(VOVWORLD) - ແຕ່ລະປີຮອດເດືອນພຶດສະພາ ແລະ ເດືອນມິຖຸນາ ບັນດາເນື້ອທີ່ນາຂັ້ນໄດຢູ່ຖົ່ວເຂດພູຜາປ່າໄມ້ທາງພາກເໜືອຂອງ ຫວຽດນາມ ຍິ່ງສວຍງາມຫຼາຍຂຶ້ນໃນທ່າມກາງແສງແດດຍາມນ້ຳຖ້ວມ ປຽບເໝືອນຮູບພາບສີນ້ຳທີ່ງົດງາມ
![]() |
| ແຕ່ລະປີຮອດເດືອນພຶດສະພາ ແລະ ມິຖຸນາ ເມື່ອເລີ່ມເກີດຜົນຕົກໜັກໃນຍາມລະດູຮ້ອນ ກໍ່ແມ່ມຊ່ວງເວລາທີ່ພໍ່ແມ່ພີ່ນ້ອງເຂດພູສູງໄດ້ລົງນາມເພື່ອປັກດຳກະກຽມໃຫ້ ລະດູການຜະລິດໃໝ່. ນາຂັ້ນໄດທີ່ເຄີຍແຫ້ງແລ້ງພາຍຫຼັງລະດູການເກັບກຽວ, ປັດຈຸບັນ ມີນ້ຳຖ້ວມໄດ້ສ້າງຄວາມງາມມະຫັດສະຈັນຫຼາຍຂຶ້ນ |
![]() |
| ຍາມນ້ຳຖ້ວມໄດ້ເຮັດໃຫ້ເນື້ອທີ່ນາຂັ້ນໄດງົດງາມຍິ່ງໆຂຶ້ນ ປຽບເໝືອນຮູບພາບດັ່ງໃນຝັນ. |
![]() |
| ທັດສະນີຍະພາບບັນດາເນື້ອທີ່ນາຂັ້ນໄດຢູ່ໝູ່ກັງຈາຍ ມີຄວາມສວຍສົດງົດງາມ |
![]() |
| ຍາມນ້ຳຖ້ວມກໍ່ແມ່ນຍາມມີທິວທັດສວຍງາມເປັນເອກະລັກຍ້ອນ ປະຊາຊົນຢູ່ເຂດພູສູງພຽງປູກເຂົ້າພຽງລະດູການໜຶ່ງໃນປີ “ນາຂັ້ນໄດຢູ່ບ້ານຝຸ່ງ ເມືອງຮ່ວາງຊູຝີ່ແຂວງ ຮ່າຢາງ” |
![]() |
| ຍາມນ້ຳຖ້ວມຊາວທ້ອງຖິ່ນປ້ານຄູຄັນນາ ເພື່ອຊົງນ້ຳ ເຂົ້າເນື້ອທີ່ນາ ກະກຽມການຕົກກ້າ ແລະ ປັກດຳ. |
![]() |
| ແສງແດດປະສານກັບສີຂຽວຂອງເຂົ້າອ່ອນໄດ້ສ້າງ ເປັນຮູບພາບທີ່ງົດງາມຢູ່ຕາມເນື້ອທີ່ນາຂັ້ນໄດ ພ້ອມກັບຮູບພາບພໍ່ແມ່ພີ່ນ້ອງເຜົ່າມົ້ງພວມ ປັກດຳ ຢ່າງຫ້າວຫັນ |
![]() |
| ບ້ານຝຸ່ງເມືອງຮ່ວາງຊູຝີ່ ໃນແຂວງ ຮ່າຢາງໃນຍາມນ້ຳຖ້ວມ |
![]() |
| ນາຂັ້ນໄດທີ່ງົດງາມໃນຕາແສງຕາແລ່ງເມືອງຕາມເດືອງແຂວງລາຍເຈົາ |
![]() |
| ນາຂັ້ນໄດໃນບ້ານງາຍເທົ່າເມືອງບາດຊາບ ແຂວງ ລາວກາຍໃນຍາມສະຍັນ |
![]() |
| ນາຂັ້ນໄດຢູ່ເຂດພູສູງລາຍເຈົາໃນຍາມ ດ່ວງຕາເວັນຕົກດິນ |




