logo

ກອງປະຊຸມທົ່ວປະເທດຜັນຂະຫຍາຍມະຕິ 4 ສະບັບຂອງກົມການເມືອງ: ຢືນຢັນຄວາມຕັດສິນໃຈພັດທະນາແບບຍືນຍົງ

2025/9/16 | 08:55:22
(VOVWORLD) - ການເລືອກເອົາມະຕິ 4 ສະບັບທີ່ກ່ຽວຂ້ອງເຖິງບັນດາຂົງເຂດຈຳເປັນສຳລັບການດຳລົງຊີວິດຂອງປະຊາຊົນ ໄດ້ສະແດງໃຫ້ເຫັນການໃຫ້ບຸລິມະສິດສູງຂອງພັກ ແລະ ລັດໃນການຍົກສູງຄຸນນະພາບການພັດທະນາ, ຮັບປະກັນຊີວິດສັງຄົມ
ບັນດາການນຳເຂົ້າຮ່ວມກອງປະຊຸມ
(ພາບ: VGP)

ກອງປະຊຸມທົ່ວປະເທດເຊື່ອຊຶມ, ຜັນຂະຫຍາຍການປະຕິບັດມະຕິ 4 ສະບັບຂອງກົມການເມືອງ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 16 ກັນຍາ, ຕາມຮູບແບເຊິ່ງໜ້າ ສົມທົບກັບທາງໄກ, ເຊື່ອມຕໍ່ແຂວງ, ນະຄອນ, ຄະນະ, ກະຊວງ, ຂະແໜງການທັງໝົດໃນທົ່ວປະເທດ. ກອງຊຸມສະແດງໃຫ້ເຫັນຄວາມຕັດສິນໃຈເປັນຢ່າງສູງຂອງພັກ ແລະ ລັດ ໃນການນຳບັນດາແຜນນະໂຍບາຍໃຫຍ່ເຂົ້າສູ່ຊີວິດໂດຍໄວ, ສ້າງພື້ນຖານໃຫ້ແກ່ການພັດທະນາປະເທດຊາດ ໃນໄລຍະໃໝ່ຢ່າງວ່ອງໄວ, ຍືນຍົງ.

ມະຕິ 4 ສະບັບຂອງກົມການເມືອງໄດ້ເຊື່ອມຊຶມ, ຜັນຂະຫຍາຍການປະຕິບັດ, ລວມມີ: ມະຕິເລກທີ 59 ຂອງສູນກາງ ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່; ມະຕິເລກທີ 70 ຂອງກົມການເມືອງກ່ຽວກັບການຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດຮອດປີ 2030, ວິໄສທັດຮອດປີ 2045; ມະຕິເລກທີ 71 ຂອງກົມການເມືອງ ກ່ຽວກັບການບຸກທະລຸໃນການພັດທະນາການສຶກສາ ແລະ ບຳລຸງກໍ່ສ້າງ ແລະ ມະຕິເລກທີ 72 ຂອງກົມການເມືອງ ກ່ຽວກັບບາງມາດຕະການບຸກທະລຸ, ເພີ່ມທະວີການປົກປ້ອງ, ສົ່ງເສີມ ແລະ ຍົກສູງສຸຂະພາບຂອງປະຊາຊົນ.

ການເລືອກເອົາມະຕິ 4 ສະບັບທີ່ກ່ຽວຂ້ອງເຖິງບັນດາຂົງເຂດຈຳເປັນສຳລັບການດຳລົງຊີວິດຂອງປະຊາຊົນ ໄດ້ສະແດງໃຫ້ເຫັນການໃຫ້ບຸລິມະສິດສູງຂອງພັກ ແລະ ລັດໃນການຍົກສູງຄຸນນະພາບການພັດທະນາ, ຮັບປະກັນຊີວິດສັງຄົມ, ຍືນຍົງ ແລະ ປັບຕົວກັບສະພາບການສາກົນມີການຜັນແປຫຼາຍຢ່າງ.

ຈາກຄວາມຕັດສິນໃຈດ້ານການເມືອງ ເຖິງພຶດຕິກຳຕົວຈິງ

 ສິ່ງເປັນໜ້າເອົາໃຈໃສ່ແມ່ນມະຕິທັງ 4 ສະບັບລ້ວນແຕ່ມີລັກສະນະເປັນເສົາຄ້ຳຂອງການພັດທະນາປະເທດຊາດ, ແມ່ນ 4 ຂົງເຂດທີ່ມີຄວາມສະໜິດຕິດພັນກັບປະຊາຊົນແຕ່ລະຄົນ. ບັນດາເນື້ອໃນຂອງມະຕິໄດ້ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ພັກ, ລັດ ຫວຽດນາມ ແມ່ນຍາມໃດກໍ່ຖືມະນຸດເປັນໃຈກາງຂອງຍຸດທະສາດການພັດທະນາ. ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເນັ້ນໜັກຈິດໃຈດັ່ງກ່າວຢູ່ກອງປະຊຸມທີ່ຈັດຂຶ້ນໃນຕອນເຊົ້າມື້ນີ້.

“ຕາມມະຕິສະບັບຕ່າງໆທີ່ໄດ້ຮັບການປະກາດໃຊ້ຫວ່າງມໍ່ໆມານີ້ແລ້ວ ມະນຸດເປັນປັດໃຈສຳຄັນທີ່ສຸດ, ຕັດສິນຄວາມເປັນຕາຍຂອງປະເທດຊາດ. ການລົງທຶນໃຫ້ແກ່ມະນຸດນັ້ນແມ່ນການລົທຶນໃຫ້ແກ່ການພັດທະນາ, ລົງທຶນໃຫ້ແກ່ອະນາຄົດຂອງຊາດ”.

ທ່ານ ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: VGP)

ຈຸດພິເສດຂອງກອງປະຊຸມຄັ້ງນີ້ແມ່ນຄວາມຮຽກຮ້ອງບໍ່ພຽງແຕ່ແມ່ນການຮ່ຳຮຽນ, ການຄົ້ນຄວ້າເທົ່ານັ້ນ, ຫາກຕ້ອງຫັນເປັນບັນດາໂຄງການກະທຳຂອງແຕ່ລະຂັ້ນ, ແຕ່ລະຂະແໜງ. ນີ້ແມ່ນຂອດກຸນແຈ: ຫັນມະຕິໃຫ້ປະກົດຜົນເປັນຈິງ.

ຍ້ອນໃນພຶດຕິກຳຕົວຈິງ, ເຖິງວ່າມະຕິຈະຖືກຕ້ອງຄືແນວໃດກໍ່ຕາມ ຖ້າບໍ່ໄດ້ຮັບການຜັນຂະຫຍາຍຢ່າງຂ້ຽວຂາດ, ຄົບຊຸດແມ່ນຈະບໍ່ມີຄວາມໝາຍ. ທ່ານ ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໄດ້ຊີ້ແຈ້ງສິ່ງດັ່ງກ່າວທີ່ກອງປະຊຸມ:

“ນັບແຕ່ນີ້ຮອດທ້າຍປີ, ສະພາແຫ່ຊາດຈະຈັດກອງຊຸມສະໄໝສາມັນເທື່ອທີ 10, ເຊິ່ງເປັນກອງປະຊຸມສຸດ້າຍຂອງສະພາແຫ່ງຊາດຊຸດທີ 15, ສະພາແຫ່ງຊາດຕ້ອງຜັນຂະຫຍາຍບັນດາເນື້ອໃນຂອງມະຕິດັ່ງກ່າວໃນທັນທີ, ຫັນເປັນລະບອບລະບຽບການດ້ວຍບັນດາມະຕິ, ກົດໝາຍທີ່ກ່ຽວຂ້ອງໃນທັນທີ. ປະຈຸບັນ ພວມຈັດກອງຊຸມໃຫຍ່ສ້າງເອກະສານ, ສະນັ້ນໃນແຜນການກະທຳກໍ່ຕ້ອງນຳຈິດໃຈດັ່ງກ່າວເຂົ້າໃນມະຕິ, ເອກະສາຂອງກອງຊຸໃຫຍ່ຂັ້ຂອງຕົນ. ພິເສດ, ປັບປຸງໂຄງການກະທຳເພື່ອປະຕິບັດໃນທັນທີ, ບໍ່ໃຫ້ລໍຖ້າ”.

ກຳລັງໜູນໃໝ່ໃຫ້ແກ່ການພັດທະນາປະເທດຊາດ

ທ່ານເລຂາທິການໃຫຍ່  ຖືວ່າ ການຜັນຂະຫຍາຍຍັງປະສົບກັບສິ່ງທ້າທາຍຫຼາຍຢ່າງ. ການເຊື່ອມໂຍງເຂົ້າກັບສາກົນຮຽກຮ້ອງຕ້ອງມີຄຸນນະທາດການເມືອງຢ່າງໝັ້ນຄົງເຂັ້ມແຂງຕໍ່ໜ້າການຜັນແປດ້ານພູມສາດການເມືອງທີ່ສັບສົນ. ບັນດາສິ່ງທ້າທາຍນັ້ນແມ່ນສິ່ງທົດສອບຄຸນນະທາດການນຳພາ ແລະ ຄວາມສາມາດໃນການຄຸ້ມຄອງປະເທດຊາດ. ຖ້າຜ່ານຜ່າໄປໄດ້, ນັ້ນຈະແມ່ນບາດກ້າວກະໂດດຂັ້ນ, ຖ້າຊັກຊ້າ, ຈະສ້າງຊ່ອງຫວ່າງຂອງການພັດທະນາ. ສະນັ້ນ, ທ່ານເລຂາທິການໃຫຍ່ສະເໜີວ່າ ຈາກຂັ້ນສູນກາງລົງຮອດທ້ອງຖິ່ນ ຕ້ອງຜັນຂະຫຍາຍມະຕິສະບັບຕ່າງໆດ້ວຍຈິດໃຈເປັນເຈົ້າການ, ປະດິດຄິດສ້າງ, ກຳນົດແຈ້ງເປົ້າໝາຍ, ທິດທາງ, ຄວາມຮັບຜິດຊອບ ແລະ ກົນໄກຕິດຕາມກວດກາ.

“ມະຕິ 4 ສະບັບໄດ້ຮັບການຜັນຂະຫຍາຍຢ່າງຂ້ຽວຂາດ, ຄົບຊຸດ ຈະເພີ່ລັງໜູນໃໝ່, ສ້າງກຳລັງແຮງເພື່ອໃຫ້ພວກເຮົາບຸກທະລຸ, ປະຕິບັດບັນດາເປົ້າໝາຍຍຸດທະສາດຢ່າງມີໄຊ ເຮັໃຫ້ ຫວຽດນາມ ນັບມື້ນັບຮັ່ງມີ, ເຂັ້ມແຂງ, ສີວິໄລ, ປະຊາຊົນ ຫວຽດນາມ ນັບມື້ນັບມີຄວາມຜາສຸກ. ຂ້າພະເຈົ້າຮຽກຮ້ອງໃຫ້ທົ່ວລະບົບການເມືອງເປັນຈິດໜຶ່ງໃຈດຽວ, ຮ່ວມແຮງຮ່ວມໃຈປະຕິບັດ. ຜູ້ໃດກໍ່ມີວຽກງານລະອຽດ, ມື້ໃດກໍ່ບັນລຸໝາກຜົນລະຽດ, ຫັນຄວາມຄາດຫວັງເປັນການກະທຳ, ຫັນການກະທຳເປັນໝາກຜົນ ແລະ ຫັນໝາກຜົນກາຍເປັນຄວາມໄວ້ເນື້ອເຊື່ອໃຈໃໝ່”.

ກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ 4 ສະບັບຂອງກົມການເມືອງ ບໍ່ພຽງແຕ່ແມ່ນເຫດການການເມືອງສຳຄັນເທົ່ານັ້ນ, ຫາກຍັງແມ່ນຄຳຢືນຢັນກ່ຽວກັບເສັ້ນທາງພັດທະນາຂອງ ຫວຽດນາມ. ນັ້ນແມ່ນການພັດທະນາບໍ່ພຽງແຕ່ເພື່ອເຕີບໂຕດ້ານເສດຖະກິດເທົ່ານັ້ນ, ຫາກຍັງເພື່ອຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ; ບໍ່ພຽງແຕ່ເພື່ອເຊື່ອມໂຍງແບບລ້າໆ ຫາກເຊື່ອມໂຍງໂດຍມີສີສັນ; ບໍ່ພຽງແຕ່ບືນຕົວຂຶ້ນເທົ່ານັ້ນ, ຫາກຍັງບືນຕົນຂຶ້ນແບບຍືນຍົງໃນຍຸກສະໄໝໃໝ່ອີກດ້ວຍ.

TAG
VOV/VOVworld/ຮັບປະກັນ/ໝັ້ນຄົງ/ພະລັງງານ/ແຫ່ງຊາດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ