ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ແລະ ພັນລະຍາ (ພາບປະກອບ: VOV5) |
ການຢ້ຽມຢາມບໍ່ພຽງແຕ່ມີຄວາມໝາຍສຳຄັນສຳລັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ມາເລເຊຍ ເທົ່ານັ້ນ, ຫາກຍັງສືບຕໍ່ຢັ້ງຢືນວ່າ ຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບໃນວິວັດທະນາການສ້າງປະຊາຄົມ ອາຊຽນ.
ເສີມຂະຫຍາຍບົດບາດລັດຖະສະພາໃນການຊຸກຍູ້ການຮ່ວມສຳພັນພາກພື້ນ
ດ້ວຍຫົວຂໍ້ “ສະພາແຫ່ງຊາດຢູ່ແນວໜ້າເພື່ອ ອາຊຽນ ເຕີບໂຕແບບກວມລວມ ແລະ ຍືນຍົງ”, AIPA – 46 ໄດ້ສຸມໃສ່ບັນດາເນື້ອໃນ, ຄື: ບົດບາດຂອງລັດຖະສະພາໃນການຊຸກຍູ້ການເຕີບໂຕແບບກວມລວມ ແລະ ຍືນຍົງ; ແລກປ່ຽນບົດຮຽນປະສົບການກ່ຽວກັບຂອບເຂດກົດໝາຍ ແລະ ກົນໄກຕິດຕາມກວດກາໜູນຊ່ວຍການເຕີບໂຕແບບກວມລວມ ແລະ ຍືນຍົງ; ເພີ່ມທະວີກຳລັງຄວາມສາມາດລັດຖະສະພາໃນການໝູນໃຊ້ກາລະໂອກາດ ແລະ ຮັບມືກັບສິ່ງທ້າທາຍ; ຊຸກຍູ້ການຮ່ວມມື ແລະ ການສົມທົບກັນລະຫວ່າງບັນດາລັດຖະສະພາກັບບັນດາອົງການການເມືອງສັງຄົມ, ຂົງເຂດເອກະຊົນ, ນັກຮຽນຮູ້, ປະຕິບັດວິໄສທັດປະຊາຄົມ ອາຊຽນ 2045; ສ້າງຂໍ້ສະເໜີແນະກ່ຽວກັບການປະຕິຮູບນະໂຍບາຍ ແລະ ຂໍ້ລິເລີ່ມກ່ຽວກັບກົດໝາຍ ແນໃສ່ຍູ້ແຮງການເຕີບໂຕແບບກວມລວມ ແລະ ຍືນຍົງ. ທ່ານ ດິງງອກລິງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມາເລເຊຍ ໃຫ້ຮູ້ວ່າ:
“ມາເລເຊຍ ເລືອກເອົາຫົວຂໍ້ “ສະພາແຫ່ງຊາດຢູ່ແນວໜ້າເພື່ອ ອາຊຽນ ເຕີບໂຕແບບກວມລວມ ແລະ ຍືນຍົງ” ດ້ວຍຄວາມປາດຖະໜາ AIPA ສືບຕໍ່ເສີມຂະຫຍາຍບົດບາດລັດຖະສະພາໃນການຊຸກຍູ້ການຮ່ວມສຳພັນພາກພື້ນ, ຍົກສູງສຽງເວົ້າຂອງປະຊາຊົນ, ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ ແລະ ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ. ບັນດາເນື້ອໃນປຶກສາຫາລືກໍສຸມໃສ່ການຮ່ວມມືອະນຸພາກພື້ນ, ຄວາມໝັ້ນຄົງດ້ານສະບຽງອາຫານ, ແຫຼ່ງຊັບພະຍາກອນນ້ຳ, ປົກປັກຮັກສາສິ່ງແວດລ້ອມ ແລະ ການຮັບມືຕໍ່ບັນດາສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່”.
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ແລະ ພັນລະຍາ ຖ່າຍຮູບພ້ອມກັບທ່ານປະທານສະພາຕ່ຳ ມາເລເຊຍ Tan Sri Dato' Johari Bin Abdul (ພາບປະກອບ: VOV5) |
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ກໍຈະ ເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານ AIPA, ເຂົ້າຮ່ວມພິທີໄຂ ແລະ ມີບົດກ່າວປາໄສສຳຄັນໃນກອງປະຊຸມຄົບຄະນະຄັ້ງທີ 1, ພ້ອມດ້ວຍບັນດາການເຄື່ອນໄຫວພົບປະສອງຝ່າຍ. ຜ່ານນັ້ນ ຢັ້ງຢືນໄດ້ບົດບາດຕັ້ງໜ້າ, ມີຄວາມຮັບຜິດຊອບຂອງສະພາແຫ່ງຊາດ ຫວຽດນາມ ໃນບັນດາການເຄື່ອນໄຫວຂອງລັດຖະສະພາພາກພື້ນ, ຊຸກຍູ້ບັນດາຂໍ້ຕົກລົງ ແລະ ປະກອບສ່ວນສ້າງຜົນງານຂອງ AIPA 46, ພ້ອມທັງເປີດກວ້າງການພົວພັນກັບລັດຖະສະພາບັນດາປະເທດອື່ນໃນໂລກ. ທ່ານເອກອັກຄະລັດຖະທູດ ດິງງອກລິງ ຢັ້ງຢືນວ່າ:
“ການຢ້ຽມຢາມມີຄວາມໝາຍສຳຄັນທີ່ສຸດ, ຢັ້ງຢືນຄຳໝັ້ນສັນຍາ ແລະ ຄວາມຕັດສິນໃຈຂອງ ຫວຽດນາມ ໃນການຜັນຂະຫຍາຍນະໂຍບາຍຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບ, ປະກອບສ່ວນໃຫ້ແກ່ສັນຕິພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ. ຫວຽດນາມ ສືບຕໍ່ສະແດງແນວທາງການຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍ, ໃຫ້ບຸລິມະສິດເພີ່ມທະວີການພົວພັນກັບບັນດາປະເທດ ອາຊຽນ, ຊຸກຍູ້ການພົວພັນມິດຕະພາບກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ປາດຖະໜາຢາກປະກອບສ່ວນບົດບາດທີ່ນັບມື້ນັບສຳຄັນກວ່າເຂົ້າໃນບັນດາບັນຫາພາກພື້ນ ແລະ ສາກົນ.”
ຜັນຂະຫຍາຍສາຍພົວພັນສອງຝ່າຍຢ່າງແທ້ຈິງ
ໃນຂອບເຂດການຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ຈະມີການພົບປະເຈລະຈາສຳຄັນກັບປະທານສະພາສູງ ມາເລເຊຍ, ປະທານສະພາຕ່ຳ ມາເລເຊຍ ແລະ ບັນດາການນຳຂັ້ນສູງອື່ນໆຂອງ ມາເລເຊຍ. ນີ້ບໍ່ພຽງແຕ່ແມ່ນໂອກາດທີ່ດີ ເພື່ອໃຫ້ສອງຝ່າຍສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ, ເປີດກວ້າງການຮ່ວມມືລັດຖະສະພາລະຫວ່າງສອງປະເທດເທົ່ານັ້ນ, ຫາກຍັງເປີດກວ້າງບັນດາໂອກາດຮ່ວມມືທີ່ແທດຈິງ, ມີປະສິດທິຜົນ, ໂດຍສະເພາະແມ່ນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ. ທ່ານເອກອັກຄະລັດຖະທູດ ດິງງອກລິງ ເຊື່ອໝັ້ນວ່າ:
“ນີ້ແມ່ນໄລຍະທີ່ພວກເຮົາຕ້ອງຍາດແຍ່ງເພື່ອຮ່ວມມື, ສ້າງເງື່ອນໄຂສະດວກ, ໃນນັ້ນ ພິເສດແມ່ນອຳນວຍຄວາມສະດວກໃຫ້ແກ່ບັນດາວິສາຫະກິດສອງປະເທດມີໂອກາດໄດ້ສຳຜັດກັບຕະຫຼາດຂອງກັນໃນຂົງເຂດເສດຖະກິດ, ໜຶ່ງໃນບັນດາຂົງເຂດ ເຊິ່ງມີຈຸດພົ້ນເດັ່ນຫຼາຍຢ່າງ. ໃນ 8 ເດືອນຕົ້ນປີ 2025 ຜ່ານມາ, ວົງເງິນການຄ້າລະຫວ່າງສອງປະເທດບັນລຸໄດ້ 10,66 ຕື້ USD, ເພີ່ມຂຶ້ນ 10,3% ເມື່ອທຽບໃສ່ປີ 2024. ນີ້ແມ່ນບັນດາສັນຍານອັນຕັ້ງໜ້າເຊິ່ງສອງປະເທດ ສາມາປະຕິບັດສຳເລັດເປົ້າໝາຍທີ່ໄດ້ວາງອອກ ໂດຍໄວ, ພິເສດ ແມ່ນໃນບັນດາຂົງເຂດ ເຊິ່ງສອງຝ່າຍລ້ວນແຕ່ມີຄວາມສົນໃຈ ແລະ ພວມມີນະໂຍບາຍບຸກທະລຸ, ຕົວຢ່າງຄື ຂົງເຂດເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ນະວັດຕະກຳ, ວິທະຍາສາດເຕັກໂນໂລຢີ, ອຸດສາຫະກຳ Halal”.
ການຢ້ຽມຢາມຄັ້ງນີ້ມີຄວາມໝາຍສຳຄັນ, ຢັ້ງຢືນຄຳໝັ້ນສັນຍາ ແລະ ຄວາມຕັດສິນໃຈຂອງ ຫວຽດນາມ ໃນການຜັນຂະຫຍາຍນະໂຍບາຍຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບ, ປະກອບສ່ວນໃຫ້ແກ່ສັນຕິພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ. ບໍ່ພຽງແຕ່ເທົ່ານັ້ນ ຍັງປະກອບສ່ວນຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ມາເລເຊຍ ຢ່າງແທ້ຈິງ, ພ້ອມທັງສະແດງໃຫ້ເຫັນການສະໜັບສະໜູນ ມາເລເຊຍ ໃນຖານະບົດບາດເປັນປະທານ ອາຊຽນ 2025. ຜ່ານນັ້ນ, ຫວຽດນາມ ກໍ່ສືບຕໍ່ສະແດງໃຫ້ເຫັນແນວທາງການຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍ, ໃຫ້ບຸລິມະສິດເພີ່ມທະວີການພົວພັນກັບບັນດາປະເທດ ອາຊຽນ, ຊຸກຍູ້ການພົວພັນມິດຕະພາບກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ປາດຖະໜາຢາກປະກອບສ່ວນບົດບາດທີ່ນັບມື້ນັບສຳຄັນກວ່າໃນບັນດາບັນຫາພາກພື້ນ ແລະ ສາກົນ./.




