ຮ່ວມແຮງຮ່ວມໃຈ “ເພື່ອພາກກາງທີ່ຮັກແພງ”
20/10/2016 09:03

(vovworld) - ຕອນເຊົ້າວັນທີ 19/10, ລະບົບກະຈາຍສຽງພາກພາສາຕ່າງປະເທດ (VOV5) ປຸກລະດົມການບໍລິຈາກເງິນສະໜັບສະໜູນປະຊາຊົນຖືກຮັບຜົນສະທ້ອນຈາກໄພທຳມະຊາດ, ນຳ້ແກ່ງຢູ່ບັນດາແຂວງທາງພາກກາງ. ພະນັກງານ, ນັກຂ່າວ, ບັນນາທິການ, ຜູ້ຮ່ວມງານ ແລະ ນັກຊ່ຽວຊານທີ່ເຮັດວຽກຢູ່ VOV5 ບໍລິຈາກເງິນໄດ້ 20 ລ້ານດົ່ງ. ທ່ານ ຫງວຽນຕ໋ຽນລອງ, ຜູ້ອຳນວຍການ VOV5 ໃຫ້ຮູ້ວ່າ, ນີ້ແມ່ນການບໍລິຈາກເງິນຄັ້ງທຳອິດເພື່ອຕອບສະໜອງກອງທຶນ “ເພື່ອພາກກາງທີ່ຮັກແພງ“ ໂດຍວິທະຍຸກະຈາຍສຽງ ຫວຽດນາມ ປຸກລະດົມໃນວັນທີ 18/10, ເພື່ອແນໃສ່ຊ່ວຍປະຊາຊົນທີ່ພວມປະສົບກັບຄວາມຫຍຸ້ງຍາກແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ. ນອກຈາກໃຫ້ຂ່າວກ່ຽວກັບສະພາບຄວາມເສຍຫາຍໂດຍພາຍຸນ້ຳແກ່ງກໍ່ຂຶ້ນທາງວິທະຍຸກະຈາຍສຽງ ແລະ ເວັບໄຊ vovworld.vn ແລ້ວ, VOV5 ຍັງເປີດບັນຊີເພື່ອໃຫ້ເພື່ອນມິດສາກົນ, ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ບັນດາອົງການ, ຫົວໜ່ວຍ ແລະ ປະຊາຊົນໃນທົ່ວປະເທດ… ສາມາດບໍລິຈາກເງິນສະໜັບສະໜູນໃຫ້ປະຊາຊົນພາກກາງອີກ.
Related
More








