(VOVWORLD) - ການກວດ, ປິ່ນປົວພະຍາດຈາກທາງໄກແມ່ນຄວາມຕ້ອງການຢ່າງແທດຈິງ ໃນວຽກງານເບິ່ງແຍງສຸຂະພາບໃຫ້ແກ່ປະຊາຊົນ, ເປັນຕົ້ນ ແມ່ນສຳລັບຜູ້ມີອາຍຸສູງ, ຜູ້ທີ່ເປັນພະຍາດຊ້ຳເຮື້ອ. ພິເສດແມ່ນໃນໄລຍະປະຕິບັດການແຍກຫ່າງໃນສັງຄົມຍ້ອນໂລກລະບາດໂຄວິດ-19, ຄວາມຕ້ອງການດັ່ງກ່າວ ນັບມື້ນັບມີລັກສະນະຮີບດ່ວນ ແລະ ຈຳເປັນ.