|
(ພາບ: REUTERS/Mike Segar)
|
ໃນຊຸມມື້ຜ່ານມາ, ມີຫຼາຍປະເທດໃນໂລກໄດ້ຮັບຮອງລັດ ປາແລັດສະຕິນຢ່າງເປັນທາງການ. ການກະທຳທາງການທູດທີ່ສຳຄັນດັ່ງກ່າວໄດ້ເປີດຄວາມຫວັງໃຫ້ແກ່ການຟື້ນຟູມາດຕະການແກ້ໄຂ 2 ລັດ ອິດສະຣາແອັນ ແລະ ປາແລັດສະຕິນ, ພ້ອມກັນນັ້ນ, ອາດຈະສ້າງເປັນຄວາມກົດດັນໃຫຍ່ພໍສົມຄວນແກ່ສາກົນເພື່ອຢຸດຕິການປະທະກັນຢູ່ເຂດ ກາຊາ.
ວັນທີ 22 ກັນຍາ, ກ່າວຄຳເຫັນທີ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ, ທີ່ ນິວຢອກ, ປະເທດ ອາເມລິກາ, ທ່ານ Emmanuel Macron, ປະທານາທິບໍດີ ຝລັ່ງ ຖະແຫຼງວ່າ ຝລັ່ງ ຮັບຮອງລັດ ປາແລັດສະຕິນ ຢ່າງເປັນທາງການ. ດ້ວຍຂໍ້ຕົກລົງດັ່ງກ່າວ, ຝລັ່ງ ເປັນປະເທດຝ່າຍຕາເວັນຕົກຫຼ້າສຸດທີ່ຮັບຮອງລັດ ປາແລັດສະຕິນ, ຖັດຈາກ ການາດາ, ອັງກິດ, ແບນຊິກ, ອົດສະຕາລີ ຫຼື ປອກຕຸຍການ.
ບາດກ້າວປະຫວັດສາດ
ຂໍ້ຕົກລົງທີ່ມີລັກສະນະປະຫວັດສາດຈາກບັນດາປະເທດຝ່າຍຕາເວັນຕົກທີ່ເຄີຍເປັນສຳພັນທະມິດ ກັບອິດສະຣາແອັນ ມາແຕ່ດົນນານ ໄດ້ສ້າງຂີດໝາຍທາງການທູດສຳຄັນສຳລັບວິວັດທະນາການສັນຕິພາບທີ່ແກ່ຍາວເປັນເວລາຫຼາຍທົດສະວັດຜ່ານມາຢູ່ພາກພື້ນຕາເວັນອອກກາງ, ກໍຄືໃນສະພາບປະຈຸບັນຂອງການປະທະກັນຢູ່ເຂດ ກາຊາ. ກ່ອນ ຝລັ່ງ, ການາດາ ແລະ ອັງກິດ ໄດ້ເປັນບັນດາປະເທດທຳອິດໃນກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ຮັບຮອງລັດ ປາແລັດສະຕິນ, ໂດຍບໍ່ຫົວຊາຕໍ່ການຄັດຄ້ານຈາກ ອາເມລິກາ. ສິ່ງທີ່ໜ້າສົນໃຈ, ຂໍ້ຕົກລົງຮັບຮອງລັດ ປາແລັດສະຕິນ ຂອງລາຊະອານາຈັກ ອັງກິດ ໄດ້ຍົກອອກມາພາຍຫຼັງການຢ້ຽມຢາມ ອັງກິດ ຂອງທ່ານ Donald Trump, ປະທານາທິບໍດີ ອາເລິກາ (ແຕ່ວັນທີ 17 – 19 ກັນຍາ), ເປັນສັນຍານສະແດງໃຫ້ເຫັນວ່າ ລັດຖະບານຂອງທ່ານ Keir Starmer, ນາຍົກລັດຖະມົນຕີ ອັງກິດ ຈະບໍ່ຫົວຊາຕໍ່ກຳລັງດັນຈາກ ວໍຊິງຕັນ. ທ່ານ Emmanuel Macron, ປະທານາທິບໍດີ ຝລັ່ງ ຢືນຢັນວ່າ ຮອດເວລາແລ້ວທີ່ທຸກຝ່າຍຕ້ອງມີທັດສະນະກົງໄປກົງມາຕໍ່ສະພາບຕົວຈິງໃນປະຈຸບັນຢູ່ພາກພື້ນຕາເວັນອອກກາງ, ຊ້ຳບໍ່ໜຳຍັງສະເໜີຈັດສົ່ງກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດໄປຍັງເຂດ ກາຊາ ເພື່ອຮັກສາສະຖຽນລະພາບ, ສັນຕິພາບໃນໄລຍະຍາວຢູ່ເຂດດິນແດນນີ້.
ທ່ານ Wolf-Christian Paes, ນັກຊ່ຽວຊານກ່ຽວກັບການປະທະກັນດ້ວຍກຳລັງອາວຸດ ຢູ່ສະຖາບັນສາກົນກ່ຽວກັບການຄົ້ນຄວ້າຍຸດທະສາດ - IISS ມີສຳນັກງານຢູ່ ລອນດອນ, ອັງກິດ, ໃຫ້ຂໍ້ສັງເກດວ່າ:
“ຈຸດປະສົງຮັບຮອງລັດ ປາແລັດສະຕິນ ຂອງປະເທດຝ່າຍຕາເວັນຕົກຈຳນວນໜຶ່ງ ແມ່ນເພື່ອມຸ່ງໄປເຖິງມາດຕະການສອງລັດທີ່ໄດ້ຮັບຄວາມເຫັນດີເປັນເອກະພາບໃນຂໍ້ຕົກລົງ Oslo ກ່ອນນີ້ກວ່າ 30 ປີແລ້ວ, ແຕ່ບັນລຸຄວາມກ້າວໜ້າບໍ່ຫຼາຍໃນກວ່າ 2 ທົດສະວັດຜ່ານມາ. ຈຸດປະສົງຢູ່ທີ່ນີ້ແມ່ນບາດກ້າວເດີນ, ເຖິງວ່າຈະມີຄວາມໝາຍເປັນສັນຍາລັກ, ແຕ່ກໍຈະສ້າງກຳລັງໜູນໃໝ່ໃຫ້ແກ່ວິວັດທະນາການພາໄປເຖິງມາດຕະການ 2 ລັດ”.
ໃນຂະນະນັ້ນ, ທ່ານ Antonio Guterres, ເລຂາທິການໃຫຍ່ສະຫະປະຊາຊາດ ຖືວ່າ ສິ່ງສຳຄັນໃນສະພາບຄວາມໝັ້ນຄົງໃນປະຈຸບັນຢູ່ພາກພື້ນຕາເວັນອອກກາງແມ່ນ ບັນດາຝ່າຍບໍ່ມີຫຼາຍ, ຊ້ຳບໍ່ໜຳແມ່ນບໍ່ມີການເລືອກເຟັ້ນໃດໆທີ່ຈະປ່ຽນແທນໄດ້ໃນໄລຍະຍາວ ແລະ ຍືນຍົງໃຫ້ແກ່ມາດຕະການ 2 ລັດ ອິດສະຣາແອັນ ແລະ ປາແລັດສະຕິນ ຄົງຕົວພ້ອມກັນ.
“ບັນດາຜູ້ຄັດຄ້ານຕ້ອງຕອບຄຳຖາມພື້ນຖານທີ່ວ່າ: ມາດຕະການປ່ຽນແທນແມ່ນຫຍັງ? ແມ່ນບໍວ່ານັ້ນແມ່ນແຜນການໜຶ່ງລັດ, ໃນນັ້ນ ຊາວ ປາແລັດສະຕິນ ຖືກປະຕິເສດບັນດາສິດພື້ນຖານ? ສິ່ງນີ້ອາດສາມາດເກີດຂຶ້ນໃນສະຕະວັດທີ 21 ໄດ້ຫຼືບໍ່? ຄາວນັ້ນຈະບໍ່ມີສັນຕິພາບ, ຄວາມຍຸຕິທຳ ແລະ ຕ້ອງເວົ້າແຈ້ງວ່າ ລັດໃຫ້ຊາວ ປາແລັດສະຕິນ ແມ່ນສິດຜົນປະໂຫຍດ, ຫາກບໍ່ແມ່ນຂອງຂວັນ”.
|
(ພາບປະກອບ: REUTERS/Dawoud Abu Alkas)
|
ບໍ່ແມ່ນໜ້າທີ່ງ່າຍດາຍ.
ເລື່ອງບັນດາປະເທດຝ່າຍຕາເວັນຕົກ ຍູ້ແຮງວຽກງານຮັບຮອງລັດ ປາແລັດສະຕິນ ໄດ້ຮັບການສະໜັບສະໜູນຈາກຫຼາຍປະເທດທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ. ທ່ານ Faisal bin Farhan, ລັດຖະມົນຕີການຕ່າງປະເທດ ຊະອຸດີ ອາຣະເບຍ ໄດ້ຮຽກຮ້ອງໃຫ້ທຸກປະເທດຈົ່ງປະຕິບັດຕາມບັນດາປະເທດຝ່າຍຕາເວັນຕົກ ແລະ ຮັບຮອງລັດ ປາແລັດສະຕິນ. ໃນຂະນະນັ້ນ, ທ່ານນາງ Annalena Baerbock, ປະທານກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 80, ທັງເປັນອະດີດລັດຖະມົນຕີການຕ່າງປະເທດ ເຢຍລະມັນ ຢືນຢັນວ່າ ເລື່ອງວັນທີ 22 ກັນຍາ, ມີ142 ປະເທດສະມາຊິກສະຫະປະຊາຊາດໄດ້ປ່ອນບັດຮັບຮອງເອົາຖະແຫຼງການ ນິວຢອກ (ກ່ຽວກັບມາດຕະການສັນຕິພາບໃຫ້ແກ່ບັນຫາ ປາແລັດສະຕິນ ແລະ ປະຕິບັດມາດຕະການ 2 ລັດ)ນັ້ນ ແມ່ນສານຢ່າງແຮງ ສະແດງໃຫ້ເຫັນປະຊາຄົມສາກົນສ່ວນຫຼາຍຢາກຢຸດຕິການປະທະກັນຢູ່ເຂດ ກາຊາ ໃນທັນທີ, ພ້ອມທັງມອບ ສິດຜົນປະໂຫຍດຂອງລັດສົມບຸນໃຫ້ປະຊາຊົນ ປາແລັດສະຕິນ. ທ່ານ Mahmoud Abbas, ປະທານາທິບໍດີ ປາແລັດສະຕິນ ກໍ່ຖືວ່າ ບັນດາການກະທຳທາງການທູດທີ່ສະໜັບສະໜູນ ປາແລັດສະຕິນ ໃນຊຸມມື້ຜ່ານມາ ນັ້ນແມ່ນຄຳຮຽກຮ້ອງໃຫ້ສະຫະປະຊາຊາດຮັບຮອງ ປາແລັດສະຕິນ ດ້ວຍຖານະເປັນສະມາຊິກສົມບຸນ.
ເຖິງຢ່າງໃດກໍ່ຕາມ, ວົງການນັກສັງເກດການຕີລາຄາວ່າ ນີ້ບໍ່ແມ່ນໜ້າທີ່ງ່າຍດາຍສຳລັບ ປາແລັດສະຕິນ. ນັກຊ່ຽວຊານ Victor J.Willi, ຫົວໜ້າຝ່າຍບໍລິຫານສະຖາບັນຄົ້ນຄວ້າຕາເວັນອອກກາງຂອງ ສະວິດ (MEIS), ຕີລາຄາວ່າ:
“ນີ້ແມ່ນບັນດາການຫັນປ່ຽນທີ່ມີລັກສະນະເປັນສັນຍາລັກ ແລະ ອາດຈະສົ່ງຜົນກະທົບດ້ານນິຕິກຳສ່ວນໃດສ່ວນໜຶ່ງ, ແຕ່ກ່ຽວກັບຄວາມດຸ່ນດ່ຽງດ້ານສິດອຳນາດ ຫຼື ບັນດາບັນຫາໃຫຍ່ກວ່າ, ສິ່ງນີ້ບໍ່ມີການປ່ຽນແປງຫຼາຍເທື່ອ. ແຕ່ໃນໄລຍະຍາວ, ແຕ່ 10 – 20 ປີ ຈະມາເຖິງ, ບັນດານັກປະຫວັດສາດຈະຫວນຄືນ ແລະ ຕີລາຄາວ່າ ນີ້ແມ່ນຈຸດເວລາພາໄປເຖິງການສ້າງຕັ້ງລັດ ປາແລັດສະຕິນ. ອາດຈະເປັນແນວນັ້ນ”.
ຄວາມວິຕົກກັງວົນໃຫຍ່ໃນປະຈຸບັນຂອງບັນດາປະເທດຝ່າຍຕາເວັນຕົກທີ່ຫາກໍຮັບຮອງລັດ ປາແລັດສະຕິນ ແມ່ນບັນດາຄຳກ່າວເຕືອນໂຕ້ຕອບຈາກຝ່າຍ ອິດສິຣາແອັນ. ໃນຊຸມມື້ຜ່ານມາ, ມີເຈົ້າໜ້າທີ່ ອິດສະຣາແອັນ ຫຼາຍທ່ານໄດ້ເປີດເຜີຍນາບຂູ່ຈະໂຮມຝັ່ງຕາເວັນຕົກແມ່ນ້ຳຈໍແດນ ເຊິ່ງ ປາແລັດສະຕິນ ພວມຄວບຄຸມ ເຂົ້າກັບປະເທດນີ້, ສິ່ງດັ່ງກ່າວອາດຈະເຮັດໃຫ້ວິກິດການຢູ່ພາກພື້ນຕາເວັນອອກກາງຮ້າຍແຮງຂຶ້ນຕື່ມ.




