logo

ປັບ​ປຸງ ແລະ ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຍຸດ​ທ​ະ​ສາດ​ລະ​ຫວ່າງ ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ

2025/9/8 | 10:11:34
(VOVWORLD) -   ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ພັນລະຍາ, ທ່ານນາງ Sam Mostyn ຜູ້ສຳເລັດຣາຊະການແຫ່ງ ອົດສະຕາລີ ເດີນທາງມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ໃນລະຫວ່າງວັນທີ 9  12 ກັນຍາ. ການຢ້ຽມຢາມແມ່ນສືບທອດຜົນງານຮ່ວມມືແທ້ຈິງ, ມີປະສິດທິຜົນ ແລະ ຮອບດ້ານລະຫວ່າງ ຫວຽດນາມ ແລະ ອົດສະຕາລີ, ພ້ອມທັງຫັນຄຳໝັ້ນສັນຍານຳການພົວພັນສອງຝ່າຍກ້າວເຂົ້າສູ່ໜ້າປະຫວັດສາດໃໝ່.
ທ່ານນາງ Sam Mostyn ຜູ້ສຳເລັດລາຊະການແຫ່ງ ອົດສະຕາລີ (ພາບ: ກະຊວງການຕ່າງປະເທດ)

ໃນໄລຍະກວ່າ 50 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດ (1973 – 2025), ຫວຽດນາມ ແລະ ອົດສະຕາລີ ນັບມື້ນັບບັນລຸໄດ້ຜົນງານຮ່ວມມືອັນພົ້ນເດັ່ນຫຼາຍຢ່າງ, ໃນນັ້ນ ສອງປະເທດໄດ້ຍົກລະດັບເປັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ (ປີ 2024).

        ການຢ້ຽມຢາມ ຫວຽດນາມ ຂອງທ່ານນາງ Sam Mostyn ຜູ້ສຳເລັດລາຊະການແຫ່ງ ອົດສະຕາລີ ໄດ້ສະແດງໃຫ້ເຫັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ອົດສະຕາລີ ໃນການຖືເປັນສຳຄັນ ແລະ ຕັ້ງບຸລິມະສິດສູງໃຫ້ແກ່ການພັດທະນາການພົວພັນກັບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້,  ໃນນັ້ນມີ ຫວຽດນາມ. ສຳລັບ ຫວຽດນາມ, ການຢ້ຽມຢາມໄດ້ຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍຖືການພົວພັນກັບບັນດາປະເທດໃນພາກພື້ນ ປາຊີຟິກໃຕ້ ເປັນສຳຄັນ, ໂດຍສະເພາະແມ່ນ ອົດສະຕາລີ, ເຊິ່ງເປັນປະເທດມີບົດບາດສຳຄັນຢູ່ພາກພື້ນ.

ການພົວພັນສອງຝ່າຍໄດ້ຮັບການຜັນຂະຫຍາຍຢ່າງຮອບດ້ານ

        ການຢ້ຽມຢາມ ຫວຽດນາມ ຂອງທ່ານນາງ Sam Mostyn ຜູ້ສຳເລັດລາຊະການແຫ່ງ ອົດສະຕາລີ ໄດ້ດຳເນີນພາຍຫຼັງທີ່ສອງປະເທດຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເດືອນ ມີນາ 2024 ດ້ວຍ 6 ຂົງເຂດຮ່ວມມືເສົາຄ້ຳ. ເດືອນ ຕຸລາ  2024, ສອງປະເທດໄດ້ລົງນາມໃນໂຄງການເຄື່ອນໄຫວເພື່ອຜັນຂະຫຍາຍສາຍພົວພັນຄູ່ຮ່ວມມືນີ້ໃນໄລຍະ 2024 – 2027.

        ມາຮອດປັດຈຸບັນ, ສອງຝ່າຍໄດ້ປະສານສົມທົບຜັນຂະຫຍາຍ 96% ຂອງບັນດາລາຍການທັງໝົດຂອງໂຄງການດັ່ງກ່າວ. ພິເສດ, ເປັນເທື່ອທຳອິດທີ່ສອງຝ່າຍໄດ້ຈັດການເຈລະຈາດ້ານຄວາມໝັ້ນຄົງຂັ້ນລັດຖະມົນຕີ, ສືບຕໍ່ຜັນຂະຫຍາຍປະສິດທິຜົນຂອງການພົວພັນຄູ່ຮ່ວມມືໃນຂົງເຂດຮັກສາສັນຕິພາບ ສປຊ. ທ່ານ ຮສ.ປອ. ຫງວຽນຮຸຍຮວ່າງ, ອະດີດຫົວໜ້າສະຖາບັນຄົ້ນຄວ້າ ອາຊີຕາເວັນອອກສ່ຽງໃຕ້, ຖືວ່າ:

        “ໜຶ່ງໃນບັນດາຕົວແບບຂອງການພົວພັນສາກົນໃນປັດຈຸບັນແມ່ນການພົວພັນ ຫວຽດນາມ - ອົດສະຕາລີ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ແງ່ຫວັງພັດທະນາການພົວພັນລະຫວ່າງສອງປະເທດ ບໍ່ພຽງແຕ່ແມ່ນພື້ນຖານຊຸກຍູ້ການສ້າງສັນຕິພາບຢູ່ພາກພື້ນ ອາຊີ - ປາຊີຟິກ, ມະຫາສະໝຸດອິນເດຍ - ປາຊີຟິກ ເທົ່ານັ້ນ, ຫາກຍັງສ້າງໂອກາດແກ່ການພັດທະນາຂອງທັງ ຫວຽດນາມ ແລະ ອົດສະຕາລີ, ປະກອບສ່ວນກຳນົດຄວາມເປັນລະບຽບຮຽບຮ້ອຍຂອງພາກພື້ນໃໝ່ໃນໄລຍະຈະມາເຖິງ.”

        ໃນຂະນະນັ້ນ, ທ່ານ Layton Pike, ສະຖາບັນຄົ້ນຄວ້ານະໂຍບາຍ ອົດສະຕາລີ - ຫວຽດນາມ, ໃຫ້ຂໍ້ສັງເກດວ່າ ການພົວພັນ ອົດສະຕາລີ - ຫວຽດນາມ ນັບມື້ນັບໄດ້ຮັບການປັບປຸງ ເມື່ອສອງຝ່າຍມີຈຸດລວມຫຼາຍຢ່າງ, ພິເສດແມ່ນພ້ອມກັນແບ່ງປັນຄຳໝັ້ນສັນຍາກ່ຽວກັບການສ້າງໂລກທີ່ມີສະຖຽນລະພາບ, ສັນຕິພາບ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ວັດທະນາຖາວອນ, ພິເສດແມ່ນຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ບ່ອນທີ່ໄດ້ຮັບຖືວ່າ ແມ່ນບຸລິມະສິດແຖວໜ້າຂອງລັດຖະບານ ອົດສະຕາລີ.

        “ຂ້າພະເຈົ້າຖືວ່າ ທັງສອງປະເທດໄດ້ແບ່ງປັນຫຼາຍຄຸນຄ່າລວມ, ບໍ່ພຽງແຕ່ໃນສາຍພົວພັນສອງຝ່າຍເທົ່ານັ້ນ ຫາກຍັງໃນຄວາມຄາດຫວັງສຳລັບພາກພື້ນອີກດ້ວຍ. ພວກເຮົາມີສອງພື້ນຖານເສດຖະກິດເສີມສ້າງໃຫ້ກັນ. ພ້ອມດຽວກັນນັ້ນ, ພວກເຮົາກໍ່ລ້ວນແຕ່ແມ່ນບັນດາປະເທດລະດັບປານກາງໃນພາກພື້ນ ແລະ ລ້ວນແຕ່ຮ່ວມມືນຳກັນ, ສະນັ້ນ ອາດສາມາດຜັນຂະຫຍາຍໄດ້ຫຼາຍຢ່າງ”.

        ໃນບັນດາຂົງເຂດເສດຖະກິດ, ການຄ້າ, ສອງປະເທດລ້ວນແຕ່ແມ່ນສະມາຊິກຂອງບັນດາຂໍ້ຕົກລົງການຄ້າເສລີ ຄືສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊິກຟິກ (CPTPP), ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP), ກໍຄື ສັນຍາສ້າງຕັ້ງຂົງເຂດການຄ້າເສລີ ອາຊຽນ - ອົດສະຕາລີ - ນິວຊີແລນ (AANZFTA). ສິ່ງດັ່ງກ່າວໄດ້ນຳມາເຊິ່ງຜົນປະໂຫຍດອັນແທດຈິງ ເໝືອນດັ່ງບຸລິມະສິດພິເສດກ່ຽວກັບພາສີອາກອນ. ດ້ວຍກຳລັງບົ່ມຊ້ອນໃນການຮ່ວມມືທີ່ຍັງໃຫຍ່ຫຼວງຢູ່, ສອງປະເທດວາງເປົ້າໝາຍນຳວົງເງິນການຄ້າສອງສົ້ນບັນລຸ 20 ຕື້ USD ໃນໄວໆນີ້.

        ຈຸດພົ້ນເດັ່ນໜຶ່ງໃນພາບລວມຂອງການພົວພັນ ຫວຽດນາມ - ອົດສະຕາລີ ນັ້ນແມ່ນການເຊື່ອມຕໍ່ກ່ຽວກັບດ້ານວັດທະນະທຳ ແລະ ປະຊາຊົນ. ຢູ່ ອົດສະຕາລີ ມີປະຊາຄົມຊາວ ຫວຽດນາມ ອາໄສ ເປັນຈຳນວນຫຼາຍ ປະມານ 350.000  ຄົນ ແລະ ພາສາ ຫວຽດນາມ ນອນໃນກຸ່ມ 4 ພາສາທີ່ໄດ້ນຳໃຊ້ຫຼາຍທີ່ສຸດ (ພຽງແຕ່ຖັດຈາກ ອັງກິດ, ຈີນ ແລະ ອາຣັບ), ແມ່ນພື້ນຖານຊ່ວຍປັບປຸງນ້ຳໃຈມິດຕະພາບລະຫວ່າງສອງປະເທດ. ປັດຈຸບັນ, ສອງຝ່າຍພວມສືບຕໍ່ຜັນຂະຫຍາຍການກຳນົດທິດ ເຊິ່ງລັດຖະບານສອງປະເທດໄດ້ຕົກລົງໃນການເພີ່ມທະວີການພົບປະແລກປ່ຽນປະຊາຊົນຢ່າງມີປະສິດທິຜົນ. ໃນນັ້ນ ມີການສ້າງເງື່ອນໄຂໃຫ້ນັກສຶກສາ ຫວຽດນາມ ໄປຮຽນຢູ່ ອົດສະຕາລີ ຫຼາຍກວ່າອີກ, ສົມທົບກັນຜັນຂະຫຍາຍໂຄງການ Colombo ໃໝ່, ສົ່ງນັກສຶກສາ ອົດສະຕາລີ ໄປແລກປ່ຽນ, ທັດສະນະສຶກສາຢູ່ ຫວຽດນາມ.

ຢັ້ງຢືນການຕັດສິນໃຈປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ

        ໃນສະພາບການນັ້ນ, ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງ    ທ່ານນາງ Sam Mostyn ຜູ້ສຳເລັດຣາຊະການແຫ່ງ ອົດສະຕາລີ

ແມ່ນມີຄວາມໝາຍສຳຄັນ, ຢັ້ງຢືນຄວາມຕັດສິນໃຈຂອງທັງສອງປະເທດໃນການປັບປຸງການພົວພັນມິດຕະພາບ ແລະ ການຮ່ວມມືໃນທຸກຂົງເຂດ ຢ່າງບໍ່ຢຸດຢັ້ງ, ພິເສດແມ່ນການຮ່ວມມືດ້ານການເມືອງ ພາຍຫຼັງກວ່າ 1,5 ປີທີ່ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

        ທ່ານນາງ Sam Mostyn ຜູ້ສຳເລັດຣາຊະການແຫ່ງ ອົດສະຕາລີ ຈະມີບັນດາການເຄື່ອນໄຫວຄື: ພົບປະສອງຝ່າຍກັບທ່ານ ເລືອງເກື່ອງ ປະທານປະເທດ, ພົບປະກັບບັນດາການນຳພັກ, ລັດ ຫວຽດນາມ, ເຂົ້າຮ່ວມເວທີປາໄສ ຫວຽດນາມ - ອົດສະຕາລີ, ເປີດນໍາໃຊ້ສະຖາບັນນະໂຍບາຍ ອົດສະຕາລີ - ຫວຽດນາມ, ຢ້ຽມຢາມນະຄອນ ໂຮ່ຈີມິນ ແລະ ຮາກຖານວັດທະນະທຳ, ປະຫັວດສາດຈຳນວນໜຶ່ງ… ແນ່ນອນວ່າ ການຢ້ຽມຢາມ ຈະປະກອບສ່ວນປັບປຸງ ແລະ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຍຸດທະສາດລະຫວ່າງສອງປະເທດຢ່າງບໍ່ຢຸດຢັ້ງ. ຫວຽດນາມ ແລະ ອົດສະຕາລີ ພວມເຕົ້າໂຮມຄົບບັນດາປັດໄຈເພື່ອສ້າງສາຍພົວພັນທີ່ຜູກພັນກວ່າ ໂດຍອີງໃສ່ຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ. ການຢ້ຽມຢາມ ຫວຽດນາມ ຂອງ ທ່ານນາງ Sam Mostyn ຜູ້ສຳເລັດຣາຊະການແຫ່ງ ອົດສະຕາລີ ຈະສືບທອດຜົນງານການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນ ແລະ ຮອບດ້ານລະຫວ່າງ ຫວຽດນາມ ແລະ ອົດສະຕາລີ, ພ້ອມທັງຫັນຄຳໝັ້ນສັນຍານຳການພົວພັນສອງຝ່າຍກ້າວເຂົ້າສູ່ໜ້າປະຫວັດສາດໃໝ່./.

TAG
VOV/VOVworld/ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຍຸດ​ທ​ະ​ສາດ​/ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ