ຈຸດເນັ້ນໜັກທີ່ພົ້ນເດັ່ນແມ່ນ ຮອດທ້າຍເດືອນກໍລະກົດ 2025, 34/34 ແຂວງ, ນະຄອນ ໃນທົ່ວປະເທດບັນລຸໄດ້ “ສີຂຽວ” ໃນແຜນທີ່ຕິດຕາມກວດກາຂອງສູນບໍລິຫານລັດຖະບານ (ລະຫັດ: https://nq57.vn). ສິ່ງດັ່ງກ່າວໝາຍຄວາມວ່າ ບັນດາທ້ອງຖິ່ນໄດ້ປະຕິບັດສຳເລັດໂດຍພື້ນຖານບັນດາໜ້າທີ່ ທີ່ໄດ້ກຳນົດກ່ອນວັນທີ 01 ສິງຫາ 2025. ນີ້ແມ່ນການພິສູດໃຫ້ເຫັນການຮ່ວມແຮງຮ່ວມໃຈ, ຈິດໃຈປະຕິບັດຕາມລະບຽບວິໄນ ແລະ ຄວາມຮັບຜິດຊອບສູງຈາກລະບົບການເມືອງຢູ່ແຕ່ລະຂັ້ນ, ແຕ່ລະທ້ອງຖິ່ນ.
ມື້ທຳອິດທີ່ປະຕິບັດກົງຈັກການຈັດຕັ້ງອຳນາດການປົກຄອງສອງຂັ້ນ ຢູ່ ບັກກ້ານ, ຖ໊ານງວຽນ (ພາບ: TTXVN) |
ມະຕິສະບັບເລກທີ 57 - ຈາກຄວາມຕັດສິນໃຈດ້ານການເມືອງ ໄປສູ່ການຫັນສູ່ຕົວຈິງ
ພາຍຫຼັງມະຕິສະບັບດັ່ງກ່າວໄດ້ຮັບການປະກາດໃຊ້, ທ້ອງຖິ່ນຕ່າງໆໄດ້ສ້າງຄະນະຊີ້ນຳ, ໜ່ວຍປະຕິບັດງານສະເພາະກິດ, ປະກາດໃຊ້ຫຼາຍເອກະສານຫັນແຜນນະໂຍບາຍເປັນໜ້າທີ່ລະອຽດ.
ກວາງນິງ ແມ່ນຕົວຢ່າງທີ່ພົ້ນເດັ່ນ. ທາງແຂວງ ບໍ່ພຽງແຕ່ສ້າງຄະນະຊີ້ນຳໃຫ້ສົມບູນແບບເທົ່ານັ້ນ ຫາກຍັງປະກາດໃຊ້ເອກະສານຊີ້ນຳກວ່າ 40 ສະບັບ, ສ້າງກຳລັງຜັກດັນຈາກຂັ້ນແຂວງລົງຮອດຂັ້ນຮາກຖານ. ພິເສດ, ເພື່ອແນໃສ່ເພີ່ມກຳລັງແຮງດຶງດູດການລົງທຶນ, ແຂວງ ກວ໋າງນິງ ພວມຕັ້ງໜ້າສ້າງພື້ນຖານໂຄງລ່າງທາງດ້ານວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດໃຫ້ສົມບູນແບບ; ດຶງດູດ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ບຳລຸງສ້າງນັກຊ່ຽວຊານ. ທ່ານ ຫວູດ້າຍຖັງ, ເລຂາຄະນະພັກແຂວງ ກວ໋າງນິງ ໃຫ້ຮູ້ວ່າ:
“ປັດຈຸບັນນີ້, ແຂວງ ກວາງນິງ ແລະ ກຸ່ມບໍລິສັດເຕັກໂນໂລຢີ FPT ພວມສົມທົບກັນເພື່ອຜັນຂະຫຍາຍສູນເສດຖະກິດດີຈີຕອນຢູ່ ຮະລອງ, ສົມທົບໃນຂົງເຂດການສຶກສາບຳລຸງສ້າງ, ພິເສດແມ່ນບຳລຸງສ້າງຢູ່ຂັ້ນວິທະຍາໄລ ແລະ ມະຫາວິທະຍາໄລ. ການຮ່ວມມືດັ່ງກ່າວ ອີງໃສ່ບົດຮຽນປະສົບການຂອງ FPT ໃນການສຶກສາລົງເລິກກ່ຽວກັບຂົງເຂດວິທະຍາສາດເຕັກໂນໂລຢີ”.
ໃນຂະນະນັ້ນ, ແຕ່ຕົ້ນອາຍຸການ 2021 – 2025 ນະຄອນ ດ່າໜັງ ໄດ້ກຳນົດວ່າ ການພັດທະນາວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ແມ່ນໜຶ່ງໃນ 3 ຂອດບຸກທະລຸ, ຕິດພັນກັບເປົ້າໝາຍສ້າງອຳນາດການປົກຄອງຕົວເມືອງອັດສະລິຍະ, ຍົກສູງກຳລັງຄວາມສາມາດແກ້ງແຍ້ງ ແລະ ຄຸນນະພາບດຳລົງຊີວິດຂອງປະຊາຊົນ.
ຕາມທ່ານ ຫງວຽນວັນກວ໋າງ, ອະດີດເລຂາຄະນະພັກນະຄອນ ດ່າໜັງ ແລ້ວ, ທາງນະຄອນ ໄດ້ປະກາດໃຊ້ຫຼາຍໂຄງການກະທຳ, ຫັນຄວາມຕັດສິນໃຈທາງການເມືອງກາຍເປັນການກະທຳ, ໂດຍໄດ້ສະແດງອອກຜ່ານ 3 ຜົນງານເບື້ອງຕົ້ນ. ນັ້ນແມ່ນ ສ້າງລະບອບລະບຽບການເປັນພື້ນຖານແກ່ການພັດທະນາວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ, ການຫັນເປັນດີຈີຕອນ; ນຳ ດ່າໜັງ ກາຍເປັນໜຶ່ງໃນບັນດາທ້ອງຖິ່ນທີ່ມີພື້ນຖານໂຄງລ່າງເຕັກໂນໂລຢີທັນສະໄໝ, ພິເສດແມ່ນໃນເຕັກໂນໂລຢີຂໍ້ມູນຂ່າວສານ, ອຸດສາຫະກຳເຕັກໂນໂລຢີຂໍ້ມູນຂ່າວສານ, ການຮັບໃຊ້ສັງຄົມດີຈີຕອນ ແລະ ເສດຖະກິດດີຈີຕອນ.
“ນະຄອນໄດ້ດຶງດູດແຫຼ່ງກຳລັງທີ່ມີຄຸນນະພາບສູງໃນບັນດາຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ, ເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ ແລະ ບາງຂະແໜງ, ຂົງເຂດອື່ນໆ. ມະຫາວິທະຍາໄລແຫ່ງຕ່າງໆຂອງ ດ່າໜັງ ກໍແມ່ນໜຶ່ງໃນບັນດາລະບົບນິເວດວິທະຍາສາດເຕັກໂນໂລຢີຢ່າງແຮງຂອງທົ່ວປະເທດ. ສາມພື້ນຖານສຳຄັນນີ້ ໄດ້ສ້າງເງື່ອນໄຂໃນເບື້ອງຕົ້ນເພື່ອປະຕິບັດມະຕິສະບັບເລກທີ 57 ຂອງກົມການເມືອງຢ່າງມີປະສິດທິຜົນ”.
ນະຄອນ ໂຮ່ຈີມິນ ກໍປະສານການຜັນຂະຫຍາຍມະຕິຢ່າງວ່ອງໄວ ກັບຍຸດທະສາດສ້າງສູນການເງິນສາກົນ, ພັດທະນາອຸດສາຫະກຳເຄິ່ງຊັກນຳໄຟຟ້າ, ເຕັກໂນໂລຢີດີຈີຕອນຢ່າງວ່ອງໄວ…
ບັນດາຈຸດເດັ່ນຈາກການປະຕິບັດຕົວຈິງ
ໂດຍບໍ່ຢຸດຢູ່ໃນວຽກງານຈັດຕັ້ງເທົ່ານັ້ນ, ບັນດາທ້ອງຖິ່ນຍັງໄດ້ຮັບຮູ້ຫຼາຍໝາກຜົນດ້ວຍບັນດາຕົວເລກລະອຽດ. ນະຄອນ ໂຮ່ຈີມິນ ດຶງດູດຫຼາຍໂຄງການສູນ big data, ເຊັ່ນ ໂຄງການ 250 ລ້ານ USD ຂອງກຸ່ມບໍລິສັດ CMC; ການຮ່ວມສຳພັນລະຫວ່າງເຂດ, ເຊື່ອມຕໍ່ມະຫາວິທະຍາໄລ - ວິສາຫະກິດ - ທ້ອງຖິ່ນ ໄດ້ດຳເນີນຢ່າງແຮງ; ການຫັນເປັນດີຈີຕອນຢູ່ຂັ້ນຮາກຖານ, ຕາແສງ, ເທດສະບານ ໄດ້ຊ່ວຍໃຫ້ປະຊາຊົນສາມາດແກ້ໄຂລະບຽບການບໍລິຫານຢ່າງວ່ອງໄວກະທັດລັດ…
ບັນດາໝາກຜົນດັ່ງກ່າວ, ເຖິງວ່າຫາກໍແມ່ນຜົນງານເບື້ອງຕົ້ນກໍຕາມ, ແຕ່ໄດ້ນຳມາເຊິ່ງສັນຍານທີ່ຕັ້ງໜ້າ, ແມ່ນກຳລັງໜູນໃຫ້ແກ່ການປ່ຽນແປງໃໝ່ການບໍລິຫານ, ພັດທະນາເສດຖະກິດ - ສັງຄົມ. ເຖິງຢ່າງໃດກໍຕາມ, ເສັ້ນທາງຫັນເນື້ອໃນຈິດໃຈທັງໝົດຂອງມະຕິສະບັບເລກທີ 57 ໃຫ້ປະກາດຜົນເປັນຈິງນັ້ນ ແມ່ນຍັງມີສິ່ງທ້າທາຍຫຼາຍຢ່າງ.
ມະຕິສະບັບເລກທີ 57 – NQ/TW ໄດ້ເລີ່ມຕົ້ນວິວັດທະນາການໃຫຍ່ ແລະ ບັນດາໝາກຜົນໃນເບື້ອງຕົ້ນຈາກທ້ອງຖິ່ນຕ່າງໆນັ້ນ ໄດ້ພິສູດໃຫ້ເຫັນວ່າ ຫວຽດນາມ ພວມໄປຖືກທິດ. ໃນໄລຍະຈະມາເຖິງ, ບັນດາທ້ອງຖິ່ນ, ກະຊວງ, ຂະແໜງການຈະສືບຕໍ່ຮັກສາຈັງຫວະການກ້າວເດີນຢ່າງວ່ອງໄວ, ຍືນຍົງ, ນຳວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ກາຍເປັນກຳລັງໜູນ ນຳປະເທດຊາດກ້າວເຂົ້າສູ່ໄລຍະພັດທະນາໃໝ່./.




