ປະຊາຊົນ ປາແລັດສະຕິນ ຍົກຍ້າຍຫຼີກລ່ຽງການປະທະກັນ(ພາບປະກອບ: THX/TTXVN)
|
ວັນທີ 29 ກັນຍາ, ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ໄດ້ປະກາດແຜນການສັນຕິພາບ 20 ຂໍ້ເພື່ອແນໃສ່ຢຸດຕິການປະທະກັນທີ່ແກ່ຍາວຢູ່ເຂດ ກາຊາ. ນີ້ແມ່ນຄວາມມານະພະຍາຍາມຢ່າງໃຫຍ່ຫຼວງທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນຂອງທ່ານ ທີ່ມີຕໍ່ການປະທະກັນຢູ່ເຂດ ກາຊາ, ເປີດຄວາມຫວັງທີ່ຈະບັນລຸໄດ້ມາດຕະການແກ້ໄຂຢ່າງຮອບດ້ານໃຫ້ແກ່ວິກິດການດ້ານຄວາມໝັ້ນຄົງ ແລະ ມະນຸດສະທຳທີ່ນັບມື້ນັບຮ້າຍແຮງຢູ່ເຂດດິນແດນນີ້.
ແຜນການ 20 ຂໍ້ໂດຍປະທານາທິບໍດີ Donald Trump ປະກາດກ່ອນທີ່ການປະຊຸມຂ່າວຮ່ວມກັບທ່ານ Benjamin Netanyahu, ນາຍົກລັດຖະມົນຕີ ອິດສະຣາແອັນ, ທີ່ນະຄອນຫຼວງ ວໍຊິງຕັນ, ປະເທດ ອາເມລິກາ. ແຜນການດັ່ງກ່າວໄດ້ຫັນບັນດາຄຳໝັ້ນສັນຍາເຊິ່ງທ່ານປະທານາທິບໍດີ Donald Trump ຍົກອອກມານັບແຕ່ຕົ້ນປີນີ້ກ່ຽວກັບການແກ້ໄຂການປະທະກັນຢູ່ເຂດ ກາຊາ ໃຫ້ເປັນລະອຽດ.
ສາກົນຄຸ້ມຄອງເຂດ ກາຊາ
ຕາມແຜນການ 20 ຂໍ້ຂອງປະທານາທິບໍດີ Donald Trump, ຈະມອບຄືນຕົວປະກັນທັງໝົດ - ລວມທັງບັນດາຜູ້ທີ່ເສຍຊີວິດ - ພາຍໃນເວລາ 72 ຊົ່ວໂມງ ພາຍຫຼັງທີ່ ອິດສະຣາແອັນ ເຫັນດີຕໍ່ຂໍ້ຕົກລົງ. ແທນທີນັ້ນ, ອິດສະຣາແອັນ ຈະປ່ອຍຕົວນັກໂທດ 250 ຄົນທີ່ພວມປະຕິບັດຄຳສັ່ງລົງໂທດຈຳຄຸກຕະຫຼອດຊີວິດ ແລະ ຊາວ ປາແລັດສະຕິນ 1.700 ຄົນທີ່ຖືກຈັບຕົວພາຍຫຼັງວັນທີ 07 ຕຸລາ 2023, ລວມມີແມ່ຍິງ ແລະ ເດັກນ້ອຍ. ທ່ານ Donald Trump ກໍ່ຮຽກຮ້ອງໃຫ້ຢຸດຕິບັນດາການເຄື່ອນໄຫວດ້ານການທະຫານໃນທັນທີ ພາຍຫຼັງທີ່ 2 ຝ່າຍເຫັນດີຕໍ່ຂໍ້ຕົກລົງ.
ສິ່ງທີ່ໜ້າສົນໃຈທີ່ສຸດໃນແຜນການສັນຕິພາບຂອງທ່ານປະທານາທິບໍດີ Donald Trump ແມ່ນເລື່ອງສະເໜີສ້າງຕັ້ງຄະນະກຳມະການຄະຕິນິຍົມນັກວິຊາການ ປາແລັດສະຕິນ ຊົ່ວຄາວ ເພື່ອຄຸ້ມຄອງເຂດ ກາຊາ, ພາຍໃຕ້ການຕິດຕາມຂອງ “ສະພາສັນຕິພາບ” ສາກົນ ໂດຍທ່ານເອງເປັນປະທານ. ນອກນັ້ນ, ຈະສ້າງຕັ້ງເຂດເສດຖະກິດພິເສດດ້ວຍອັດຕາພາສີບຸລິມະສິດຢູ່ເຂດ ກາຊາ. ຕາມທ່ານ Donald Trump ແລ້ວ, ເລື່ອງສ້າງຕັ້ງຄະນະກຳມະການສາກົນ ເພື່ອຄຸ້ມຄອງເຂດ ກາຊາ ຊົ່ວຄາວ ແທນທີ່ມອບສິດໃຫ້ແກ່ອຳນາດການປົກຄອງ ປາແລັດສະຕິນ ແມ່ນເພື່ອຮັບປະກັນຜົນປະໂຫຍດໃຫ້ທຸກຝ່າຍ.
“ບໍ່ມີຜູ້ໃດຮູ້ໄດ້ວ່າອະນາຄົດຂອງຊາວ ປາແລັດສະຕິນແມ່ນຄືແນວໃດ, ແຕ່ແຜນການທີ່ພວກຂ້າພະເຈົ້າຍົກອອກມາໄດ້ສຸມໃສ່ເລື່ອງຢຸດຕິການປະທະກັນໃນທັນທີ, ນຳຕົວປະກັນກັບຄືນປະເທດ ແລະ ເຮັດໃຫ້ທຸກສິ່ງທຸກຢ່າງກັບຄືນສູ່ສະພາບເປັນປົກກະຕິ. ແຜນການນີ້ກໍ່ຈະສ້າງເງື່ອນໄຂຮັບປະກັນຄວາມໝັ້ນຄົງໃນໄລຍະຍາວໃຫ້ຊາວ ອິດສະຣາແອັນແລະ ຜົນສຳເລັດໃຫ້ແກ່ຊາວ ປາແລັດສະຕິນ”.
ສິ່ງສຳຄັນໜຶ່ງອີກໃນແຜນການສັນຕິພາບຂອງ ທ່ານປະທານາທິບໍດີ Donald Trump ແມ່ນຄຳໝັ້ນສັນຍາບໍ່ບັງຄັບຜູ້ໃດອອກຈາກເຂດ ກາຊາ. ທ່ານເນັ້ນໜັກວ່າ ຜູ້ໃດຢາກໄປ ແມ່ນຈະໄດ້ໄປຢ່າງເສລີ ແລະ ຜູ້ໃດຢາກກັບເມືອກໍ່ຈະໄດ້ກັບເມືອ. ນີ້ແມ່ນສິ່ງພິເສດສຳຄັນຕໍ່ບັນດາປະເທດ ອາຣັບ ຢູ່ພາກພື້ນ, ທີ່ເຄີຍວິຕົກກັງວົນຕໍ່ເລື່ອງ ມີຊາວ ປາແລັດສະຕິນ ນັບລ້ານຄົນທີ່ຖືກບັງຄັບອອກຈາກເຂດ ກາຊາ ຈະສ້າງເປັນວິກິດການດ້ານຄວາມໝັ້ນຄົງ ແລະ ການອົບພະຍົບຕໍ່ບັນດາປະເທດນີ້.
ໄຊຊະນະໃຫ້ຫຼາຍຝ່າຍ?
ແຜນການສັນຕິພາບ 20 ຂໍ້ຂອງທ່ານປະທານາທິບໍດີ Donald Trump ໄດ້ຮັບການໂຕ້ຕອບຢ່າງລະມັດລະວັງຈາກຝ່າຍຕ່າງໆ. ໂດຍເຂົ້າຮ່ວມການປະຊຸມຂ່າວກັບທ່ານປະທານາທິບໍດີ Donald Trump ພາຍຫຼັງແຜນການໄດ້ຮັບການປະກາດ, ທ່ານນາຍົກລັດຖະມົນຕີ Benjamin Netanyahu ໃຫ້ຮູ້ວ່າ ອິດສະຣາແອັນ ເຫັນດີຕໍ່ ແຜນການດັ່ງກ່າວ, ຕີລາຄາວ່າ ແຜນການຂອງທ່ານ Donald Trump ຕອບສະໜອງໄດ້ບັນດາເປົ້າໝາຍທີ່ປະເທດນີ້ຢາກບັນລຸໄດ້ໃນການປະທະກັນ. ໃນຂະນະນັ້ນ, ທ່ານ Riyad Mansour ນັກສັງເກດການຂອງ ປາແລັດສະຕິນ ປະຈຳສະຫະປະຊາຊາດ ໃຫ້ຮູ້ວ່າ, ປາແລັດສະຕິນ ຊົມເຊີຍຄວາມມານະພະຍາຍາມຂອງທ່ານປະທານາທິບໍດີ Donald Trump ໃນການຢຸດຕິການປະທະກັນໃນທັນທີ ແລະ ນຳມາເຊິ່ງສັນຕິພາບໃຫ້ແກ່ເຂດ ກາຊາ, ພິເສດແມ່ນເລື່ອງທ່ານ Donald Trump ຖະແຫຼງຄັດຄ້ານແນວຄວາມຄິດໂຮມຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ ຂອງອຳນາດການປົກຄອງ ອິດສະຣາແອັນ. ສ່ວນທ່ານ Sina Azodi, ນັກຊ່ຽວຊານດ້ານການເມືອງພາກພື້ນຕາເວັນອອກກາງ, ມະຫາວິທະຍາໄລ George Washington (ອາເມລິກາ) ຖືວ່າ:
“ຂ້າພະເຈົ້າຄິດວ່າ ບໍ່ວ່າຂໍ້ສະເໜີໃດໆເພື່ອຢຸດຕິການປະທະກັນຢູ່ເຂດ ກາຊາ, ສະກັດກັ້ນສະພາບລົ້ມຫາຍຕາຍຈາກໃຫ້ສາມັນຊົນ ກໍ່ແມ່ນການຜັນແປທີ່ຕັ້ງໜ້າ. ຂ້າພະເຈົ້າຄິດວ່າ ທຸກຝ່າຍລ້ວນແຕ່ມີໄຊໃນແຜນການນີ້. ທ່ານປະທານາທິບໍດີ Donald Trump ໄດ້ມີຂໍ້ຕົກລົງສັນຕິພາບທີ່ທ່ານປາດຖະໜາ, ການປະທະກັນກໍ່ຢຸດຕິລົງສຳລັບຊາວ ປາແລັດສະຕິນ, ໃນຂະນະທີ່ ອິດສະຣາແອັນ ສາມາດນຳຕົວປະກັນກັບເມືອປະເທດ, ນັບທັງຊາກສົບຂອງຜູ້ເສຍຊີວິດ. ນອກນັ້ນ, ຂ້າພະເຈົ້າກໍ່ຖືວ່າ ຖ້າຫາກສິ່ງດັ່ງກ່າວດຳເນີນໄປດ້ວຍດີ, ປະຊາຊົນ ປາແລັດສະຕິນ ຈະສາມາດຄຸ້ມຄອງເຂດດິນແດນຂອງເຂົາເຈົ້າເອງ”.
ວົງການນັກສັງເກດການຕີລາຄາວ່າ ໜຶ່ງໃນບັນດາບັນຫາຫຍຸ້ງຍາກທີ່ສຸດໃນແຜນການສັນຕິພາບຢູ່ເຂດ ກາຊາ ຂອງທ່ານປະທານາທິບໍດີ Donald Trump ແມ່ນວິທີແກ້ໄຂສຳລັບຂະບວນການ ຮາມາດສ. ປະຕິກິລິຍາທຳອິດຕໍ່ແຜນການສັນຕິພາບຂອງທ່ານ Donald Trump, ນັ້ນແມ່ນເຈົ້າໜ້າທີ່ຂັ້ນສູງຂອງ ຮາມາດສ ຖະແຫຼງກັບວິທະຍຸ al-Araby (ກາຕາ) ວ່າ ອົງການນີ້ພ້ອມແລ້ວທີ່ຈະດຳເນີນການເຈລະຈາກັບອຳນາດການປົກຄອງ ປາແລັດສະຕິນ ເພື່ອສ້າງຕັ້ງລັດຖະບານທີ່ເປັນເອກະພາບໃນການບໍລິຫານເຂດ ກາຊາ ແລະ ຝັ່ງຕາເວັນຕົກແມ່ນ້ຳຈໍແດນ. ຖະແຫຼງການນີ້ໄດ້ສະແດງໃຫ້ເຫັນວ່າ ຮາມາດສ ບໍ່ຍອມຮັບຈະ ຖືກປັດເຂ່ຍອອກຈາກວິວັດທະນາການການເມືອງໃໝ່ຢູ່ ເຂດກາຊາ.




