logo

ເອີ​ຣົບ ເພີ່ມ​ລະ​ດັບ​ການ​ຮັບ​ມື​ກັບ​ບັນ​ດາ​ຄວາມ​ສ່ຽງ​ດ້ານຄວາມ​ໝັ້ນ​ຄົງ

2025/10/3 | 08:29:37
(VOVWORLD) -    ໃນວັນທີ 01 ຕຸລາ, ປະມຸກລັດບັນດາປະເທດສະມາຊິກ ສະຫະພາບເອີຣົບ (EU) ໄດ້ໂຮມປະຊຸມສຸດຍອດບໍ່ເປັນທາງການຢູ່ນະຄອນຫຼວງ Copenhagen, ແດນມາກ, ດ້ວຍເນື້ອໃນປຶກສາຫາລືຈຸດສຸມ ແມ່ນບັນດາບັນຫາຄວາມໝັ້ນຄົງ - ປ້ອງກັນຊາດ, ກຳລັງຄວາມສາມາດແກ້ງແຍ້ງໃນສະພາບການບັນດາສິ່ງທ້າທາຍກ່ຽວກັບຄວາມໝັ້ນຄົງ ພວມນັບມື້ນັບກາຍເປັນຄວາມສ່ຽງແຖວໜ້າຂອງກຸ່ມນີ້.
ບັນດາການນຳ EU ເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຢູ່ ວັງ Christiansborg ຢູ່ Copenhagen, ແດນມາກ ໃນວັນທີ 1/10/2025 (ພາບ: Ritzau Scanpix/Thomas Traasdahl/REUTERS)

ກອງປະຊຸມສຸດຍອດ ບໍ່ເປັນທາງການຂອງ ສະຫະພາບເອີຣົບ ໄດ້ດຳເນີນໃນວັນທີ 01 ຕຸລາ  ຢູ່ນະຄອນຫຼວງ Copenhagen, ແດນມາກ ແລະ ໄດ້ຮັບການເຊື່ອມຕໍ່ດ້ວຍກອງປະຊຸມສຸດຍອດຄັ້ງທີ 7 ຂອງປະຊາຄົມການເມືອງ ເອີຣົບ (EPC) ໃນວັນທີ 02 ຕຸລາ. ເຫດການດັ່ງກ່າວໄດ້ເຕົ້າໂຮມປະມຸກລັດ 27 ປະເທດສະມາຊິກ EU ແລະ ການນຳ 17 ປະເທດອື່ນໃນ EPC.

       ສິ່ງທ້າທາຍດ້ານຄວາມໝັ້ນຄົງແບບບໍ່ເຄີຍມີມາກ່ອນ

        ໂດຍໄດ້ດຳເນີນໃນຈຸດເວລາການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ສືບຕໍ່ມີການຜັນແປຢ່າງສັບສົນ, ພ້ອມກັບບັນດາປະເທດ, ຄື: ໂປໂລຍ: ແອັດໂຕນີ, ແດນມາກ, ຮຸງກາຣີ ໄດ້ຮັບຮູ້ເກີດມີເຫດກ່ຽວກັບຄວາມໝັ້ນຄົງຈຳນວນຫຼາຍໃນຫວ່າງມໍ່ໆມານີ້ກ່ຽວຂ້ອງເຖິງເຄື່ອງບິນບໍ່ມີຄົນຂັບ (UAV) ແຊກຊຶມເຂົ້າເຂດນ່ານຟ້າ ຫຼື ບັນດາບັ້ນບຸກໂຈມຕີທາງອິນເຕີເນັດ ເລັ່ງໃສ່ພື້ນຖານໂຄງລ່າງສຳຄັນ, ກອງປະຊຸມສຸດຍອດບໍ່ເປັນທາງການຂອງ EU ຢູ່ Copenhagen ໄດ້ສະຫງວນເວລາສ່ວນຫຼາຍເພື່ອປຶກສາຫາລືກ່ຽວກັບຄວາມສ່ຽງດ້ານຄວາມໝັ້ນຄົງກັບ ເອີຣົບ ກໍຄືຄວາມຕ້ອງການຮີບດ່ວນກ່ຽວກັບການເພີ່ມທະວີຄວາມສາມາດປ້ອງກັນຊາດໃຫ້ແກ່ກຸ່ມ.  ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ Mette Frederiksen ນາຍົກລັດຖະມົນຕີ ແດນມາກ ຕີລາຄາວ່າ ເອີຣົບ ພວມຢູ່ໃນສະພາບອັນຕະລາຍທີ່ສຸດ ນັບແຕ່ຫຼັງສົງຄາມໂລກຄັ້ງທີ 2, ທັງກ່ຽວກັບຄວາມໝັ້ນຄົງພູມີສາດການເມືອງ ຕະຫຼອດຮອດຄວາມໝັ້ນຄົງດ້ານເສດຖະກິດ. ທ່ານກ່າວເຕືອນວ່າ ໃນຕົວຈິງ ເອີຣົບ ພວມຢູ່ໃນສະພາວະເກີດການປະທະກັນເປັນປະຈຳ, ດ້ວຍບັນດາຮູບແບບນາບຂູ່ຄວາມໝັ້ນຄົງແບບໃໝ່.

        “ບໍ່ພຽງແຕ່ແມ່ນບັ້ນບຸກໂຈມຕີປະສົມເທົ່ານັ້ນ ຫາກປັດຈຸບັນ ສົງຄາມປະສົມກໍພວມດຳເນີນຢູ່ ເອີຣົບ. ນັ້ນແມ່ນສ່ວນໜຶ່ງຂອງເລື່ອງພວກເຮົາຕ້ອງປະກອບອາວຸດຄືນໃໝ່. ເມື່ອຂ້າພະເຈົ້າເວົ້າສິ່ງນີ້ ກໍໝາຍຄວາມວ່າ ພວກເຮົາຕ້ອງສ້າງສັງຄົມເອີຣົບໃຫ້ເຂັ້ມແຂງກວ່າເກົ່າ. ຕ້ອງສຸມແຫຼ່ງກຳລັງເຂົ້າໃນບັນດາບັ້ນບຸກໂຈມຕີທາງອິນເຕີເນັດ, ຄວາມສ່ຽງທຳລາຍ ກໍຄື ຄວາມສາມາດຕ້ານ UAV. ດັ່ງນັ້ນ, ພວກຂ້າພະເຈົ້າໄດ້ປຶກສາຫາລືກ່ຽວກັບການສ້າງກຳແພງຕ້ານເຄື່ອງບິນບໍ່ມີຄົນຂັບ, ສິ່ງທີ່ຈະເປັນປະໂຫຍດທີ່ສຸດເມື່ອເກີດສົງຄາມປະສົມ”.

ທ່ານນາງນາຍົກລັດຖະມົນຕີ ແດນມາກ Mette Frederiksen (ພາບ:REUTERS/Piroschka van de Wouw)

        ທັດສະນະຂອງທ່ານນາຍົກລັດຖະມົນຕີ ແດນມາກ ໄດ້ຮັບການສະໜັບສະໜູນຈາກການນຳຫຼາຍປະເທດ EU. ແຕ່ວ່າ, ເຖິງຈະຕົກລົງເປັນເອກະພາບວິທີການຮັບຮູ້ສຳນຶກລວມກ່ຽວກັບບັນດາໄພນາບຂູ່ໃນປັດຈຸບັນໄດ້ກໍຕາມ, ແຕ່ບັນດາປະເທດ EU ຍັງບໍ່ທັນບັນລຸໄດ້ບາດກ້າວທີ່ໃຫຍ່ກວ່າ ປິ່ນອ້ອມ 4 ໂຄງການສຳຄັນທີ່ສຸດກ່ຽວກັບການປ້ອງກັນຊາດ, ລວມມີ: ກຳແພງຕ້ານເຄື່ອງບິນບໍ່ມີຄົນຂັບ; ການຕິດຕາມກວດກາຝ່າຍທາງທິດຕາເວັນອອກຂອງພັນທະມິດຢ່າງໃກ້ຊິດ; ເຄື່ອງກຳບັງປ້ອງທາງອາກາດ ແລະ ປ້ອງກັນອາວະກາດ. ພິເສດ, ກ່ຽວຂ້ອງເຖິງກຳແພງຕ້ານເຄື່ອງບິນບໍ່ມີຄົນຂັບ, ເຊິ່ງເປັນຫົວຂໍ້ຮ້ອນເຮັ່ງທີ່ສຸດໃນໄລຍະມໍ່ໆມານີ້, ບັນດາຂໍ້ປຶກສາຫາລືຍັງບໍ່ທັນນຳມາເຊິ່ງການກະທຳລະອຽດໃດໆ, ສ່ວນຫຼາຍແມ່ນຍ້ອນຄວາມບໍ່ລົງລອຍກັນກ່ຽວກັບບັນຫາງົບປະມານກໍຄື ກົນໄກປະສານສົມທົບລະຫວ່າງ ຄະນະກຳມະການເອີຣົບ (EC) ແລະ ບັນດາປະເທດມະຫາອຳນາດປ້ອງກັນຊາດຫຼັກແຫຼ່ງຂອງ EU (ຝລັ່ງ, ເຢຍລະມັນ, ອີຕາລີ).

       ຄວາມວິຕົກກັງວົນກ່ຽວກັບກຳລັງຄວາມສາມາດແກ້ງແຍ້ງ

        ເຖິງວ່າຫົວຂໍ້ຄວາມໝັ້ນຄົງ  - ປ້ອງກັນຊາດ ກໍຄືຄວາມມານະພະຍາຍາມສືບຕໍ່ສະໜັບສະໜູນ ຢູແກຼນ ກວມເອົາເວລາປຶກສາຫາລືສ່ວນຫຼາຍຂອງບັນດາປະມຸກລັດ EU ກໍຕາມ, ແຕ່ສະພາບການເສດຖະກິດ ແລະ ແກ້ງແຍ້ງຍຸດທະສາດນັບມື້ນັບເຄັ່ງຄັດກໍຄືບັງຄັບໃຫ້ບັນດາປະເທດ EU ຕ້ອງຊຸກຍູ້ບັນດາແຜນການໃຫຍ່ອື່ນ ທີ່ກ່ຽວຂ້ອງເຖິງກຳລັງຄວາມສາມາດແກ້ງແຍ້ງຂອງກຸ່ມ. ຢູ່ Copenhagen, ບັນດາປະເທດ EU ໄດ້ຈັດວາລະປະຊຸມສຸດຍອດສະເພາະ ກ່ຽວກັບຫົວຂໍ້ກຳລັງຄວາມສາມາດແກ້ງແຍ້ງ, ດ້ວຍການມີໜ້າຂອງຜູ້ຕາງໜ້າຫຼາຍກຸ່ມບໍລິສັດອຸດສາຫະກຳໃຫຍ່ແຖວໜ້າຂອງກຸ່ມ.

        ຕາມທ່ານ Donald Tusk ນາຍົກລັດຖະມົນຕີ ໂປໂລຍ ແລ້ວ, ເອີຣົບ ຕ້ອງປະເຊີນໜ້າກັບຄວາມຈິງໜຶ່ງ ນັ້ນແມ່ນ ຄ່າໃຊ້ຈ່າຍໃຫ້ແກ່ພະລັງງານສູງແຖວໜ້າໃນໂລກ, ຫຼາຍປະເທດພວມປະປ່ອຍເອີຣົບ, ດັ່ງນັ້ນ, EU ຕ້ອງວາງອອກມາດຕະການໂດຍດ່ວນເພື່ອປົກປ້ອງບັນດາບໍລິສັດ ເອີຣົບ, ໂດຍຜ່ານບັນດານະໂຍບາຍໜູນຊ່ວຍດ້ານການເງິນ, ແກ້ໄຂຮົ້ວກີດຂວາງ, ຂໍ້ກຳນົດເພື່ອເພີ່ມກຳລັງຄວາມສາມາດແກ້ງແຍ້ງໃຫ້ແກ່ບັນດາບໍລິສັດນີ້. ໃນຂະນະນັ້ນ, ທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ ໄດ້ເນັ້ນໜັກເຖິງ 6 ຂົງເຂດແກ່ນສານ ເຊິ່ງເອີຣົບ ຕ້ອງສຸມໃສ່ລົງທຶນ ເພື່ອປົກປ້ອງທີ່ຕັ້ງແກ້ງແຍ້ງໃນອະນາຄົດ. ທ່ານປະທານາທິບໍດີ ຝລັ່ງ ກໍຕຳໜິຕິຕຽນເລື່ອງ ເອີຣົບ ບໍ່ມີບັນດາມາດຕະການທີ່ເຂັ້ມແຂວງຢ່າງພຽງພໍ ເພື່ອປົກປ້ອງບັນດາບໍລິສັດຂອງຕົນ ຕໍ່ໜ້າບັນດາບໍລິສັດຢູ່ນອກເອີຣົບ.

        “ເອີຣົບ ແມ່ນບ່ອນໜຶ່ງດຽວທີ່ອຸປະຖຳໃຫ້ແກ່ບັນດາບໍລິສັດຢູ່ນອກເອີຣົບ ດ້ວຍຈຳນວນເງິນ 100% ຈາກແຫຼ່ງເກັບພາສີຂອງເອີຣົບ.  ເອີຣົບ ກໍແມ່ນບ່ອນໜຶ່ງດຽວທີ່ວາງອອກບັນດາຂໍ້ກຳນົດກີດຂວາງໃຫ້ແກ່ບັນດາບໍລິສັດຂອງຕົນເອງ, ພ້ອມດຽວກັນນັ້ນ ຍັງເຈລະຈາກ່ຽວກັບການຍົກເລີກຮົ້ວກີດຂວາງໃຫ້ແກ່ບັນດາບໍລິສັດຢູ່ນອກເອີຣົບ ທີ່ເຄີຍມີມາດຕະຖານຢ່າງເຄັ່ງຄັດ”.

        ຕາມຂໍ້ສະເໜີຂອງທ່ານປະທານາທິບໍດີ ຝລັ່ງ ແລ້ວ, ໃນອະນາຄົດໃກ້ໆນີ້ EU ຕ້ອງສ້າງຍຸດທະສາດການຜະລິດ ແລະ ບໍລິໂພກໃຫ້ແກ່ ເອີຣົບ, ໝາຍຄວາມວ່າ ບຸລິມະສິດໃຫ້ແກ່ບັນດາບໍລິສັດ ແລະ ບັນດາຜະລິດຕະພັນເອີຣົບ ໃນທຸກທຸລະກຳທີ່ມີການແກ້ງແຍ້ງກັບບັນດາບໍລິສັດຢູ່ພາຍນອກ. ການນຳປະເທດ ຝລັ່ງ ຖືວ່າ ບັນດາຄູ່ແຂ່ງເສດຖະກິດຕົ້ນຕໍຂອງ ເອີຣົບ ແມ່ນ ອາເມລິກາ ແລະ ຈີນ ລ້ວນແຕ່ມີບັນດາຍຸດທະສາດທີ່ຄ້າຍຄືກັນ ສະນັ້ນ, ເອີຣົບ ບໍ່ອາດຊັກຊ້າໄດ້ອີກແລ້ວ ຖ້າບໍ່ຢາກນັບມື້ນັບຖອຍຫຼັງໃນການແກ້ງແຍ້ງຍຸດທະສາດກັບບັນດາປະເທດມະຫາອຳນາດດ້ານເສດຖະກິດດັ່ງກ່າວ./.

TAG
VOV/VOVworld/ຄວາມ​ສ່ຽງ​ດ້ານຄວາມ​ໝັ້ນ​ຄົງ/ສະ​ຫະ​ພາບ​ເອີ​ຣົບ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ