຸດ.    ນັກ​ປະພັນ​ວັນນະຄະດີ Ma Van Khang ມີ​ຊື່​ແທ້​ວ່າ Dinh Trong Toan . ທ່ານ​ໄດ້​​ເປັນ​ທີ່​ຮູ້ຈັກກັນ​ດີວ່າ​​ແມ່ນ ນັກ​ປະພັນ​ວັນນະຄະດີຈາກ​ພໍ່​ແມ່​ປະຊາຊົນ​ບັນດາ​ເຜົ່າ​ເຂດ​ພູດ​ອຍ. ​ໃນ​ຊີວິດ​ແຫ່ງ​ການປະພັນ​ວັນນະຄະດີຂອງ Ma Van Khang ມີ​ຫຼາຍ​ບົດ​ປະພັນທີ່​ປະ​ທັບ​ໃຈ​ກ່ຽວ​ກັບ​ຫົວ​ເລື່ອງ​ເຂດ​ຕົວ​ເມືອງ, ​ໃນ​ນັ້ນ​ຕ້ອງ​ເລົ່າ​ເຖິງ​ບົດ​ປະພັນ “ ຝົນ​ຍາມ​ແລ້ງ” ​ຊຶ່ງ​ຖືກ​ພິມ​ຈຳໜ່າຍ​ເມື່ອ​ປີ 1982. ​ໃນຄາວ​ນັ້ນ, ​ບົດ​ປະພັນ “ ຝົນ​ຍາມ​ແລ້ງ ” ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ຫາງສຽງ​ທີ່​ສຸດ​ຍ້ອນ​ມີ​ບັນດາ​ແນວ​ຄວາມ​ຄິດ​ອັນ​ແຮງ​ກ້າ​ໂດຍ​ນັກ​ປະພັນ​ໄດ້​ເຕື້ອງ​ເຖິງ​ໃນ​ເລື່ອງ​ນະວະນິຍາຍ​ນີ້. ສະ​ຖາ​ບັນ​ວັນນະຄະດີຫວຽດນາມ​ໃນ​ຄາວ​ນັ້ນ ​ໄດ້​ຈັດການ​ໂອ້​ລົ​ມສົນທະນາ​ກ່ຽວ​ກັບ​ບົດ​ປະພັນ​ນີ້​ຂອງ​ທ່ານ. ມາ​ຮອດ​ປະຈຸບັນ, ນັກວິຈານ​ວັນນະຄະດີ Luu Khanh Tho ຍັງ​ຈືດີ​​ເນື້ອ​ໃນການ​ໂອ້​ລົມ​ສົນທະນາ​ໃນ​ເວລາ​ນັ້ນ ​ເຖິງ​ແມ່ນ​ວ່າ 30 ປີ​ໄດ້​ລ່ວງ​ເລີຍ​ໄປ. ມີ​ຫຼາຍ​ຄົນ​ວິພາກວິຈານ​ບົດ​ປະພັນຂອງທ່ານ​. ​ແຕ່​ກໍ​ມີ​ບາງ​ຄົນນິຍົມ​ກັບ​ຄວາມ​ກ້າຫານ, ​ໃໝ່​ອຽມ​ໃນ​ປາຍ​ປາກກາ​ຂອງ​ Ma Van Khang ​ໃນ​ຂະນະ​ທີ່​ທ່ານ​ເປີດ​ເຜີຍ, ​ກ່າວ​ປະນາມ​ບັນດາ​ປະກົດ​ການ​ຫຍໍ້​ທໍ້​ທີ່​ຍັງ​ຄົງ​ຄ້າງ​ໃນ​ສັງຄົມ. ນັບ​ແຕ່​ນັ້ນ​ມາ,ຫຼາຍຄົນກ່າວເຖິງ​ຊື່​ສຽງ​ຂອງ ນັກ​ປະພັນ​ວັນນະຄະດີ Ma Van Khang ບໍ່ພຽງແຕ່ຍ້ອນບັນດາບົດ​ປະພັນ, ຕົວລະຄອນ ຢູ່ເຂດພູສູງເທົ່ານັ້ນ, ຫາກຍິ່ງກ່ວາໃຜໝົດແມ່ນການເຊື່ອມຕົວຢ່າງ​ໝັ້ນຄົງ​ໜັກ​ແໜ້ນເຂົ້າກັບກະແສ ວັນນະຄະດີຫວຽດນາມ​ທັນ​ສະ​​ໄໝ-ຕິ​ດພັນ​ກັບການ​ດຳລົງ​ຊີວິດ​ຢູ່​ເຂດ​ຕົວ​ເມືອງ​ໃນ​ຊຸ​ມປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່. ນັກວິຈານ​ວັນນະຄະດີ Luu Khanh Tho ​ເລົ່າຄືນ​ສູ​ຟັງ​ວ່າ :