logo

ຝາເຮືອນແຕ້ມພາບຍາວທີ່ສຸດຢູ່ ຫວຽດນາມ

2023/7/9 | 04:48:00
(VOVWORLD) - ພາບແຕ້ມແຕ່ລະແຜ່ນໄດ້ສະແດງຫຼາຍຫົວຂໍ້ທີ່ແຕກຕ່າງກັນ. ທັງໝົດເຫຼົ່ານັ້ນແມ່ນບັນດາເລື່ອງລາວ, ສານທີ່ມີຄວາມໝາຍ.
ຝາເຮືອນແຕ້ມພາບຕັ້ງຢູ່ເສັ້ນທາງ 702, ເຂດ ເດີ່ມວົວ, ຕາແສງ ຈີຫາຍ, ເມືອງ ນິງຫາຍ, ແຂວງ ນິງທ້ວນ, ມີຄວາມຍາວທັງໝົດປະມານ 737 ມ, ດ້ວຍຄວາມສູງ 1,5 ມ.
(ພາບ: VTCNews)
ແມ່ນຜະລິດຕະພັນຂອງການເສັງແຕ້ມພາບ “ປົກປັກຮັກສາສິ່ງແວດລ້ອມ, ທະເລ ໝູ່ເກາະ, ບ້ານເກີດເມືອງນອນ ນິງຫາຍ ໃນການສ້າງຊົນນະບົດໃໝ່” ໂດຍເມືອງ ນິງຫາຍ ປຸກລະດົມ ໃນທ້າຍປີ 2022.
(ພາບ: sgtiepthi.vn)
(ພາບ: FB Nguyen Minh Hoa)
ຝາເຮືອນແຕ້ມພາບແມ່ນຜົນງານຂອງປະຊາຊົນເກືອບ 100 ຄົນທີ່ມັກຮັກໃນການແຕ້ມພາບໃນບໍລິເວນເມືອງ.
(ພາບ: FB Ninh Thuận Ngày Mới)
ບັນດາຜູ້ແຕ້ມໄດ້ແຕ້ມພາບເປັນເວລາກວ່າ 3 ເດືອນຈຶ່ງສຳເລັດ, ດ້ວຍບັນດາພາບແຕ້ມທີ່ມີສີສັນຫຼາກຫຼາຍ, ມີຊີວິດຊີວາ.
(ພາບ: VTCNews)
ພາບແຕ້ມແຕ່ລະແຜ່ນສະແດງໃຫ້ເຫັນຫຼາຍຫົວຂໍ້ທີ່ແຕກຕ່າງກັນ.
(ພາບ: Amazing Ninh Thuận)
ຊີວິດປະຈຳວັນຂອງບັນດາຊາວປະມົງໄດ້ແຕ້ມຢູ່ເທິງຝານີ້.
(ພາບ: VTCNews)
(ພາບ: FB Amazing Ninh Thuận)
ອົງການຈັດຕັ້ງສະຖິຕິ ຫວຽດນາມ ໄດ້ຢັ້ງຢືນແມ່ນ “ຝາພາບແຕ້ມເຂດແຄມທະເລທີ່ມີຫົວຂໍ້ປົກປັກຮັກສາສິ່ງແວດລ້ອມ, ທະເລ ໝູ່ເກາະ, ບ້ານເກີດເມືອງນອນ ນິງຫາຍ ໃນການກໍ່ສ້າງຊົນນະບົດໃໝ່ ທີ່ຍາວທີ່ສຸດຢູ່ ຫວຽດນາມ”.
(ພາບ: Ninh Thuận Ngày Mới)
ປະຈຸບັນ, ເສັ້ນທາງດັ່ງກ່າວໄດ້ກາຍເປັນສະຖານທີ່ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມ, ຖ່າຍຮູບ.
(ພາບ: FB DU LỊCH NINH THUẬN)
(ພາບ: VTCNew)
TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ