ການມີໜ້າຢ່າງທັນການຂອງການນຳພັກ, ລັດ, ບັນດາຂະບວນລົດໄດ້ຂົນສົ່ງເຄື່ອງບັນເທົ່າທຸກໂດຍດ່ວນເຖິງມືປະຊາຊົນເຂດນ້ຳຖ້ວມ; ເຖິງວ່າໃນຍາມກາງຄືນກໍຕາມແຕ່ບັນດາຄະນະພະນັກງານ, ນັກຮົບໄດ້ອອກເຫື່ອເທແຮງເພື່ອຍົກຍ້າຍປະຊາຊົນໄປຍັງບ່ອນປອດໄພ… ການກະທຳທັງໝົດດັ່ງກ່າວ ໄດ້ສ້າງພາບພົດທີ່ອົບອຸ່ນກ່ຽວກັບສາຍຈິດມິດໃຈ, ກ່ຽວກັບກຳລັງແຮງຂອງການແບ່ງປັນອຸ້ມຊູຊ່ວຍເຫຼືອກັນໃນຍາມປະສົບກັບຄວາມຫຍຸ້ງຍາກ.
ກຳລັງກອງພັນນ້ອຍ 172 ຕັ້ງໜ້າ, ມານະພະຍາຍາມຊອກຫາຜູ້ຫາຍສາບສູນຢູ່ເທດສະບານ ໂຮ້ຍອານເຕີຍ, ນະຄອນ ດ່າໜັງ (ພາບ: VOV) |
ຄວາມປອດໄພຂອງປະຊາຊົນ ຍາມໃດກໍແມ່ນເປົ້າໝາຍສູງສຸດ
ນັບແຕ່ເມື່ອໄດ້ຮັບຂ່າວກ່ຽວກັບໄພພິບັດທຳມະຊາດ, ຄວາມເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດຂອງການນຳພັກ, ລັດ ແລະ ລັດຖະບານ ຍາມໃດກໍແມ່ນບ່ອນເພິ່ງອາໄສທີ່ສຳຄັນ. ບັນດາກອງປະຊຸມດ່ວນ, ຄຳສັ່ງບໍລິຫານຢ່າງທັນການ, ບັນດາການປະຕິບັດງານຢູ່ຈຸດໃຈກາງຂອງພາຍຸ…, ໄດ້ຊີ້ໃຫ້ເຫັນຄວາມຕັດສິນໃຈຢ່າງສູງສຸດ ນັ້ນແມ່ນປົກປ້ອງຊີວິດອິນຊີ ແລະ ຊັບສິນຂອງປະຊາຊົນ.
“ມື້ນີ້, ນ້ຳໄດ້ຫຼຸດລົງຫຼາຍແລ້ວບໍ? ລັດ ຈະມີວິທີເພື່ອແກ້ໄຂ, ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ພໍ່ແມ່ປະຊາຊົນດຳລົງຊີວິດເປັນປົກກະຕິ. ນອກຈາກອາຫານທີ່ແຮ່ໄວ້ແລ້ວ, ລັດ ຈະມີການຊ່ວຍເຫຼືອພໍ່ແມ່ປະຊາຊົນຢ່າງທັນການ. ດັ່ງນັ້ນ, ພໍ່ແມ່ປະຊາຊົນມີຂໍ້ສະເໜີແນະຫຍັງກັບອຳນາດການປົກຄອງພາຍຫຼັງເຫດນ້ຳຖ້ວມນີ້ບໍ?
ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ລົງຊີ້ນຳວຽກງານກູ້ໄພກູ້ຊີບໂດຍກົງ |
ພາຍຫຼັງທີ່ກັບມາຈາກການປະຕິບັດງານຢູ່ລາຊະອານາຈັກອັງກິດ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ລົງຢື້ຢາມຖາມຂ່າວ, ລະດົມກຳລັງໃຈບັນດາຄອບຄົວທີ່ຖືກຕົກຢູ່ບ່ອນຖືກປິດລ້ອມຍ້ອນຝົນຕົກນ້ຳຖ້ວມຢູ່ຕາແສງ ກວາງດ່ຽນ, ແຂວງ ເທື່ອທຽນເຫວ້ ໂດຍກົງ. ເມື່ອແບ່ງປັນກັບປະຊາຊົນກ່ຽວກັບບັນດາຜົນເສຍຫາຍຍ້ອນຝົນຕົກນ້ຳຖ້ວມ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກກັບອຳນາດການປົກຄອງອີກເທື່ອໜຶ່ງວ່າ ບໍ່ປະໃຫ້ປະຊາຊົນຂາດແຄນຂອງກິນ, ນ້ຳສະອາດ ຫຼື ບ່ອນອາໄສທີ່ປອດໄພ, ດ້ວຍຈິດໃຈ, ໃນທຸກກໍລະນີ, ຄວາມປອດໄພຂອງປະຊາຊົນຍາມໃດກໍແມ່ນເປົ້າໝາຍສູງສຸດ. ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການຊີ້ນຳຢ່າງທັນການ ດ້ວຍການມອບໝາຍໜ້າທີ່ຢ່າງລະອຽດ ແລະ ຈະແຈ້ງ.
“ກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ, ຈັດສົ່ງບັນດາພາຫະນະເພື່ອຮັບມື, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກນ້ຳຖ້ວມ. ກະຊວງການເງິນແກ້ໄຂເຄື່ອງສະສົມແຫ່ງຊາດຂອງລັດ; ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ກະຊວງສາທາລະນະສຸກແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງທາດເຄມີ, ຢຸກຢາ, ແນວພັນ… ກະຊວງການເງິນປະຕິບັດສຳເລັດການສະໜອງຄ່າໃຊ້ຈ່າຍເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກນ້ຳຖ້ວມ ດ້ວຍລະບຽບການທີ່ກະທັດລັດທີ່ສຸດ. ທ້ອງຖິ່ນຕ່າງໆຕ້ອງກຳແໜ້ນສະພາບການແຮສາງວັດຖຸ, ສະບຽງອາຫານ… ເພື່ອມີທິດທາງໜູນຊ່ວຍ.”
ການຊ່ວຍເຫຼືອຈາກນ້ຳໃຈສາມັກຄີສາກົນ
ຕໍ່ໜ້າຜົນກະທົບຈາກໄພພິບັດທຳມະຊາດ, ປະຊາຄົມສາກົນສືບຕໍ່ມີການຊ່ວຍເຫຼືອ ຫວຽດນາມ ຢ່າງທັນການ ແລະ ແທດຈິງ. ຫຼາຍອົງການຈັດຕັ້ງສາກົນ, ລັດຖະບານບັນດາປະເທດ ແລະ ຄູ່ຮ່ວມມືພັດທະນາໄດ້ສະແດງຄວາມສາມັກຄີ, ສະໜອງວັດຖຸອຸປະກອນກູ້ໄພກູ້ຊີບສຸກເສີນ, ອຸປະກອນຮັບມື, ເຄື່ອງບັນເທົ່າທຸກ ແລະ ຊ່ວຍເຫຼືອດ້ານການເງິນໃຫ້ແກ່ບັນດາເຂດຖືກຜົນກະທົບ. ໄລ່ຮອດທ້າຍເດືອນຕຸລາ 2025, ຫວຽດນາມ ໄດ້ຮັບເງິນຊ່ວຍເຫຼືອເກືອບ 10 ລ້ານ USD ຈາກບັນດາຄູ່ຮ່ວມມືສາກົນສຳລັບວຽກງານກູ້ໄພກູ້ຊີບ ແລະ ຟື້ນຟູພາຍຫຼັງໄພພິບັດ. ຫຼາຍອົງການຈັດຕັ້ງສາກົນຄື ສປຊ, ສະພາກາແດງ - ຊິກວົງເດືອນແດງສາກົນ, ພ້ອມດ້ວຍອົງການບໍ່ຂຶ້ນກັບລັດຖະບານໄດ້ເລີ່ມປະຕິບັດກົນໄກປະຕິກິລິຍາຮັບມືໄວ, ສະໜອງເຄື່ອງກູ້ຊີບທີ່ຈຳເປັນ, ເຄື່ອງກັ່ນຕອງນ້ຳ, ລະບົບອະນາໄມ ແລະ ຊ່ວຍເຫຼືອສ້າງບ່ອນອາໄສຊົ່ວຄາວໃຫ້ແກ່ປະຊາຊົນ.
ທ່ານ Watanabe Hiroyuki ປະທານກອງທຶນສະໂມສອນ Aeon, ຍີ່ປຸ່ນ ມອບເງິນຊ່ວຍເຫຼືອ 50.000 USD |
ຫວ່າງມໍ່ໆມານີ້, ທ່ານ Watanabe Hiroyuki ປະທານກອງທຶນສະໂມສອນ Aeon, ຍີ່ປຸ່ນ ໄດ້ມາຍັງສະຖານທູດ ຫວຽດນາມ ປະຈໍາ ໂຕກຽວ, ປະເທດຍີ່ປຸ່ນ ເພື່ອມອບເງິນຊ່ວຍເຫຼືອ 50.000 USD. ກ່າວຄຳເຫັນນະທີ່ນີ້, ທ່ານ Watanabe ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າ, ດ້ວຍຖານະເປັນວິສາຫະກິດທີ່ພວມດຳເນີນທຸລະກິດຢູ່ ຫວຽດນາມ, ປາດຖະໜາວ່າຈະປະກອບສ່ວນລະດັບໜຶ່ງເພື່ອຊ່ວຍໃຫ້ຜູ້ປະສົບເຄາະຮ້າຍຈາກໄພທຳມະຊາດຢູ່ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງ ແລະ ກັບຄືສູ່ການດຳລົງຊີວິດເປັນປົກກະຕິໂດຍໄວ.”
ແຂກທ່ອງທ່ຽວຕ່າງປະເທດຢູ່ ຫວຽດນາມ ລະດົມເຄື່ອງຊ່ວຍເຫຼືອປະຊາຊົນຜູ້ປະສົບເຄາະຮ້າຍ |
ໃນຊຸມວັນນີ້, ແຂກທ່ອງທ່ຽວສາກົນທີ່ພວມຢູ່ ຫວຽດນາມ ກໍຕັ້ງໜ້າຮ່ວມແຮງຮ່ວມໃຈຊ່ວຍເຫຼືອປະຊາຊົນເຂດຖືກຜົນກະທົບຈາກໄພທຳມະຊາດ ດ້ວຍບັນດານການກະທຳທີ່ແທດຈິງ, ເຊັ່ນ: ລະດົມເງິນຊ່ວຍເຫຼືອ, ຂອງຂວັນ, ເຮັດອະນາໄມພາຍຫຼັງພາຍຸນ້ຳຖ້ວມພ້ອມກັບປະຊາຊົນ.
“ຂ້າພະເຈົ້າຄິດວ່າ, ດຽວນີ້, ເຂົາເຈົ້າຕ້ອງການການຊ່ວຍເຫຼືອ. ຫວັງວ່າ ຂອງຂວັນເລັກນ້ອຍຂອງພວກຂ້າພະເຈົ້ານີ້ ຈະນຳເອົາຄວາມອົບອຸ່ນມາໃຫ້ເຂົາເຈົ້າ. ຂ້າພະເຈົ້າກໍຮູ້ສຶກດີໃຈເມື່ອໄດ້ເຮັດວຽກງານນີ້”.
“ຂ້າພະເຈົ້າມີຄວາມປະທັບໃຈ ແລະ ຕື້ນຕັນໃຈສຳລັບວິທີເຮັດຂອງປະຊາຄົມຊາວ ຫວຽດນາມ ທີ່ໄດ້ຊ່ວຍເຫຼືອກັນເມື່ອປະສົບກັບຄວາມຫຍຸ້ງຍາກ. ນີ້ແມ່ນສິ່ງທີ່ສຸດຍອດ. ຂ້າພະເຈົ້າຈະຈື່ຈຳການທ່ອງທ່ຽວຄັ້ງນີ້ໄວ້ໃນຄວາມຊົງຈຳຂອງຕົນ”.
ໃນສະພາບທີ່ໄພພິບັດທຳມະຊາດດຳເນີນຢ່າງສັບສົນ, ນ້ຳໃຈສາມັກຄີພາຍໃນປະເທດ ແລະ ການຊ່ວຍເຫຼືອອັນລ້ຳຄ່າຂອງປະຊາຄົມສາກົນ ໄດ້ກາຍເປັນບ່ອນເພິ່ງພາອາໄສທີ່ສຳຄັນຊ່ວຍໃຫ້ ຫວຽດນາມ ຫຼຸດຜ່ອນຜົນເສຍຫາຍ ແລະ ຟື້ນຟູໂດຍການດຳລົງຊີວິດໂດຍໄວ./.




