ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: THX/TTXVN) |
ການຢ້ຽມຢາມທາງລັດຖະກິດ ລາຊະອານາຈັກ ອັງກິດຂອງ ທ່ານປະທານາທິບໍດີ ອາເມລິກາ Donald Trump ປະຕິບັດຕາມຄຳເຊື້ອເຊີນຂອງ ກະສັດ ອັງກິດ Charles III. ດ້ວຍການຢ້ຽມຢາມຄັ້ງນີ້, ທ່ານ Donald Trump ກາຍເປັນປະທານາທິບໍດີ ອາເມລິກາຄົນທຳອິດໃນປະຫວັດສາດໄດ້ຮັບການເຊື້ອເຊີນມາຢ້ຽມຢາມທາງລັດຖະກິດຢູ່ ລາຊະອານາຈັກ ອັງກິດເປັນສອງຄັ້ງ.
ການຕ້ອນຮັບທີ່ສົມກຽດ
ໃນວັນທີ 17 ກັນຍາ, ພິທີຕ້ອນຮັບທ່ານປະທານາທິບໍດີ ອາເມລິກາ Donald Trump ພ້ອມກັບພັນທະຍາຢ່າງເປັນທາງການໄດ້ດຳເນີນຢ່າງສົມກຽດຕາມພິທີສູງສຸດຂອງ ພະບໍລົມວົງສານຸວົງ ອັງກິດ ຢູ່ວັງ Windsor, ຊານເມືອງນະຄອນ ລອນດອນ, ພາຍໃຕ້ການເປັນປະທານຂອງ ກະສັດອັງກິດ Charles III. ໃນວັນນີ້, ທ່ານປະທານາທິບໍດີ Donald Trump ໄດ້ດຳເນີນຫຼາຍການເຄື່ອນໄຫວທີ່ມີລັກສະນະສັນຍາລັກ.
ເນື່ອງໃນໂອກາດນີ້, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ໄດ້ດຳເນີນການພົບປະເຈລະຈາສອງຝ່າຍ, ປຶກສາຫາລືກ່ຽວກັບບັນດາຫົວຂໍ້ສຳຄັນໃນການພົວພັນສອງຝ່າຍ ອາເມລິກາ - ອັງກິດກໍຄືລະຫວ່າງ ອາເມລິກາ ກັບບັນດາພັນທະມິດ ເອີລົບ, ໃນສະພາບການພົວພັນກັບພັນທະມິດຍຸດທະສາດທີ່ເປັນມູນເຊື້ອຂ້າມອັດລັງຕິກ ພວມປະສົບກັບບັນດາສິ່ງທ້າທາຍຢ່າງຮ້າຍແຮງຈາກການປ່ຽນແປງບຸລິມະສິດຍຸດທະສາດຂອງອຳນາດການປົກຄອງອາເມລິກາ ກໍ່ຄືວິທີການສຳຜັດຢ່າງແຮງ ຈາກການປ່ຽນແປງຍຸດທະສາດຂອງອຳນາດການປົກຄອງອາເມລິກາ ກໍ່ຄືວິທີການສຳຜັດທີ່ແຕກຕ່າງກັນໃນຫຼາຍບັນຫາສາກົນສຳຄັນ. ຕາມວົງການນັກສັງເກດການແລ້ວ, ການຢ້ຽມຢາມ ລາຊະອານາຈັກ ອັງກິດ ຂອງທ່ານປະທານາທິບໍດີ ອາເມລິກາ ໄດ້ດຳເນີນໃນຈຸດເວລາສຳຄັນພິເສດ, ມີລັກສະນະບາດລ້ຽວຕໍ່ການພົວພັນອາເມລິກາ - ອັງກິດກໍ່ຄືສັງລວມກຸ່ມພັນທະມິດຝ່າຍຕາເວັນຕົກ. ດັ່ງນັ້ງ, ປະເທດ ເຈົ້າພາບອັງກິດ ຕ້ອງເຮັດທຸກວິທີການເພື່ອບັນລຸໄດ້ ຂໍ້ຕົກລົງຍຸດທະສາດກັບອຳນາດການປົກຄອງຂອງທ່ານ Donald Trump, ຜ່ານບັນດາພິທີ ຂອງ ພະບໍລົມວົງສານຸວົງໃນລະດັບສູງສຸດ, ພິເສດພິຈາລະນາເຖິງປັດໄຈທ່ານ Donald Trump ຍາມໃດກໍ່ເປີດເຜີຍເລື່ອງມີເຈດຕະນາດີກັບ ພະບໍລົມວົງສານຸວົງອັງກິດ. ນັກຄົ້ນຄ້ວາປະຫວັດສາດກ່ຽວກັບ ພະບໍລົມລົງສານຸວົງ ອັງກິດ Lacey ໃຫ້ຂໍ້ສັງເກດວ່າ:
ມາຮອດປັດຈຸບັນ, ນີ້ແມ່ນຄັ້ງທຳອິດປະມຸກລັດຄົນໜຶ່ງໄດ້ຮັບຈົດໝາຍເຊື້ອເຊີນໂດຍກົງ ຈາກຜູ້ນຳສູງສຸດຂອງ ລາຊາທິປະໄຕ ອັງກິດ. ສິ່ງນີ້ສະແດງໃຫ້ເຫັນມີຫຼາຍການຄິດໄລ່ດ້ານການເມືອງໃນເຫດການນີ້.
ເຫັນດີຕໍ່ທັດສະນະນີ້, ທ່ານນາງ Olivia O’Sullivan ຜູ້ອຳນວຍການໂຄງການ “ລາຊະອານາຈັກ ອັງກິດໃນໂລກ” ຂອງສະຖາບັນຄົ້ນຄ້ວາ Chatham House (ອັງກິດ), ຖືວ່າ ປັດຈຸບັນ ລັດຖະບານ ອັງກິດ ພວມປະເຊີນໜ້າກັບສິ່ງທ້າທາຍທີ່ໃຫຍ່ຫຼວງຈາກບັນດານະໂຍາບາຍຍາກທີ່ຈະຄາດຄະເນລ່ວງໜ້າໄດ້ຂອງອຳນາດການປົກຄອງອາເມລິກາ. ເພາະສະນັ້ນ, ການຢ້ຽມຢາມຂອງທ່ານ Donald Trump ແມ່ນໂອກາດເພື່ອໃຫ້ທ່ານນາຍົກລັດຖະມົນຕີ Keir Starmer ກຳນົດວິທີການສຳຜັດຢ່າງຈະແຈ້ງຂອງອາເມລິກາ ໃນບັນດາບັນຫາການຄ້າ, ຄວາມໝັ້ນຄົງ ແລະ ພະລັງງານ.
ນີ້ແມ່ນຄຳເຊື້ອເຊີນໃຫຍ່ທີ່ສຸດຈາກລາຊະອານາຈັກ ອັງກິດ, ຍ້ອນວ່າເລື່ອງເຊື້ອເຊີນປະມຸກລັດ ສອງຄັ້ງມາຢ້ຽມຢາມທາງລັດຖະກິດ ແມ່ນສິ່ງບໍ່ເຄີຍມີມາກ່ອນ. ລາຊະອານາຈັກ ອັງກິດຕັດສິນໃຈບັນລຸໄດ້ສິ່ງຍຸດທະສາດ ແລະ ມີຄວາມໝາຍໃດໜຶ່ງ ໃນການຢ້ຽມຢາມຂອງທ່ານ Trump
ການຮ່ວມມືເຕັກໂນໂລຢີ - ພະລັງງານ
ໃນບັນດາຫົວຂໍ້ບຸລິມະສິດເຊິ່ງລັດຖະບານ ອັງກິດຢາກຊຸກຍູ້ໃນການຢ້ຽມຢາມຂອງທ່ານປະທານາທິບໍດີ ອາເມລິກາ Donald Trump, ການລົງທຶນໄດ້ຮັບຖືວ່າແມ່ນຈຸດສຸມແຖວໜ້າຂອງຝ່າຍອັງກິດ. ກ່ອນການຢ້ຽມຢາມ, ອັງກິດ ແລະ ອາເມລິກາ ບັນລຸໄດ້ຂໍ້ຕົກລົງໃນຂົງເຂດນິວເຄຼຍພົນລະເຮືອນ, ຕາມນັ້ນແລ້ວສອງຝ່າຍຈະຮັບຮອງບັນດາການຕີລາຄາມາດຖານຄວາມປອດໄພຂອງກັນ ຕໍ່ບັນດາ ເຕົານິເຄຼຍ ຂະໜາດນ້ອຍ (SMR). ວັນທີ 11 ກັນຍາ, ລັດຖະບານອັງກິດ ກໍ່ປະກາດການລົງນາມສັນຍາທີ່ມີມູນຄ່າ 543 ລ້ານ USD ກັບ Google Cloud. ສັນຍາສະບັບນີ້ ແມ່ນສ່ວນໜຶ່ງໃນການພົວພັນຄູ່ຮ່ວມມືເພື່ອແນໃສ່ເພີ່ມທະວີການແບ່ງປັນຂໍ້ມູນລັບກັບອາເມລິກາ, ເພີ່ມທະວີບັນດາຊ່ອງທາງຕິດຕໍ່ພົວພັນລັບ ລະຫວ່າງ ລາຊາອະນາຈັກ ອັງກິດ ແລະ ອາເມລິກາ. ກະຊວງປ້ອງກັນປະເທດ ອັງກິດ ເນັ້ນໜັກວ່າ ຂໍ້ຕົກລົງສະບັບນີ້ຈະດຶງດູດເງິນນັບລ້ານ pound ລົງທຶນຈາກ Google Cloud, ເມື່ອບໍລິສັດໃຫຍ່ເຕັກໂນໂລຢີ ອາເມລິກາ ຈະຮັບສະໝັກຖັນແຖວນັກຊ່ຽວຊານ ຢູ່ ອັງກິດເພື່ອຄຸ້ມຄອງໂຄງການ.
ບັນດາບັນຫາພູມສາດການເມືອງໃຫຍ່ໃນໂລກ, ລວມມີ: ການປະທະກັນ ລັດເຊຍ - ຢູແກຼນ, ການປະຫະກັນຢູ່ເຂດກາຊາ, ເລື່ອງ ອັງກິດ ແລະ ບາງປະເທດ ຝ່າຍຕາເວັນຕົກ ຄາດວ່າຈະຮັບຮອງລັດປາແລັດສະຕິນ… ແມ່ນຫົວຂໍ້ໃຫຍ່ຕໍ່ໄປໃນການຢ້ຽມຢາມອັງກິດ ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump. ໃນໄລຍະຜ່ານມາ, ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ພ້ອມກັບການນຳຫຼາຍທ່ານຂອງເອີລົບ ໄດ້ມານະພະຍາຍາມຊຸກຍູ້ການເຄື່ອນໄຫວທາງການທູດ ເພື່ອແນໃສ່ເກ້ຍກອມທ່ານ Donald Trump ນຳໃຊ້ວິທີການສຳຜັດທີ່ແຂງແກ່ນກວ່າຕໍ່ຝ່າຍລັດເຊຍ, ທັດສະນະທຂອງອຳນາດການປົກຄອງ ອາເມລິກາ ຍັງບໍ່ມີການປ່ຽນແປງໃຫຍ່ຄືຝ່າຍເອີລົບ ປາດຖະໜາ. ຕາມທ່ານນາງ Olivia O’Sullivan, ປັດຈຸບັນ ອາເມລິກາ ແລະ ບັນດາພັນທະມິດ ເອີລົບ ໃນນັ້ນມີ ອັງກິດ, ພວມມີການຄວາມແຕກຕ່າງກັນຫຼາຍພໍສົມຄວນໃນບັນຫາດັ່ງກ່າວ, ດັ່ງນັ້ນ, ທ່ານ ນາຍົກລັດຖະມົນຕີ ອັງກິດ Keir Starmer ຕ້ອງມີວິທີການເຕື້ອງເຖິງບັນຫານີ້ເປັນຢ່າງດີກັບທ່ານ Donald Trump.
ນີ້ແມ່ນສິ່ງທ້າທາຍໃນການດູນດ່ຽງຄວາມຫຍຸ້ງຍາກສຳລັບທ່ານ Keir Starmer ແລະ ລັດຖະບານ ອັງກິດຍ້ອນວ່າມີບາງສິ່ງເຊິ່ງທ່ານຢາກບັນລຸໄດ້ຄື ການລົງທຶນຂອງອາເມລິກາ ເຂົ້າຂົງເຂດເຕັກໂນໂລຢີ ຫຼືການຮ່ວມມືດ້ານເຕັກໂນໂລຢີສູງ, ດັ່ງນັ້ນ ຝ່າຍອາເມລິກາ ກໍ່ອາດສາມາດຮຽກຮ້ອງການປະນີປະນອມຈາກຝ່າຍອັງກິດ.
ບັນດາການໂຕ້ຖຽງກັນກ່ຽວກັບການຄ້າ ແລະ ພາສີອາກອນ ກໍ່ແມ່ນຫົວຂໍ້ທີ່ສະດຸ້ງໄວ, ເມື່ອອຳນາດການປົກຄອງອາເມລິກາ ຢຶດໝັ້ນຮັກສາບັນດາອັດຕາພາສີ ສຳລັບຄູ່ຮ່ວມມືດ້ານເສດຖະກິດລວມມີ: ອັງກິດ, ຫວ່າງແລ້ວນີ້ພັດຮຽກຮ້ອງບັນດາປະເທດສະມາຊິກ ສະຫະພາບເອີລົບ (EU) ຫຼືກຸ່ມສົນທິສັນຍາອັດລັງຕິກເໜືອ (NATO) ຈັດວາງອັດຕາພາສີສູງສຳລັບຈີນ ແລະ ອິນເດຍ ເພື່ອກໍ່ຄວາມກົດດັນຕໍ່ລັດເຊຍ. ຕາມວົງການນັກສັງເກດການແລ້ວ, ຖ້າບໍ່ມີການແກ້ໄຂຢ່າງລະມັດລະຫວັງ, ບັນດາການໂຕ້ຖ້ຽງກັນນີ້ອາດສາມາດກໍ່ຜົນສະທ້ອນຕໍ່ບັນດາເປົ້າໝາຍໃຫຍ່ໃນການພົວພັນສອງຝ່າຍ ເຊິ່ງອັງກິດ - ອາເມລິກາ ຢາກບັນລຸໄດ້ໃນການຢ້ຽມຢາມຂອງທ່ານ Donald Trump.




