logo

ຢືນ​ຢັນ​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ແຮງ​ຂອງ ຫວຽດ​ນາມ ດ້ວຍ​ບັນ​ດາ​ຄຸນ​ຄ່າຫຼັກ​ແຫຼ່ງ​ຂອງ ສ​ປ​ຊ

2025/9/19 | 10:53:21
(VOVWORLD) - ແຕ່ວັນທີ 21-24 ກັນຍາ, ທ່ານປະທານປະເທດຫວຽດນາມ ເລືອງເກື່ອງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງ ກອງປະຊຸມສະມັດຊາດໃຫຍ່ ສປຊ ຊຸດທີ 80, ສົມທົບກັບການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ. ນີ້ແມ່ນການໄປປະຕິບັດງານທີ່ມີຄວາມໝາຍທີ່ສຸດ, ຢັ້ງຢືນຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ທີ່ມີຕໍ່ລັດທິຫຼາຍຝ່າຍ ແລະ ບັນດາຄຸນຄ່າຫຼັກແຫຼ່ງຂອງ ສປຊ. ສຳລັບ ອາເມລິກາ, ບັນດາການເຄື່ອນໄຫວສອງຝ່າຍຂອງທ່ານປະທານປະເທດໃນໂອກາດນີ້ ຈະປະກອບສ່ວນກຳນົດທິດການຮ່ວມມືສອງຝ່າຍ ພາຍຫຼັງທີ່ໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານມາເປັນເວລາ 2 ປີ.
ທ່ານປະທານປະເທດ ເລືອງເກື່ອງ

ການເຂົ້າຮ່ວມຂອງທ່ານປະທານປະເທດ ເລືອງເກື່ອງ ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງພັກ, ລັດ ຫວຽດນາມ ທີ່ມີຕໍ່ການຮ່ວມມືຫຼາຍຝ່າຍ, ບັນດາໂຄງການດຳເນີນງານໃຫ່ຍຂອງ ສປຊ ເທົ່ານັ້ນ, ຫາກຍັງຢັ້ງຢືນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເປັນເຈົ້າການຢ່າງຕັ້ງໜ້າໃນການເຊື່ອມໂຍງເຂົ້າກັບສາກົນອີກດ້ວຍ.

ຢັ້ງຢືນ ຫວຽດນາມ ຖືການພົວພັນກັບ ສປຊ ເປັນສຳຄັນ

ດ້ວຍຫົວຂໍ້ “ສະໜິດຕິດພັນເພື່ອພ້ອມກັນດີຂຶ້ນ”, ສັບປະດາຂັ້ນສູງສະມັດຊາໃຫ່ຍ ສປຊ ຈະດຳເນີນແຕ່ວັນທີ 22-30 ກັນຍາ, ໃນນັ້ນ, ຈຸດສຸມແມ່ນວາລະປຶກສາຫາລືຂັ້ນສູງ, ສຸມໃສ່ຊຸກຍູ້ນ້ຳໃຈສາມັກຄີສາກົນ, ລັດທິຫຼາຍຝ່າຍ, ສັນຕິພາບ, ຄວາມໝັ້ນຄົງ, ການພັດທະນາ ແລະ ປົກປ້ອງສິດທິມະນຸດ.

ທ່ານ ຫງວຽນກັວກຢຸງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ

ທ່ານປະທານປະເທດ ເລືອງເກື່ອງ ໄດ້ພ້ອມກັບ ການຳ, ເຈົ້າໜ້າທີ່ຂັນສູງຂອງບັນດາປະເທດສະມາຊິກ ສປຊ 192 ທ່ານໄດ້ເຂົ້າຮ່ວມກອງປະຊຸມ. ທ່ານ ຫງວຽນກັວກຢຸງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ເນັ້ນໜັກວ່າ:

ເລື່ອງທ່ານປະທານປະເທດ ເລືອງເກື່ອງ ເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງ ກອງປະຊຸມສະມັດຊາດໃຫ່ຍ ສປຊ ຊຸດທີ 80 ໄດ້ສະແດງໃຫ້ເຫັນການສະໜັບສະໜູນລັດທິຫຼາຍຝ່າຍ, ຫວຽດນາມ ຖືການພົວພັນກັບ ສປຊ ເປັນສຳຄັນ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ ຫວຽດນາມ ຢັ້ງຢືນບົດບາດແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມໂລກ, ເພື່ອໃຫ້ ຫວຽດນາມ ສະແດງທັດສະນະ ແລະ ແບ່ງປັນບົດຮຽນພັດທະນາ, ປະກອບສ່ວນໃຫ້ແກ່ບັນດາຂໍ້ລິເລີ່ມ ແລະ ມາດຕະການແທດຈິງໃຫ້ບັນດາບັນຫາລວມຂອງມວນມະນຸດຄື: ສັນຕິພາບ, ສະຖຽນລະພາບ, ການພັດທະນາແບບຍືນຍົງ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

       ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ເລືອງເກື່ອງ ຈະແບ່ງປັນສານຂອງ ຫວຽດນາມ ກ່ຽວກັບເລື່ອງເຊື່ອມໂຍງເຂົ້າກັບສາກົນ, ການຮຳບາດແຜສົງຄາມ, ການຫັນປ່ຽນ ແລະ ບຸກບືນຢ່າງແຮງ. ພ້ອມທັງ ຮຽກຮ້ອງບັນດາປະເທດພ້ອມກັນເຊີດຊູຄຸນຄ່າຂອງສັນຕິພາບ, ການຫັນປ່ຽນຢ່າງແຮງເພື່ອສ້າງອະນາຄົດທີ່ໝັ້ນຄົງ….

ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ອາເມລິກາ

ໃນການໄປປະຕິບັດງານຄັ້ງນີ້, ທ່ານປະທານປະເທດ ເລືອງເກື່ອງ ຈະດຳເນີນຫຼາຍການເຄື່ອນໄຫວສອງຝ່າຍກັບ ອາເມລິກາ, ທັງດ້ານການເມືອງ, ເສດຖະກິດ, ເຕັກໂນໂລຊີ, ວັດທະນະທຳ ແລະ ການພົບປະແລກປ່ຽນຕ່າງໆ ໃນໂອກາດສອງປະເທດສະເຫຼີມສະຫຼອງ 30 ປີແຫ່ງວັນຫັນການພົວພັນທາງການທູດເປັນປົກກະຕິ (1995-2025) ແລະ 2 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ອາເມລິກາ ເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາແບບຍືນຍົງ (2023-2025).

  ໃນ 2 ປີຜ່ານມາ, ນັບແຕ່ເມື່ອສອງປະເທດຍົກລະດັບການພົວພັນ, ການພົວພັນສອງຝ່າຍໄດ້ມີບາດກ້າວພັດທະນາຢ່າງບຸກທະລຸ. ທ່ານເອກອັກຄະລັດຖະທູດ ຫງວຽນກັວກຢຸງ ຢືນຢັນວ່າ:

  ຄວາມເຄົາລົບ ແລະ ເອົາໃຈໃສ່ຊື່ງກັນ ແລະ ກັນໄດ້ຮັບການເພີ່ມທະວີ ຊື່ງສະແດງອອກຢ່າງລະອຽດຜ່ານການຮັກສາ ແລະ ເປີດກ້ວາງບັນດາຊ່ອງພົບປະແລກປ່ຽນຢູ່ທຸກຂັ້ນ, ພິເສດແມ່ນການພົບປະຂັ້ນສູງ. ໄດ້ມີຫຼາຍການພົບປະ, ໂອ້ລົມທາງໂທລະສັບລະຫວ່າງການນຳ ຫວຽດນາມ ກັບປະທານາທິບໍດີ ອາເມລິກາ. ໃນຮອບເວລາ 2, 3 ເດືອນຜ່ານມາ, ມີການໂອ້ລົມທາງໂທລະສັບລະຫວ່າງທ່ານເລຂາທິກາຍໃຫ່ຍ ໂຕເລິມ ກັບປະທານາທິບໍດີ Donald Trump 4 ຄັ້ງ. ບັນດາການພົບປະຂັ້ນສູງໄດ້ສ້າງພື້ນຖານ ແລະ ການກຳນົດທິດໃຫ້ແກ່ການພັດທະນາການພົວພັນສອງຝ່າຍໃນຫຼາຍຂົງເຂດ.

ໃນຕົວຈິງ, ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ສອງປະເທດໄດ້ຮັບຮູ້ບັນດາໝາກຜົນທີ່ຕັ້ງໜ້າ, ດ້ວຍບັນດາຕົວເລກລະອຽດ. ວົງເງິນການຄ້າສອງຝ່າຍສືບຕໍ່ເຕີບໂຕຢ່າງແຮງ. ອາເມລິກາ ສືບຕໍ່ແມ່ນຕະຫຼາດສົ່ງອອກແຖວໜ້າຂອງ ຫວຽດນາມ ດ້ວຍວົງເງິນສົ່ງອອກບັນລຸກ່ວາ 99 ຕື້ USD. ອາເມລິກາ ສະຫງວນ ບຸລິມະສິດສູງໃຫ້ແກ່ການເຈລະຈາການຄ້າສົມທົບກັບ ຫວຽດນາມ ແລະ ສອງຝ່າຍບັນລຸໄດ້ຄວາມຮັບຮູ້ລວມຂັ້ນສູງໂດຍໄວ. ການກຳນົດທິດໃຫ້ແກ່ວິວັດການເຈລະຈາລະອຽດ ເພື່ອແນໃສ່ຮັບປະກັນການຄ້າແບບຍືນຍົງ ແລະ ດຸ່ນດ່ຽງກ່ວາ.

ໃນສະພາບການດັ່ງກ່າວ, ການໄປປະຕິບັດງານຂອງທ່ານປະທານປະເທດ ເລືອງເກື່ອງ ສືບຕໍ່ຢັ້ງຢືນນະໂຍບາຍການຕ່າງປະເທດ ຫວຽດນາມ, ໃນນັ້ນ, ສະຫງວນບຸລິມະສິດສູງໃຫ້ແກ່ການພົວພັນກັບ ສປຊ, ພ້ອມທັງສ້າງພື້ນຖານໃໝ່ໃຫ້ແກ່ການພົວພັນ ຫວຽດນາມ-ອາເມລິກາ./.

TAG
VOV/VOVworld/ປະ​ທານ​ປະ​ເທດ/ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ