(VOVWORLD) - ໂຮງລະຄອນໂຮ່ເງືອມຕັ້ງຢູ່ເຮືອນເລກທີ 40 – 40A ຖະໜົນຮ່າງບ່າຍ, ຮ່າໂນ້ຍ ແມ່ນໂຮງລະຄອນແຫ່ງທຳອິດຢູ່ ຫວຽດນາມຖືກປະກອບດ້ວຍພາຫະນະເຄື່ອງຈັກ ບັນລຸມາດຕະຖານສາກົນ ແລະ ມີຄຸນນະພາບສູງ
![]() |
| ກິດຈະກຳໂຮງລະຄອນຖືກຕັ້ງຢູ່ ເຮືອນເລກທີ 40 – 40A ຖະໜົນຮ່າງບ່າຍ, ເມືອງຮ່ວານກຽມ ຮ່າໂນ້ຍ ຖືກປຸກສ້າງ ໃນເນື້ອທີ່ດິນຫຼາຍກ່ວາ 5000 ຕາແມັດ |
![]() |
| ໂຮງລະຄອນພົ້ນເດັ່ນຂຶ້ນດ້ວຍ 52 ເສົາຫີນ ແຕ່ລະເສົາສູງ 18 ແມັດ ຖືກ ສັ່ງຊື້ຈາກແອັດສະປາຍ ອັນໄດ້ສ້າງຄວາມງາມ ທີ່ເຂັ້ມຄົ້ນໄປດ້ວຍສີສັນເອີຣົບເມືອກ່ອນນີ້ |
![]() |
| ກິດຈະກຳ ໂຮງລະຄອນ ຖືກປະສົມປະສານ ລະຫວ່າງບັນດາປັດໄຈ ບູຮານ, ທັນສະໄໝ, ປະຫວັດສາດ ເຮັດໃຫ້ຜູ້ຄົນທັງຫຼາຍຄິດເຖິງໂຮງລະຄອນແຫ່ງທຳອິດຂອງມ່ວນມະນຸດ |
![]() |
| ລັກສະນະທັນສະໄໝຂອງກິດຈະກຳຖືກສະແດງອອກຜ່ານລະບົບ ແວນ ແລະ ບັນດາລາຍລະອຽດຂອງຫຼັງຄາ ຮູບໂຄ້ງ. |
![]() |
| ກິດຈະກຳໂຮງລະຄອນລວມມີ ຫ້ອງເວທີສະແດງໃຫຍ່ສາມາດບັນຈຸຜູ້ມາຊົມ 900 ຄົນ ແລະ ຫ້ອງເວທີສະແດງ ນ້ອຍສາມາດບັນຈຸຜູ້ມາຊົມ 500 ຄົນ |
![]() |
| ກິດຈະກຳມີສະຖາປັດຕະຍາກຳແບບ Neo- classical |
![]() |
![]() |
![]() |
| ຫ້ອງໂຖງຂອງ ໂຮງລະຄອນໂຮ່ເງືອມ ຖືກເຮັດຈາກແນວຄວາມຄິດຂອງທ້ອງຟ້າ ທີ່ເຕັມໄປດ້ວຍດວງດາວຍາມກາງຄືນ |
![]() |
![]() |
| ທາງເຂົ້າເວທີສາແດງຢູ່ສອງເບື້ອງ |
![]() |
| ຂັ້ນໄດຖືກປະດັດປະດາດ້ວຍລະບົບດອກໄຟແລສດ ອັດໄດ້ເຮັດໃຫ້ຜູ້ຊົມມີຄວາມຮູ້ສຶກ ປະທັບໃຈ |
![]() |
| ໂຮງລະຄອນໂຮ່ເງືອມ ກໍ່ໄດ້ຮັບການລົງທຶນລະບົບພື້ນຖານດ້ານວັດຖຸທີ່ທັນສະໄໝ ນຳໃຊ້ເຕັກໂນໂລຢີແຖວໜ້າໃນໂລກ ກ່ຽວກັບແສງສີສຽງ |
![]() |
| ເຂດສະຫງວນສະເພາະໃຫ້ແຂກພິເສດໃນເວລາ ກ່ອນຫຼື ພາຍຫຼັງການສະແດງ |
![]() |
| ນີ້ຈະແມ່ນເວທີສະແດງທີ່ທັນສະໄໝອັນດັບໜຶ່ງຢູ່ຫວຽດນາມ ແລະ ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ສາມາດຕອບສະໜອງ ຄວາມຮຽກຮ້ອງຕ້ອງການທຸກຢ່າງກ່ຽວກັບການສະແດງ. |
![]() |
| ຫ້ອງເວທີສະແດງນ້ອຍຖືກອອກແບບຖືດັ່ງດອກໄມ້ ບານສະພັງ ດ້ວຍລະບົບເພດານທີ່ທັນສະໄໝສາມາດ ເຄື່ອນທີ່ຢ່າງມີໄຫວພິບ ຕາມລັກສະນະຂອງແຕ່ລະລາຍການສະແດງ |
![]() |
| ລະບົບດອກໄຟຂອງໂຮງລະຄອນໂຮ່ເງືອມກໍ່ມີລັກສະນະທຳມະຊາດ |
![]() |
| ໂຮງລະຄອນໂຮ່ເງືອມກໍ່ໄດ້ ຮັບການລົງທຶນດ້ານພື້ນຖານວັດຖຸ ເພື່ອ ຈັດກອງປະຊຸມ, ກອງປະຊຸມສຳມະນາໃນຂົງເຂດສີລະປະ ແລະ ຂົງເຂດອື່ນໆ |
![]() |
| ລະບົບການສຽງຮັບໃຊ້ການສະແດງໃນ ໂຮງລະຄອນ ກໍ່ບັນລຸມາດຕະຖານສາກົນ |
![]() |
| ໜຶ່ງໃນບັນດາ ລຳໂພງ ຂຶ້ນກັບລະບົບການສຽງໃນໂຮງລະຄອນ. |
![]() |
| ໂຮງລະຄອນໂຮ່ເງືອມ ຈະກາຍເປັນສະຖານທີ່ພົບປະແລກປ່ຽນວັດທະນະທຳສີລະປະທັງຢູ່ພາຍໃນ ແລະ ຕ່າງປະເທດ |
![]() |
| ດ້ວຍທີ່ຕັ້ງທີ່ດີ ໂຮງລະຄອນໂຮ່ເງືອມຈະກາຍເປັນຈຸດໃຈກາງເຊື່ອມຕໍ່ກັບບັນດາກິດຈະກຳວັດທະນະທຳ, ສະຖານທີ່ປະຫວັດສາດ, ທັດສະນີຍະພາບ, ສະຖາປັດຕະຍາກຳເພື່ອສ້າງເປັນກຸ່ມວັດທະນະທຳສີລະປະ, ການບັນເທິງ ຢູ່ອ້ອມໜອງຮ່ວານກຽມ |




