(VOVWORLD) - ຕຳຫລວດແຂວງຢາລາຍໄດ້ແລະພວມຮີບເຮັ່ງຜັນຂະຫຍາຍການອອກບັດປະຈຳຕົວແບບໃຫມ່ຕິດຊິບເອເລັກໂຕນິກ, ຄວາມຄຶບຫນ້າບັນລຸຕາມແຜນການທີ່ວາງອອກ. ໃນ 5 ແຂວງຢູ່ໄຕງວຽນ (ກອນຕູມ, ຢາລາຍ, ດັກລັກ, ດັກນົງ, ເລີມດົ່ງ), ແຂວງຢາລາຍປະຈຸບັນຈັດອັນດັບທີສອງຖັດຈາກແຂວງດັກລັກກ່ຽວກັບຄວາມຄຶບຫນ້າໃນການອອກບັດປະຈຳຕົວພົນລະເມືອງ.