(VOVWORLD) - ໝູ່ບ້ານຊາວປະມົງເຍິນລີທີ່ນະຄອນກີເຍິນ ແຂວງບິ່ງດິ້ງ ມີຄວາມສະຫງົບສຸກ ແລະ ງຽບສະງັດທີ່ມີມາແຕ່ດົນນານ ໄດ້ກາຍເປັນບ້ານທີ່ງົດງາມຫຼາຍຂຶ້ນ ຂະນະທີ່ຢູ່ຕາມຫົນທາງສາຍຕ່າງໆຖືກເຮັດດ້ວຍຮູບຝາຜະໜັງ.
![]() |
| ໝູ່ບ້ານບູຮານ ເຍິນລີຂຶ້ນກັບນະຄອນກີເຍິນ ມີເນື້ອທີ່ ປະມານ 1,4 ແຮກຕາ. |
![]() |
| ໝູ່ບ້ານເຍິນລີຫຼືເອີ້ນວ່າ ຕາແສງເຍິນລີ ເຊິ່ງແມ່ນຕາແສງຂຶ້ນກັບແຫຼມເຝືອງມາຍ ຫ່າງຈາກໃຈກາງນະຄອນກີເຍິນປະມານ 20 ກ່ວາກີໂລແມັດ |
![]() |
| ຮູບຝາຜະໜັງ ໃນບ້ານ ຊາວປະມົງຖືກແຕ້ມທີ່ສວຍງາມ,ຫຼາກຫຼາຍສີສັນເຊິ່ງໄດ້ວາດພາບເຖິງການດຳລົງຊີວິດຂອງປະຊາຊົນເຂດແຄມທະເລ |
![]() |
| ຮູບຝາຜະໜັງຖືກແຕ້ມຢູ່ຕາມຖະໜົນຫົນທາງສາຍຕ່າງໆ. |
![]() ພາບ: Vietnamnet
|
![]() |
| ດ້ວຍສີມືອັນຄ່ອງແຄ້ວຂອງບັນດາຈິດຕະກອນຢູ່ທ້ອງຖິ່ນ ພ້ອມທັງໄດ້ຮັບການໜູຊ່ວຍຈາກວິສາຫະກິດ, ເຮືອນເກົ່າຫຼາຍກ່ວາ 100 ຫຼັງໄດ້ຖືກປະດັບປະດາໃຫ້ສວຍງາມເພີ່ມຄວາມດູດດື່ມຫຼາຍຂຶ້ນ |
![]() |
| ບັນດາຮູບຝາຜະໜັງທີ່ມີຊີວິດຊີວາໄດ້ເຮັດໃຫ້ທັດສະນີຍະພາບຢູ່ໝູ່ບ້ານ ຊາວປະມົງປ່ຽນແປງໄປ, ບໍ່ຖືກ ຊຸມປຽບ ແລະ ເປື້ອນເປີ້ຄືເມື່ອກ່ອນນີ້. |
ພາບ: baogiaothong.vn |
![]() ພາບ: baogiaothong.vn
|
![]() |
| ບັນດາຮູບຝາຜະໜັງຍັງສະແດງໃຫ້ເຫັນສານປົກປັກຮັກສາສິ່ງແວດລ້ອມ ແນໃສ່ຍົກສູງສະຕິຂອງຊາວທ້ອງຖິ່ນກໍ່ຄືແຂກທ່ອງທ່ຽວ |
![]() |
| ສີລະປະຂັບປາຍຈອຍພື້ນເມືອງຖືກສະແດງອອກຜ່ານ ຮູບຝາຜະໜັງ |
![]() |
| ເສັ້ນທາງດ້ວຍຮູບຝາຜະໜັງໄດ້ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມ,ຖ່າຍຮູບເປັນຈຳນວນຫຼວງຫຼາຍ |
![]() |
| ບັນດາຮູບຝາຜະໜັງທີ່ຫຼາກຫຼາຍສີສັນຈະດຶງດູດແຂກທ່ອງທ່ຽວມາທ່ຽວຢູ່ໝູ່ບ້ານຊາວປະມົງນີ້ ນັບມື້ນັບຫຼາຍຂຶ້ນ |
![]() |
| ໃນໄລຍະທີ່ຈະມາເຖິງຕາແສງເຍິນລີ ຈະສືບຕໍ່ສ້າງເສັ້ນທາງດ້ວຍຮູບຝາຜະໜັງອື່ນໆອີກຫຼາຍສາຍ. |




