logo

ຫວຽດ​ນາມ ຮຽກ​ຮ້ອງ​ຍົກ​ສູງ​ຄຸນ​ຄ່າ​ຂອງ​ສັນ​ຕິ​ພາບ, ສ້າງ​ອະ​ນາ​ຄົດ​ແບບ​ຍືນ​ຍົງ

2025/9/24 | 10:13:17
(VOVWORLD) -  ວັນທີ 23 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ສຳນັກງານ ສປຊ, ນິວຢອກ, ອາເມລິກາ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ມີບົດກ່າວປາໄສຢູ່ວາລະປຶກສາຫາລືຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 80. ໃນນັ້ນ, ທ່ານປະທານປະເທດ ເລືອງເກືອງ ໄດ້ສົ່ງສານຢ່າງແຮງຂອງ ຫວຽດນາມ ກ່ຽວກັບຄວາມຮັບຜິດຊອບໃນການສ້າງໂລກແຫ່ງສັນຕິພາບ, ຮຽກຮ້ອງປະຊາຄົມສາກົນ ຮ່ວມແຮງຮ່ວມໃຈສ້າງອະນາຄົດແບບຍືນຍົງ.

ທ່ານປະທານປະເທດ ເລືອງເກື່ອງ ກ່າວຄຳເຫັນທີ່ວາລະປຶກສາຫາລື (ພາບ: VOV)

ວາລະປຶກສາຫາລືຂັ້ນສູງ ຂອງສະມັດຊາໃຫຍ່ ສປຊ ຊຸດທີ 80 ມີຫົວຂໍ້ “ພ້ອມກັນດີກ່ວາເກົ່າ: 80 ປີ ແລະ ຍິ່ງໄປກວ່ານັ້ນເພື່ອສັນຕິພາບ, ການພັດທະນາ ແລະ ສິດທິມະນຸດ”. ທ່ານປະທານປະເທດ ເລືອງເກື່ອງ ເຂົ້າຮ່ວມວາລະປຶກສາຫາລືພ້ອມກັບປະມຸກລັດ 150 ຄົນ, ເຊິ່ງເປັນຜູ້ນຳລັດຖະບານ ແລະ ຜູ້ຕາງໜ້າຂັ້ນສູງຂອງຫຼາຍປະເທດສະມາຊິກ, ພ້ອມກັບການນຳບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ.

ສານລຸລ່ວງແມ່ນຍົກສູງຄຸນຄ່າຂອງສັນຕິພາບ

ໃນບົດກ່າວຄຳເຫັນ, ທ່ານປະທານປະເທດ ຢັ້ງຢືນວ່າ 80 ປີຜ່ານມາ, ສປຊ ຍາມໃດກໍ່ແມ່ນ ສັນຍາລັກ ຂອງແງ່ຫວັງລວມຂອງມວນມະນຸດເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາ, ອີງຕາມບັນດາຄຸນຄ່າລວມກ່ຽວກັບສິດທິມະນຸດ, ເອກະລາດຊົນຊາດ, ມີຄວາມສະເໝີພາບ, ປະຊາທິປະໄຕ ແລະ ຄວາມກ້າວໜ້າສັງຄົມ. ເຖິງຢ່າງໃດກໍຕາມ, ປັດຈຸບັນ ໂລກພວມປະເຊີນໜ້າກັບບັນດາສິ່ງທ້າທາຍຮ້າຍແຮງແບບທີ່ບໍ່ເຄີຍມີມາກ່ອນ ຄື: ການປະທະກັນ, ສົງຄາມ, ການຊ່ວງເສັງອາວຸດ, ນຳໃຊ້ອາວຸດ, ນາບຂູ່ນຳໃຊ້ອາວຸດ, ການແກ່ງແຍ້ງຂັ້ນດ້ານຍຸດທະສາດລະຫວ່າງບັນດາປະເທດໃຫຍ່, ລັດທິຝ່າຍດຽວ, ການຫຼຸດລົງຢ່າງແຮງກ່ຽວກັບຄຳໝັ້ນສັນຍາດ້ານການເມືອງ ແລະ ແຫຼ່ງກຳລັງ. ເພາະສະນັ້ນ, ທ່ານປະທານປະເທດ ຮຽກຮ້ອງໃຫ້ປະຊາຄົມສາກົນ ພ້ອມກັນຍົກສູງລັດທິຫຼາຍຝ່າຍ ແລະ ລະບົບສາກົນ ໂດຍອີງຕາມກົດໝາຍສາກົນ, ດ້ວຍ ສະຫະປະຊາຊາດແມ່ນໃຈກາງ:

ສັນຕິພາບທັງແມ່ນເປົ້າໝາຍ, ທັງແມ່ນເງື່ອນໄຂຕັດສິນຊີ້ຂາດໃຫ້ແກ່ວິວັດການສ້າງອະນາຄົດໃຫ້ເປັນປົກກະຕິ, ມີຄວາມສະເໝີພາບ, ປະຊາທິປະໄຕ ແລະ ວັດທະນາຖາວອນ. ກ່ອນອື່ນໝົດ, ພວກເຮົາຕ້ອງເຊີດຊູຄຸນຄ່າຂອງສັນຕິພາບ ບໍ່ພຽງແຕ່ດ້ວຍຄຳເວົ້າເທົ່ານັ້ນ ຫາກຍັງຕ້ອງມີການກະທຳລະອຽດອີກດ້ວຍ. ທຸກໆປະເທດ ຕ້ອງສະແດງໃຫ້ເຫັນຄວາມຮັບຜິດຊອບຢ່າງຈະແຈ້ງໃນການປະຕິບັດກົດໝາຍສາກົນ ແລະ ກົດບັດ ສປຊ, ເຄົາລົບເອກະລາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ບໍ່ນຳໃຊ້ອາວຸດ ຫຼື ນາບຂູ່ນຳໃຊ້ອາວຸດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ.

ຫວຽດນາມສະໜັບສະໜູນບັນດາຄວາມມານະພະຍາຍາມສັນຕິພາບ, ຄວາມປອງດອງຫວ່າງແລ້ວນີ້, ຮຽກຮ້ອງໃຫ້ຢຸດຍິງ ແລະ ຢຸດຕິທຸກການກະທຳໃຊ້ຄວາມຮຸນແຮງ, ປົກປ້ອງສາມັນຊົນ, ສ້າງເງື່ອນໄຂສຳຜັດມະນຸດສະທຳຢູ່ເຂດເກີດການປະທະກັນ. ຖືວ່າຕ້ອງເສີມຂະຫຍາຍບົດບາດຂອງບັນດາອົງການໃນພາກພື້ນ ໃນການຮັບປະກັນສັນຕິພາບ, ການຮ່ວມມື ແລະ ພັດທະນາ ໃຫ້ຫຼາຍກວ່າອີກ, ທ່ານປະທານປະເທດ ໄດ້ຍົກສູງບົດບາດຂອງ ອາຊຽນໃນທີ່ຕັ້ງເປັນໃຈກາງຢູ່ ອາຊີ - ປາຊີຟິກ, ໃນນັ້ນມີການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກບົນພື້ນຖານກົດໝາຍສາກົນ, ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982. ເພື່ອສ້າງອະນາຄົດແບບຍືນຍົງ ໃນໂລກທີ່ເຕັມໄປດ້ວຍການຜັນແປ, ທ່ານປະທານປະເທດ ເລືອງເກື່ອງ ເນັ້ນໜັ້ກວ່າ:

ພວກເຮົາຕ້ອງສ້າງຮູບແບບພັດທະນາແບບຍືນຍົງ ໂດຍອີງຕາມພື້ນຖານຫັນເປັນດີຈີຕອນ ແລະ ຫັນເປັນສີຂຽວ. ບັນດາປະເທດຕ້ອງສ້າງຍຸດທະສາດສັງລວມ, ການລົງທຶນຢ່າງແຮງ ເຂົ້າການຄົ້ນຄ້ວາພັດທະນາ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ທີ່ມີຄຸນນະພາບສູງ, ພັດທະນາພື້ນຖານໂຄງລ່າງເຕັກໂນໂລຢີສີຂຽວ, ພິເສດ, ຕ້ອງເພີ່ມທະວີການຮ່ວມມືສາກົນ ໃນການຫັນເປັນເຕັກໂນໂລຢີ ແລະ ການລະດົມການເງິນສີຂຽວ.

ວາລະປຶກສາຫາລືຂັ້ນສູງ ຂອງສະມັດຊາໃຫຍ່ ສປຊ ຊຸດທີ 80 ມີຫົວຂໍ້ “ພ້ອມກັນດີກ່ວາເກົ່າ: 80 ປີ ແລະ ຍິ່ງໄປກວ່ານັ້ນເພື່ອສັນຕິພາບ, ການພັດທະນາ ແລະ ສິດທິມະນຸດ” (ພາບ: VOV)

ຢັ້ງຢືນຄວາມມຸ່ງຫວັງ ຫວຽດນາມ

ໃນສານສົ່ງໄປຍັງປະຊາຄົມສາກົນ, ທ່ານປະທານປະເທດ ເລືອງເກືອງ ແບ່ງປັນເລື່ອງລາວກ່ຽວກັບ ຫວຽດນາມ ຟື້ນຕົວຈາກຄວາມພັງທະລາຍຂອງສົງຄາມ, ແຕ່ປະເທດທຸກຍາກ, ຫຼ້າຫຼັງ, ມີລະດັບວິຊາສະເພາະຕ່ຳ, ຖືກປິດລ້ອມ, ຂວ້ຳບາດ ຫວຽດນາມ ໄດ້ມານະພະຍາຍາມບືນຕົວຂຶ້ນກາຍເປັນປະເທດພວມພັດທະນາ, ມີລາຍຮັບປານກາງ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ. ເຖິງວ່າໃນໄລຍະທາງທີ່ຈະມາເຖິງຍັງມີສິ່ງທ້າທາຍຫຼາຍຢ່າງ, ທ່ານປະທານປະເທດ ຢັ້ງຢືນວ່າ:

ພວກຂ້າພະເຈົ້າໄດ້ປະຕິບັດສຳເລັດ ບັນດາເປົ້າໝາຍພັດທະນາສະຫັດສະວັດໂດຍໄວ, ພວມມານະພະຍາຍາມສູ້ຊົນປະຕິບັດບັນດາຄຳໝັ້ນສັນຍາສາກົນ ແລະ ປະຕິບັດສຳເລັດສອງເປົ້າໝາຍຍຸດທະສາດ, ຮອດປີ 2030 ກາຍເປັນປະເທດພວມພັດທະນາ, ມີອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ, ຮອດປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງ. ດ້ວຍຄຳໝັ້ນສັນຍາຢ່າງແຮງແມ່ນເພື່ອນມິດ, ຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ, ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງ ປະຊາຄົມສາກົນ, ຫວຽດນາມ ຍາມໃດກໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ແລະ ຮ່ວມເດີນທາງພ້ອມກັບທຸກປະເທດເພື່ອແບກຫາບຄວາມຮັບຜິດຊອບລວມ, ຜ່ານຜ່າສິ່ງທ້າທາຍ, ຊຸກຍູ້ການຫັນປ່ຽນຢ່າງແຮງ ເພື່ອສ້າງໂລກແຫ່ງສັນຕິພາບ, ມີສະຖຽນລະພາບ, ພັດທະນາວັດທະນະຖາວອນ ແລະ ຍືນຍົງ, ນຳ ຄວາມອີ່ມໜຳສຳລານສົມບູນພູມສຸກມາໃຫ້ແກ່ປະຊາຊົນໝົດທຸກຄົນ.

ການຮ່ວມມືກັບ ສປຊ ຍາມໃດກໍ່ຮັກສາທີ່ຕັ້ງສຳຄັນໃນແນວທາງ, ນະໂຍບາຍການຕ່າງປະເທດຂອງພັກ ແລະ ລັດ ຫວຽດນາມ, ສ່ອງແສງໃຫ້ເຫັນເຈດຈຳນົງ, ຄວາມມຸ່ງຫວັງຂອງປະຊາຊົນ ຫວຽດນາມ ພ້ອມກັບປະຊາຊົນໂລກ ສູ້ຊົນເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ, ການຮ່ວມມື ແລະ ການພັດທະນາ. ນີ້ກໍ່ແມ່ນການຢັ້ງຢືນ ແລະ ຄວາມຕັດສິນໃຈຂອງ ຫວຽດນາມ ໃນໄລຍະທາງທີ່ຈະມາເຖິງ.

TAG
VOV/VOVworld/ສະ​ປະ​ປະ​ຊາ​ຊາດ/ລັດ​ທິຫຼາຍ​ຝ່າຍ/ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ