logo

12/09/2021
ຮັບປະກັນໃຫ້ຊາວ ນະຄອນໂຮ່ຈີມິນ ມີຊີວິດການເປັນຢູ່ເປັນປົກກະຕິ, ມີຄວາມໝັ້ນໃຈເພື່ອປ້ອງກັນຕ້ານໂລກລະບາດໂຄວິດ -19

(VOVWORLD) - ນັບແຕ່ວັນທີ 23 ສິງຫາ, ມີພະນັກງານ, ນັກຮົບຫລາຍໆພັນຄົນທີ່ຂຶ້ນກັບຫລາຍກົມກອງແຕກຕ່າງກັນຂອງກອງທັບ ໄດ້ຮັບການຜັນຂະຫຍາຍ, ເພີ່ມທະວີຫນູນຊ່ວຍວຽກງານປ້ອງກັນຕ້ານໂລກລະບາດໂຄວິດ -19 ໃຫ້ແກ່ນະຄອນໂຮ່ຈີມິນ. ໂດຍມີການຊ່ວຍເຫລືອຈາກທະຫານ ກໍ່ຄື ກຳລັງອື່ນ,  ຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຕ່າງໆໃນນະຄອນນັບມື້ນັບໄດ້ຮັບປະກັນ. ຄວາມສຸດຈິດສຸດໃຈ, ນ້ຳໃຈຮັກແພງຊ່ວຍເຫລືອປະຊາຊົນຂອງບັນດານັກຮົບ, ໄດ້ເຮັດໃຫ້ປະຊາຊົນມີຄວາມອຸ່ນອ່ຽນໃຈກວ່າໃນບັ້ນຕໍ່ສູ້ຕ້ານໂລກລະບາດ.







02/08/2021
ເອົາໃຈໃສ່, ຮັບປະກັນຊີວິດການເປັນຢູ່ໃຫ້ແກ່ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ

(VOVWORLD) - ລັດ ຫວຽດນາມ ຍາມໃດກໍ່ກຳນົດ: ເອົາໃຈໃສ່ ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ ແມ່ນຫນ້າທີ່ສຳຄັນ, ມີຄວາມໝາຍວັດທະນະທຳມະນຸດອັນສູງສົ່ງ. ບໍ່ພຽງແຕ່ມີບັນດາການເຄື່ອນໄຫວເອົາໃຈໃສ່ຜູ້ມີຄຸນງາມຄວາມດີໃນໂອກາດວັນທີ 27 ກໍລະກົດ (ວັນທະຫານເສຍອົງຄະນັກຮົບເສຍສະຫລະຊີວິດເພື່ອຊາດ) ປະຈຳປີ ເທົ່ານັ້ນ, ຫາກ ພັກ, ລັດຖະບານ, ທຸກຂັ້ນ, ຂະແຫນງການ, ອົງການຈັດຕັ້ງມະຫາຊົນ ແລະ ປະຊາຊົນໃນທົ່ວປະເທດ ຍັງຕັ້ງຫນ້າເຂົ້າຮ່ວມບັນດາຂະບວນການ “ຕອບບຸນແທນຄຸນ”, “ທົ່ວປວງຊົນເບິ່ງແຍງບັນດາຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫລະຊີວິດເພື່ອຊາດ ແລະ ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ” ຢູ່ທຸກຈຸດເວລາໃນປີ.



18/07/2021
ກວ໋າງນີງ ສືບຕໍ່ ນຳຫນ້າໃນການປະຕິຮູບດ້ານບໍລິຫານ

(VOVWORLD) - ວັນທີ 2 ກໍລະກົດ, ແຂວງ ກວ໋າງນີງ ຈັດຕັ້ງກອງປະຊຸມໄຈ້ແຍກບັນດາດັດຊະນີປະຕິຮູບ, ດັດຊະນີຄວາມພໍໃຈຂອງປະຊາຊົນ ແລະ ປະກາດໝາກຜົນການຈັດອັນດັບບັນດາດັດຊະນີຂອງບັນດາພະແນກ, ຂະແຫນງການ, ທ້ອງຖິ່ນ ໃນບໍລິເວນແຂວງ ປີ 2020. ຕາມນັ້ນແລ້ວ ປີ 2020 ແມ່ນປີທຳອິດແຂວງ ທີ່ນຳຫນ້າທັງ 4 ຕາຕະລາງຈັດອັນດັບດັດຊະນີແກ້ງແຍ່ງຂັ້ນແຂວງ, ດັດຊະນີປະຕິຮູບດ້ານບໍລິຫານ, ດັດຊະນີຄວາມພໍໃຈຂອງປະຊາຊົນ, ອົງການຈັດຕັ້ງສຳລັບການຮັບໃຊ້ປະຊາຊົນ, ວິິິສາຫະກິດຂອງອົງການບໍລິຫານລັດ ແລະ ດັດຊະນີປະສິດທິຜົນການຄຸ້ມຄອງ ແລະ ບໍລິຫານສາທາລະນະ. ຕໍ່ຈາກຜົນສຳເລັດນີ້ ກວ໋າງນີງ ພວມສືບຕໍ່ຍາດແຍ່ງທ່າແຮງບົ່ມຊ້ອນ, ມຸ່ງໄປສູ່ພື້ນຖານບໍລິຫານຮັບໃຊ້ປະຊາຊົນ, ວິສາຫະກິດໃຫ້ດີສຸດ.



04/07/2021
ສຸມກຳລັງເຫື່ອແຮງ ຮັບໃຊ້ບັ້ນສັກວັກຊິນກັນໂຄວິດ 19 ຄັ້ງໃຫຍ່ສຸດໃນປະຫວັດສາດຢູ່ ນະຄອນ ໂຮ່ຈີມິນ

(VOVWORLD) - ຂະແຫນງສາທາລະນະສຸກ ນະຄອນ ໂຮ່ຈີມິນ  ພວມລະດົມ ພະນັກງານການແພດນັບຮ້ອຍໆອົງການການແພດຂອງເອກະຊົນ, ຂອງລັດ ແລະ ຂອງກຳລັງກອງທັບ, ຕຳຫລວດ ໃນບໍລິເວນນະຄອນ ກວ່າ 5000 ຄົນ ເພື່ອຮັບໃຊ້ໃຫ້ບັ້ນສັກວັກຊິນກັນໂຄວິດ 19 ຄັ້ງໃຫຍ່ສຸດ ນັບແຕ່ກ່ອນມາຮອດປະຈຸບັນ ດ້ວຍ 836.000 ໂດສພາຍໃນເວລາ 7 ວັນ. ບັນດາພະນັກງານການແພດ ທັງຮັບປະກັນຫນ້າທີ່ວິໄຈຫາເຊື້ອ ທັງຄົ້ນຫາປະຫວັດການສຳຜັດ ແລະ ປະຈຸບັນ ພວມສຸມກຳລັງເຫື່ອແຮງເພື່ອຮັບໃຊ້ບັ້ນສັກວັກຊິນ ຄັ້ງໃຫຍ່ສຸດໃນປະຫວັດສາດຢູ່ ນະຄອນໂຮ່ຈີມິນ ດ້ວຍຄວາມເຊື່ອໝັ້ນຍູ້ໂລກລະບາດໂຄວິດ 19 ໃຫ້ຖອຍໄປ.



VIDEO
Lo más Popular
radio
Emisiones de la semana
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ