ພິທີໄຂກອງປະຊຸມຄັ້ງທີ 13 ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ຊຸດທີ XIII (ພາບ: TTXVN) |
ກອງປະຊຸມຄັ້ງທີ 13 ໄດ້ດຳເນີນພາຍຫຼັງທີ່ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ຫາກໍສະເຫຼີມສະຫຼອງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ ຄົບຮອບ 80 ປີ. ບັນດາຄາດໝາຍເສດຖະກິດ - ສັງຄົມ ໃນ 9 ເດືອນ ດີກວ່າໄລຍະດຽວກັນຂອງປີ 2024 ໃນເກືອບທຸກຂົງເຂດ; ຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ເບິ່ງລວມແລ້ວເຄື່ອນໄຫວຢ່າງລຸລ່ວງ. ມະຕິຍຸດທະສາດ 7 ສະບັບຂອງກົມການເມືອງປະກາດໃນ 1 ປີຜ່ານມາ ໄດ້ ແລະ ພວມເປີດເສັ້ນທາງໃຫ້ແກ່ບັນດາບາດກ້າວເດີນທີ່ແທດຈິງ, ຍືນຍົງ, ຮັບໃຊ້ໃຫ້ແກ່ເປົ້າໝາຍພັດທະນາ.
ວຽກງານພະນັກງານ “ສຳຄັນເປັນພິເສດ”, “ແກ່ນສານຂອງແກ່ນສານ”
ກ່ຽວກັບວຽກງານບຸກຄະລາກອນກອງປະຊຸມໃຫຍ່, ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ ປະຕິບັດການສະຫຼຸບສະບັບເລກທີ 180 ລົງວັນທີ 25 ພຶດສະພາ 2025 ຂອງຄະນະບໍລິຫານງານສູນກາງພັກ ກ່ຽວກັບທິດທາງວຽກງານບຸກຄະລາກອນຄະນະບໍລິຫານງານສູນກາງພັກຊຸດທີ XIV, ແຈ້ງການຂອງກົມການເມືອງ ແລະ ອະນຸກຳມະການບຸກຄະລາກອນກ່ຽວກັບການກຳນົດທິດແນະນຳບຸກຄະລາກອນເຂົ້າຮ່ວມຄະນະບໍລິຫານງານສູນກາງພັກ ຊຸດທີ XIV, ຮອດວັນທີ 20 ສິງຫາ 2025, ມີຄະນະພັກ, ອົງການຈັດຕັ້ງພັກ 100% ແນະນຳບຸກຄະລາກອນຄະນະບໍລິຫານງານສູນກາງພັກຊຸດທີ XIV ແລະ ສົ່ງໝາກຜົນມາຍັງອະນຸກຳມະການບຸກຄະລາກອນ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN) |
ໃນກອງປະຊຸມນີ້, ກົມການເມືອງລາຍງານຕໍ່ສູນກາງພັກປະກອບຄຳເຫັນໃສ່ໃບສະເໜີກ່ຽວກັບໝາກຜົນ ແລະ ແບບວິທີແນະນຳບຸກຄະລາກອນເຂົ້າຮ່ວມຄະນະບໍລິຫານງານສູນກາງພັກຊຸດທີ XIV, ເຂົ້າຮ່ວມຄະນະກຳມະການກວດກາສູນກາງພັກຊຸດທີ XIV ແລະ ດຳເນີນການປ່ອນບັດລົງຄະແນນສຽງແນະນຳບຸກຄະລາກອນຄະນະບໍລິຫານງານສູນກາງ, ຄະນະກຳມະການກວດກາສູນກາງພັກຊຸດທີ XIV ຕາມຂໍ້ກຳນົດ. ທ່ານກ່າວວ່າ:
“ນີ້ແມ່ນວຽກງານ “ສຳຄັນເປັນພິເສດ”, “ແກ່ນສານຂອງແກ່ນສານ”, ແມ່ນປັດໄຈຕັດສິນຜົນສຳເລັດຂອງກອງປະຊຸມໃຫຍ່ຊຸດທີ XIV ຂອງພັກ ແລະ ການພັດທະນາຂອງປະເທດຊາດໃນໄລຍະຈະມາເຖິງ. ສະເໜີໃຫ້ບັນດາສະຫາຍ ເມື່ອເລືອກເຟັ້ນແນະນຳບຸກຄະນາກອນຕ້ອງອີງໃສ່ມາດຕະຖານ, ເງື່ອນໄຂ, ໂຄງປະກອບ, ຈຳນວນຕາມທິດທາງວຽກງານບຸກຄະລາກອນກອງປະຊຸມໃຫຍ່ຊຸດທີ XIV ຂອງພັກ ແລະ ບັນດາຂໍ້ກຳນົດທີ່ກ່ຽວຂ້ອງ. ຕ້ອງຖືຜົນປະໂຫຍດຂອງພັກ, ຂອງປະເທດຊາດ, ເໜືອກວ່າສິ່ງໃດໝົດ.”
ກ່ຽວກັບຮ່າງເອກະສານສະເໜີຕໍ່ກອງປະຊຸມໃຫຍ່ຊຸດທີ XIV, ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ ວຽກງານກະກຽມ ໄດ້ດຳເນີນຢ່າງພິຖີພິຖັນ, ລະອຽດ, ອັບເດດ, ດັດປັບ, ເພີ່ມເຕີມເປັນຫຼາຍຄັ້ງ.
ອະນຸກຳມະການເອກະສານໄດ້ກັນຕ່ອງ, ເພີ່ມເຕີມບັນດາເນື້ອໃນສຳຄັນຂອງມະຕິ 7 ສະບັບຂອງກົມການເມືອງທີ່ຫາກໍ່ປະກາດໃຊ້ໃນບົດລາຍງານການເມືອງ ແລະ ຢັ້ງຢືນຮອດປັດຈຸບັນມີ 17 ຈຸດ.
ໃນກອງປະຊຸມ, ທ່ານເລຂາທິການໃຫຍ່ສະເໜີໃຫ້ຜູ້ແທນປະກອບຄຳເຫັນໃສ່ 5 ກຸ່ມເນື້ອໃນ, ໃນນັ້ນ, ຢັ້ງຢືນສືບຕໍ່ປ່ຽນແປງໃໝ່ແບບວິທີນຳພາ, ຍົກສູງກຳລັງຄວາມສາມາດກຳອຳນາດ ແລະ ກຳລັງຕໍ່ສູ້ຂອງພັກ; ສັບຊ້ອນກົງຈັກລັດໃຫ້ກະທັດລັດ; ຍົກສູງປະສິດທິຜົນການເຄື່ອນໄຫວຂອງອຳນາດການປົກຄອງທ້ອງຖິ່ນສອງຂັ້ນ, ຈັດແບ່ງຂັ້ນ, ແບ່ງສິດອຳນາດ; ສ້າງຮູບແບບການເຕີບໂຕໃໝ່ຖືວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນເປັນກຳລັງໜູນຕົ້ນຕໍ, ຖືນີ້ແມ່ນເນື້ອໃນໃຈກາງຂອງຮູບແບບພັດທະນາປະເທດຊາດ; ກຳນົດບົດບາດແກ່ນສານຂອງເສດຖະກິດແຫ່ງລັດຢ່າງຈະແຈ້ງ; ຖືການພັດທະນາເສດຖະກິດເອກະຊົນແມ່ນໜຶ່ງໃນບັນດາກຳລັງໜູນສຳຄັນທີ່ສຸດຂອງພື້ນຖານເສດຖະກິດ…
ຮູບພາບເສດຖະກິດ - ສັງຄົມຂອງປະເທດຊາດປີ 2025 ດ້ວຍສີສັນສົດໃສເປັນສ່ວນໃຫຍ່
ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຂໍ້ສັງເກດວ່າ ຮູບພາບເສດຖະກິດ - ສັງຄົມປີ 2025 ມີ “ສີສັນສົດໃສເປັນສ່ວນໃຫຍ່”. ລະດັບການເຕີບໂຕ GDP ປີ 2025 ຄາດວ່າບັນລຸ 8,1 – 8,5%.
ທ່ານເລຂາທິການໃຫຍ່ເນັ້ນໜັກວ່າ ປີ 2026 ແມ່ນປີທຳອິດຂອງອາຍຸການໃໝ່, ມີຄວາມໝາຍສຳຄັນເພື່ອປະຕິບັດມະຕິກອງປະຊຸມໃຫຍ່ຊຸດທີ XIV. ເປົ້າໝາຍວາງອອກແມ່ນສູງທີ່ສຸດ, ໃນນັ້ນ ການເຕີບໂຕເສດຖະກິດຕ້ອງບັນລຸກວ່າ 10%; GDP ສະເລ່ຍຕໍ່ຫົວຄົນແມ່ນ 5.400 – 5.500 USD; ລະດັບການເຕີບໂຕ CPI ຢູ່ໃນລະດັບປະມານ 4,5%.
“ນີ້ແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນ, ແຕ່ກໍແມ່ນບັນຫາທີ່ຫຍຸ້ງຍາກທີ່ສຸດ. ສະເໜີໃຫ້ສູນກາງປຶກສາຫາລື, ປະກອບຄຳເຫັນກ່ຽວກັບການກຳນົດທິດທາງໃຫຍ່ເພື່ອຄະນະພັກສະພາແຫ່ງຊາດ ແລະ ຄະນະພັກລັດຖະບານ ຊີ້ນຳປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ, ສ້າງແຜນງົບປະມານແຫ່ງລັດປີ 2026 ແລະ ໄລຍະຈະມາເຖິງ. ເນື້ອໃນຈິດໃຈລວມແມ່ນ ຍົກສູງຄວາມເປັນເຈົ້າການຍຸດທະສາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພີ່ງຕົນເອງ, ດ້ວຍທິດນຳທີ່ວ່າ “ສະຖຽນລະພາບ, ລະບຽບວິໄນ, ເພີ່ມລະດັບຄວາມໄວການເຕີບໂຕ, ບຸກທະລຸ, ຍືນຍົງ”.
ທ່ານເລຂາທິການໃຫຍ່ສະເໜີໃຫ້ສູນກາງພັກ ປຶກສາຫາລື 6 ເນື້ອໃນຈຸດສຸມ, ໃນນັ້ນ ຮັກສາສະຖຽນລະພາບມະຫາພາກ, ບໍລິຫານທາງດ້ານເສດຖະກິດປີການເງິນ - ເງິນຕາຢ່າງມີໄຫວພິບ, ປະສານສົມທົບຢ່າງຄ່ອງແຄ້ວ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຕໍ່ຕະຫຼາດ; ຊຸກຍູ້ສາມກຳລັງໜູນເຕີບໂຕລວມມີ ການລົງທຶນ - ການບໍລິໂພກ - ການສົ່ງອອກ, ສ້າງພື້ນທີ່ໃໝ່ ຈາກການຮ່ວມສຳພັນເຂດ ແລະ ຫັນເປັນຕົວເມືອງທີ່ມີຄຸນນະພາບສູງ; ຍູ້ແຮງການຫັນເປັນດີຈີຕອນ - ຫັນເປັນສີຂຽວ, ນຳຂໍ້ມູນກາຍເປັນຊັບພະຍາກອນ, ເສດຖະກິດດີຈີຕອນກາຍເປັນກົນຈັກຜັກດັນ, ພະລັງງານທົດແທນ ແລະ ເສດຖະກິດໝູນວຽນກາຍເປັນເສົ້າຄ້ຳແບບຍືນຍົງ…ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ປະຊາຊົນ ພວມມີຄວາມເຊື່ອໝັ້ນ ແລະ ຄວາມຫວັງໃໝ່. ຄວາມຮັບຜິດຊອບຂອງສູນກາງແມ່ນຫັນແງ່ຫວັງໃຫ້ປະກົດຜົນເປັນຈິງ, ຫັນແຜນນະໂຍບາຍກາຍເປັນກະແສໃນຊີວິດ./.




