ອາຍຸການ 2020 – 2025, ອົງຄະນະພັກລັດຖະບານໄດ້ຊີ້ນຳນຳພາປະຕິບັດ 3 ເນື້ອໃນບຸກທະລຸຍຸດທະສາດ, 6 ໜ້າທີ່ຈຸດສຸມ, 12 ກຸ່ມມາດຕະການຫຼັກແຫຼ່ງຢ່າງຄົບຊຸດ, ບັນລຸໄດ້ໝາກຜົນຢ່າງຮອບດ້ານ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກລັດຖະບານຄັ້ງທີ 1 |
ຂີດໝາຍປະຫວັດສາດໃນວິວັດການສ້າງລັດຖະບານເພື່ອປະຊາຊົນ
ໃນອາຍຸການຜ່ານມາ, ພາຍໃຕ້ການຊີ້ນຳ, ນຳພາຂອງອົງຄະນະພັກລັດຖະບານ, ເສດຖະກິດຮັກສາລະດັບເຕີບໂຕນອນໃນກຸ່ມສູງ, ຂອບຂະໜາດ GDP ເພີ່ມຂຶ້ນແຕ່ 346 ຕື້ USD ໃນປີ 2020 ຂຶ້ນເປັນປະມານ 510 ຕື້ USD ປີ 2025, ຢືນອັນດັບທີ 32 ໃນໂລກ; GDP ສະເລ່ຍຕໍ່ຫົວຄົນບັນລຸປະມານ 5.000 USD; ໄພເງິນເຟີ້ປະມານ 4%. ບັນດາການເກີນດຸນໄດ້ຮັບປະກັນ, ການສົ່ງອອກເກີນດຸນໄດ້ຮັບການຮັກສາໃນຫຼາຍປີ.
ຕາມທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ການລົງທຶນ ແລະ ພື້ນຖານໂຄງລ່າງບຸກທະລຸ, ຍອດເງິນລົງທຶນທົ່ວສັງຄົມບັນລຸປະມານ 33% GDP. ເງິນລົງທຶນພາກລັດ ໄລຍະ 2021 – 2025 ເພີ່ມຂຶ້ນ 55% ເມື່ອທຽບໃສ່ອາຍຸກ່ອນ. ຮອດທ້າຍປີ 2025, ຄາດວ່າ ຫວຽດນາມ ຈະກໍ່ສ້າງເສັ້ນທາງຄວາມໄວສູງສຳເລັດ 3.245 km ແລະ ເສັ້ນທາງແຄມທະເລ 1.711 km; ເປີດກວ້າງບັນດາທ່າອາກາດສະຍານໃຫຍ່; ກໍ່ສ້າງທ່າອາກາດສະບານສາກົນ ລອງແທັ່ງ ສຳເລັດໄລຍະທີ 1 ໂດຍພື້ນຖານ; ພ້ອມທັງຊຸກຍູ້ສ້າງເສັ້ນທາງອ້ອມຕົວເມືອງ, ເສັ້ນທາງລົດໄຟໃນຕົວເມືອງ, ພື້ນຖານໂຄງລ່າງດີຈີຕອນ ແລະ ພະລັງງານຈຳນວນໜຶ່ງ.
ການປະຕິຮູບກົງຈັກການຈັດຕັ້ງໄດ້ຮັບການຜັນຂະຫຍາຍຢ່າງຂ້ຽວຂາດ, ຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນເຄື່ອນໄຫວຢ່າງມີປະສິດທິຜົນ.
ການໜູນຊ່ວຍໃນຊີວິດສັງຄົມໄດ້ຮັບການບຸລິມະສິດ. ອັດຕາຄອບຄົວທຸກຍາກຫຼາຍສົ້ນຫຼຸດແຕ່ 4,1% ປີ 2021 ລົງເຫຼືອພຽງ 1,3% ໃນປີ 2025; ປະຕິບັດສຳເລັດເປົ້າໝາຍລົບລ້າງເຮືອນຢູ່ຊົ່ວຄາວກ່ອນກຳນົດເວລາ. ອັດຕາສ່ວນເຂົ້າຮ່ວມປະກັນສຸຂະພາບບັນລຸ 95,2%; ດັດຊະນີຄວາມຜາສຸກຂອງ ຫວຽດນາມ ເລື່ອນຂຶ້ນ 37 ຂັ້ນ, ຢຶນຢູ່ອັນດັບທີ 46 ໃນໂລກ. ການສຶກສາ ແລະ ການພັດທະນາບຸກຄະລາກອນໄດ້ຮັບຖືວ່າບຸກທະລຸຍາວນານ ເມືື່ອຍົກເວັ້ນ, ໜູນຊ່ວຍຄ່າຮຽນໃຫ້ເດັກອະນຸບານ ແລະ ສາມັນສຶກສາ ນັບແຕ່ສົກຮຽນ 2025 – 2026; ກໍ່ສ້າງໂຮງຮຽນເຊື່ອມຕໍ່ລະຫວ່າງຊັ້ນຮຽນຢູ່ບັນດາຕາແສງເຂດຊາຍແດນ, ບຳລຸງສ້າງນັກວິສະວະກອນ 100.000 ຄົນ ໃນຂົງເຂດຊິບເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ.
ພິເສດໃນ 2 ປີສຸດທ້າຍຂອງອາຍຸການ, ລັດຖະບານໄດ້ສຸມໃສ່ຊີ້ນຳ, ນຳພາປະກອບສ່ວນເປັນເສນາທິການກໍ່ສ້າງ ແລະ ປະຕິບັດບັນດານະໂຍບາຍຊີ້ຂາດທີ່ມີລັກສະນະປະຫວັດສາດຂອງພັກ, ລັດກ່ຽວກັບການສັບຊ້ອນ, ປັບປຸງກົງຈັກໃຫ້ກະທັດລັດ, ສ້າງຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ ແລະ ບັນດາມະຕິຂອງກົມການເມືອງ ສ້າງບາດກ້າວບຸກທະລຸພັດທະນາໃນບັນດາຂົງເຂດຫຼັກແຫຼ່ງ, ແກ່ນສານໃນສັງກາດໃໝ່. ທ່ານກ່າວວ່າ:
“ອາດສາມາດຢັ້ງຢືນໄດ້ວ່າ, ປະເທດເຮົາບັນລຸໄດ້ບັນດາຜົນງານສຳຄັນ, ຮອບດ້ານ, ພົ້ນເດັ່ນໃນທຸກຂົງເຂດ; ສ້າງທ່ວງທ່າປະຕິຮູບ ແລະ ປ່ຽນແປງໃໝ່; ສ້າງກຳລັງພັດທະນາຢ່າງວ່ອງໄວ ແລະ ຍືນຍົງ; ສ້າງບັນຍາກາດທີ່ຟົດຟື້ນໃນທົ່ວສັງຄົມ ແລະ ປະກອບສ່ວນສ້າງຄວາມເຊື່ອໝັ້ນໃນໝູ່ປະຊາຊົນທີ່ມີຕໍ່ພັກຢ່າງໝັ້ນແກ່ນ”.
ລະດົມທຸກແຫຼ່ງກຳລັງເພື່ອເພີ່ມລະດັບຄວາມໄວ, ບຸກທະລຸ
ກ້າວເຂົ້າສູ່ອາຍຸການ 2025 – 2030, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້ມມິງຈິງ ເນັ້ນໜັກວ່າ ອົງຄະນະພັກລັດຖະບານ “ຕ້ອງເປັນແບບຢາງນຳໜ້າ, ມີການກະທຳຢ່າງຂ້ຽວຂາດ, ແມ່ນໃຈກາງຄວາມສາມັກຄີ, ປະດິດຄິດສ້າງ, ກ້າຄິດ, ກ້າທຳ, ກ້າຮັບຜິດຊອບເພື່ອຜົນປະໂຫຍດຂອງປະເທດຊາດ”.
“ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກລັດຖະບານຄັ້ງນີ້ ໄດ້ວາງອອກບັນດາທິດທາງການເຄື່ອນໄຫວ ທີ່ວ່າ: “ສາມັກຄີ, ມີວິໄນ - ປະຊາທິປະໄຕ, ປ່ຽນແປງໃໝ່ - ບຸກທະລຸ, ພັດທະນາ - ໃກ້ຊິດກັບປະຊາຊົນ, ເພື່ອປະຊາຊົນ”. ໃນນັ້ນ, ສາມັກຄີ, ມີວິໄນ” ແມ່ນພື້ນຖານ, - “ປະຊາທິປະໄຕ, ປ່ຽນແປງໃໝ່” ແມ່ນຫຼັກການ, ແບບວິທີ - “ບຸກທະລຸ, ພັດທະນາ” ແມ່ນເປົ້າໝາຍ, ຄວາມຮຽກຮ້ອງ, “ ໃກ້ຊິດກັບປະຊາຊົນ, ເພື່ອປະຊາຊົນ” ແມ່ນແນວຄິດ ຖືປະຊາຊົນເປັນກົກ, ແມ່ນກຳລັງແຮງລິເລີ່ມ ແລະ ດ້ວຍນ້ຳໃຈ “ພັກນຳພາ, ລັດຖະບານເປັນເອກະພາບ, ສະພາແຫ່ງຊາດຮ່ວມເດີນທາງ, ປະຊາຊົນສະໜັບສະໜູນ, ປະເທດຊາດລໍຄອຍ, ເພື່ອນມິດຊ່ວຍເຫຼືອ; ພຽງປຶກສາຫາລືເຮັດ, ບໍ່ປຶກສາຫາລືຖອຍ”.
ຕາມການນຳລັດຖະບານແລ້ວ, ໃນອາຍຸການໃໝ່ ຈະສຸມໃສ່ສາມເສົາຄ້ຳບຸກທະລຸຍຸດທະສາດ, ລວມມີການສ້າງລະບອບລະບຽບການພັດທະນາຄົບຊຸດ, ທັນສະໄໝ; ພັດທະນາວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດຄືເປັນກຳລັງໜູນແກ່ນສານ, ພ້ອມທັງຊຸກຍູ້ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ; ສ້າງໂຄງປະກອບພື້ນຖານໂຄງລ່າງຄົບຊຸດ, ທັນສະໄໝ, ຈຸດສຸມແມ່ນຄົມມະນາຄົມ, ພະລັງງານ, ພື້ນຖານໂຄງລ່າງດີຈີຕອນ ແລະ ສັງຄົມ, ສູ້ຊົນຮອດປີ 2030 ກໍ່ສ້າງສຳເລັດເສັ້ນທາງຄວາມໄວສູງ 5.000 km, ພັດທະນາບັນດາໂຄງການເສັ້ນທາງຄວາມໄວສູງ, ທ່າກ່ຳປັ່ນທະເລ, ສະໜາມບິນບັນລຸມາດຖານພາກພື້ນ.
ເປົ້າໝາຍຮອດປີ 2030 ແມ່ນບັນລຸລະດັບການເຕີບໂຕ GDP ສະເລ່ຍ 10%/ຕໍ່ປີຂຶ້ນໄປ, GDP ສະເລ່ຍຕໍ່ຫົວຄົນປະມານ 8.500 USD; ຫວຽດນາມ ກາຍເປັນປະເທດພວມພັດທະນາທີ່ມີພື້ນຖານອຸດສາຫະກຳທັນສະໄໝ, ລາຍຮັບປານກາງສູງ, ນອນໃນກຸ່ມ 30 ພື້ນຖານເສດຖະກິດທີ່ມີຂອບຂະໜາດ GDP ແຖວໜ້າໂລກ.
ອົງຄະນະພັກລັດຖະບານ ຈະແມ່ນກຳລັງນຳໜ້າໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງ XIV ຂອງພັກຄອມມູນິດ ຫວຽດນາມ; ຫັນຄວາມຄາດຫວັງກາຍເປັນການກະທຳ, ຫັນຄວາມຕັດສິນໃຈກາຍເປັນໝາກຜົນລະອຽດ, ນໍາມາເຊິ່ງຄວາມອີ່ມໜຳສຳລານ, ສົມບູນພູນສຸກໃຫ້ແກ່ປະຊາຊົນ. /.




