![]() |
|
ເມື່ອໄປຢ້ຽມຢາມເຂດດິນແດນ ເຫວະ, ນັກທ່ອງທ່ຽວຈະໄດ້ຄົ້ນຫາຫຼາຍຈຸດວັດທະນະທຳຂອງເຂດເມືອງຫຼວງເກົ່າ.
(ພາບ: FB ເລຮຸຍຮ່ວາງຫາຍ)
|
![]() |
|
ໜຶ່ງໃນບັນດາຈຸດວັດທະນະທຳພົ້ນເດັ່ນຂອງ ເຫວະ ແມ່ນດົນຕີສະແດງໃນພະລາຊະວັງ ເຫວະ (ຍາຍາກ).
(ພາບ: FB ຍາຍາກ ພະລາຊະວັງ ເຫວະ)
ຍາຍາກ ແມ່ນປະເພດດົນຕີທີ່ມີມາແຕ່ສະໄໝສັກດີນາ ເຊິ່ງໄດ້ສະແດງຮັບໃຊ້ຢູ່ໃນພະລາຊະວັງໃນໂອກາດງານບຸນ.
|
![]() |
|
ກອງນັກດົນຕີສະແດງ ຍາຍາກ ໃນພະລາຊະວັງ ເຫວະ ເມື່ອກ່ອນ.
(ພາບເອກະສານ: toquoc.vn)
|
![]() |
|
ສະໄໝເຈົ້າຊີວິດ ຫງວຽນ, ຍາຍາກ ຈຶ່ງພັດທະນາສົມບູນແບບ ແລະ ກາຍເປັນພາກສ່ວນທີ່ຂາດບໍ່ໄດ້ໃນທຸກພິທີກຳ ແລະ ການເຄື່ອນໄຫວໃນພະລາຊະວັງ.
(ພາບເອກະສານ: VNP)
|
![]() |
|
ໂດຍແຕກຕ່າງກັບດົນຕີພື້ນເມືອງຢູ່ ຫວຽດນາມ, UNESCO ຕີລາຄາວ່າ ຍາຍາກ ສະແດງໃນພະລາຊະວັງ ແມ່ນປະເພດດົນຕີທີ່ມີໜຶ່ງບໍ່ມີສອງລະດັບຊາດ.
(ພາບເອກະສານ: danviet.vn)
|
![]() |
|
ທ້າຍປີ 2003, UNESCO ໄດ້ຮັບຮອງເອົາ ຍາຍາກສະແດງໃນພະລາຊະວັງ ແມ່ນມໍລະດົກບໍ່ເປັນວັດຖຸຂອງມວນມະນຸດ.
(ພາບ: ສູນອະນຸລັກຮັກສາມໍລະດົກກຸງເກົ່າ ເຫວະ)
|
![]() |
|
ນີ້ແມ່ນຄວາມເປັນກຽດ ແລະ ຄວາມເອກອ້າງທະນົງໃຈສຳລັບ ເຫວະ ກໍຄືຊາດ ຫວຽດນາມ.
(ພາບ: ສູນອະນຸລັກຮັກສາມໍລະດົກກຸງເກົ່າ ເຫວະ)
|
![]() |
| ຕອນຄ່ຳວັນທີ 16 ມິຖຸນາ, ຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫວະ ໄດ້ຈັດພິທີສະເຫຼີມສະຫຼອງ 30 ປີເຂດມໍລະດົກກຸງເກົ່າ ເຫວະ (1993 – 2023) ແລະ ຍາຍາກ - ດົນຕີສະແດງໃນພະລາຊະວັງ ຫວຽດນາມ (2003- 2013) ເຊິ່ງ UNESCO ເຊີດຊູແມ່ນມໍລະດົກໂລກ ຄົບຮອບ 20 ປີ. |
![]() |
![]() |
![]() |
|
ຢວຽດທິເດື່ອງ - ໂຮງລະຄອນສິລະປະທີ່ເປັນມູນເຊື້ອ ພະລາຊະວັງ ເຫວະ
(ພາບ: toquoc.vn)
|




