ປະເພນີເຫຼື້ອມໃສບູຊາເຈົ້າຊີວິດຮຸ່ງ
12/03/2012 09:00
ເບິ່ງຄືວ່າບໍ່ມີປະເທດໃດໃນໂລກພັດມີວັນໄຫວ້ບູຊາຮ່ວມຂອງທັງຊາດ ແລະມີເຂດປູຊະນີຍະສະຖານລະດັບຊາດເພື່ອໄຫວ້ບູຊາບັນພະບຸລຸດຄືວິຫານຮຸ່ງທີ່ແຂວງຟູ້ເທາະປະເທດຫວຽດນາມ. ວັນໄຫວ້ບູຊາເຈົ້າຊີວິດຮຸ່ງ ຖືກ ລັດຫວຽດນາມ ຖືເອົາເປັນວັນໄຫວ້ບູຊາລະດັບຊາດ ແລະ ໄດ້ກາຍເປັນງານບຸນວັດທະນະທຳທີ່ມີຂອບ ຂະໜາດ ໃຫຍ່ກ່ວາໝູ່ໃນທົ່ວປະເທດຫວຽດນາມ

ເບິ່ງຄືວ່າບໍ່ມີປະເທດໃດໃນໂລກພັດມີວັນໄຫວ້ບູຊາຮ່ວມຂອງທັງຊາດ ແລະມີເຂດປູຊະນີຍະສະຖານລະດັບຊາດເພື່ອໄຫວ້ບູຊາບັນພະບຸລຸດຄືວິຫານຮຸ່ງທີ່ແຂວງຟູ້ເທາະປະເທດຫວຽດນາມ. ວັນໄຫວ້ບູຊາເຈົ້າຊີວິດຮຸ່ງ ຖືກລັດຫວຽດນາມ ຖືເອົາເປັນວັນໄຫວ້ບູຊາລະດັບຊາດ ຄືວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິ ທິນຫວຽດນາມໃນແຕ່ລະປີ ແລະ ໄດ້ກາຍເປັນງານບຸນວັດທະນະທຳທີ່ມີຂອບ ຂະໜາດໃຫຍ່ກ່ວາໝູ່ ໃນທົ່ວປະເທດຫວຽດນາມ. ດ້ວຍຈຸດວັດທະນະທຳຂອງ ງານບຸນປະເພນີອັນເປັນເອກະລັກສະເພາະທີ່ມີນັບຫຼາຍພັນປີນັ້ນ, ຫວຽດນາມພວມສືບຕໍ່ສ້າງສຳເນົາວິທະຍາສາດກ່ຽວກັບ “ການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງຢູ່ແຂວງຟູ້ເທາະ ” ໃຫ້ສົມບູນແບບເພື່ອຍື່ນສະເໜີຕໍ່ອົງການ UNESCO ຮັບຮູ້ແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງມ່ວນມະນຸດ.
Related








