ໃນເນື້ອທີ່ລ້ຽງກຸ້ງຂອງຄອບຄົວ, ພາຍຫຼັງລ້ຽງມາໄດ້ຫຼາຍປີ, ອ້າຍ ມາຍລາມເຟືອງ ເຫັນວ່າ ສະມັດຕະພາບຂອງກຸ້ງນັບມື້ນັບຫຼຸດລົງ. ສະນັ້ນ, ອ້າຍເຟືອງ ຈຶ່ງທົດລອງບັນດາຮູບແບບປູກພືດພັນທັນຍາຫານ, ປູກຕົ້ນໄມ້ກິນໝາກຢູ່ອ້ອມໜອງ ແຕ່ຍ້ອນດິນຖືກນໍ້າທະເລຊຶມ, ສະນັ້ນ ຈຶ່ງບໍ່ບັນລຸປະສິດທິຜົນ. ບັງເອີນ, ອ້າຍ ເຟືອງ ໄດ້ພົບເຫັນແນວພັນໝາກມັງກອນຂອງທ້ອງຖິ່ນ ເຊິ່ງເປັນແນວພັນທີ່ສາມາດປູກຢູ່ໃກ້ນໍ້າເຄັມໄດ້, ອ້າຍ ເຟືອງ ກໍເລີຍເກີດມີແນວຄິດຫັນປ່ຽນຮູບແບບການປູກຝັງ, ລ້ຽງສັດ. ປີ 2012, ລາວໄດ້ເລີ່ມລົງມືປະຕິບັດຮູບແບບປູກໝາກມັງກອນກ້ຽວຕົ້ນມໍ໊າຢູ່ອ້ອມໜອງລ້ຽງກຸ້ງ. ດ້ວຍວິທີການປູກດັ່ງກ່າວ ຮາກຕົ້ນມັງກອນໄດ້ກ້ຽວແໜ້ນ, ອາໄສ ແລະ ດູດເອົາທາດບໍາລຸງຈາກຕົ້ນມໍ໊າໂດຍກົງ. ໃນເບື້ອງຕົ້ນ, ຮູບແບບດັ່ງກ່າວໄດ້ຮັບຖືວ່າແມ່ນແປກປະຫຼາດ, ຍາກທີ່ຈະບັນລຸຜົນສໍາເລັດໄດ້, ແຕ່ ອ້າຍ ເຟືອງ ຍັງຕັດສິນໃຈເຮັດຕໍ່. ອ້າຍ ມາຍລາມເຟືອງ ເລົ່າຄືນສູ່ຟັງວ່າ:
“ກ່ອນໜ້ານັ້ນ, ຂ້າພະເຈົ້າໄດ້ເອົາແນວພັນໝາກມັງກອນຢູ່ແຂວງ ບິ່ງທ້ວນ, ຕ່ຽນຢາງ ມາປູກຢູ່ທີ່ນີ້ ແຕ່ປູກບໍ່ໄດ້ ມັນຕາຍ. ເມື່ອເຫັນຕົ້ນໝາກມັງກອນຂອງທ້ອງຖິ່ນລົ້ມແຊ່ນໍ້າເຄັມແຕ່ມັນກໍຍັງບໍ່ຕາຍ, ແລະ ເຕີບໂຕເປັນປົກກະຕິ. ສະນັ້ນ, ຂ້າພະເຈົ້າຈຶ່ງນໍາມາປູກ. ໃນເບື້ອງຕົ້ນ, ຍ້ອນເສດຖະກິດຂາດເຂີນ ບໍ່ມີທຶນເພື່ອເຮັດເສົາໃຫ້ຕົ້ນມັງກອນຂຶ້ນກ້ຽວ, ສະນັ້ນ, ຂ້າພະເຈົ້າຈຶ່ງປູກໝາກມັງກອນໃຫ້ຂຶ້ນກ້ຽວຕາມຕົ້ນໄມ້ປະເພດຕ່າງໆທີ່ຢູ່່ອ້ອມໜອງ. ຫຼັງຈາກນັ້ນ, ກໍຂະຫຍາຍອອກຕື່ມ”.
ຮູບແບບປູກໝາກມັງກອນກ້ຽວຕົ້ນມໍ໊າ ທີ່ເປັນເອກະລັກຢູ່ແຂວງກາເມົາ ຂອງອ້າຍ ມາຍລາມເຟືອງ |
ຮອດປີ 2014, ອ້າຍ ມາຍລາມເຟືອງ ໄດ້ປູກໝາກມັງກອນປະມານ 400 ຕົ້ນຕື່ມອີກ. ຫຼາຍຄົນກໍ່ປະຫຼາດໃຈ ຍ້ອນວ່າເຄືອໝາກມັງກອນທີ່ກ້ຽວຂຶ້ນຕາມຕົ້ນໄມ້ເຫຼົ່ານັ້ນ ລ້ວນແຕ່ເປັນໝາກໃຫຍ່ ແລະ ງາມດີ. ອ້າຍ ເຟືອງ ໄດ້ປູກຕົ້ນໄມ້ທີ່ເປັນເອກະລັກຂອງລະບົບນິເວດເຂດນໍ້າເຄັມຢູ່ທ້ອງຖິ່ນຫຼາຍຊະນິດຕື່ມອີກ ເພື່ອໃຫ້ໝາກມັງກອນຂຶ້ນກ້ຽວຫຼາຍກວ່າ. ເຖິງວ່່າ ຕົົ້ນໄມ້ເຫຼົ່ານັ້ນຈະມີລໍາຕ້ົນໃຫຍ່ກໍຕາມ ແຕ່ເມື່ອເຄືອໝາກມັງກອນກ້ຽວແໜ້ນ ກໍຄ່ອຍໆຕາຍໄປເທື່ອລະໜ້ອຍ ແລະ ເຄືອໝາກມັງກອນກໍຈະຕາຍໄປນໍາ. ມີພຽງແຕ່ເຄືອໝາກມັງກອນ ທີ່ຂຶ້ນກ້ຽວຕາມຕົ້ນມໍ໊າເທົ່ານັ້ນມີການເຕີບໂຕ ແລະ ຂະຫຍາຍຕົວດີ ແລະ ຕົ້ນມໍ໊າກໍເຕີບໂຕເຊັ່ນດຽວກັນ. ແຕ່ລະປີ, ສວນໝາກມັງກອນຢູ່ໃຈກາງເຂດດິນແດນນໍ້າເຄັມ ໄດ້ຊ່ວຍໃຫ້ຄອບຄົວອ້າຍເຟືອງ ສ້າງລາຍຮັບໄດ້ນັບຫຼາຍສິບລ້ານດົງ. ອ້າຍ ມາຍລາມເຟືອງ ເລົ່າສູ່ຟັງວ່າ:
“ໃນເບື້ອງຕົ້ນ, ຕົນເອງຄິດວ່າ ໝາກມັງກອນທີ່ປູກໃສ່ນໍ້າເຄັມນັ້ນ ມັນຈະເຄັມ, ຟາດ, ໃຜຊິຄຶດວ່າມັນຊິມີກິ່ນຫອມ, ຫວານ, ໝາກເຫຼື້ອມ, ເປັນເງົາງາມດີກວ່າໝາກມັງກອນທີ່ປູກຕາມປົກກະຕິ. ຕອນທໍາອິດ, ລາຄາຂາຍແມ່ນ 5.000 ດົ່ງ/kg, ຫຼັງຈາກນັ້ນ ມີຫຼາຍຄົນນິຍົມ ກໍຂຶ້ນລາຄາເປັນ 7.000 ດົ່ງ/kg ແລະ ປັດຈຸບັນ, ແມ່ນຂາຍໃນລາຄາ 10.000 ດົ່ງ/kg ແຕ່ກໍຍັງມີຫຼາຍຄົນນິຍົມຊື້ກິນ ແລະ ມີປະສິດທິຜົນທາງເສດຖະກິດສູງທີ່ສຸດ.”
ໃນເວລາທີ່ລໍຖ້າຕົ້ນມໍ໊າຢູ່ອ້ອມໜອງລ້ຽງກຸ້ງໃຫຍ່ພໍທີ່ຈະໃຫ້ຕົ້ນມັງກອນກ້ຽວຂ້ຶນນັ້ນ, ອ້າຍ ເຟືອງ ໄດ້ທົດລອງກ້າແນວພັນໝາກມັງກອນໃສ່ຊາມນ້ອຍ, ຫຼັງຈາກນັ້ນ, ກໍເອົາໄປຫ້ອຍໃສ່ຕົ້ນມໍ໊າຢູ່ໃຕ້ໜອງລ້ຽງກຸ້ງ. ເຄືອໝາກມັງກອນກໍກ້ຽວຕົ້ນມໍ໊າຢູ່ແຕ່ໃນນໍ້າຂຶ້ນມາເລີຍ, ຍັງເຕີບໂຕເປັນປົກກະຕິ. ປັດຈຸບັນ, ໃນເນື້ອທີ່ລ້ຽງກຸ້ງໜຶ່ງເຮັກຕາ, ບ່ອນໃດມີຕົ້ນມໍ໊າໃຫຍ່ພໍເພື່ອໃຫ້ເຄືອໝາກມັງກອນກ້ຽວຂຶ້ນນັ້ນ ອ້າຍເຟືອງກໍເອົາຕົ້ນໝາກມັງກອນມາປູກໃສ່ໄດ້ຫຼາຍກວ່າ 1.000 ຕົ້ນ. ປັດຈຸບັນ, ອ້າຍເຟືອງ ໄດ້ຂະຫຍາຍຮູບແບບ “ປູກໝາກມັງກອນກ້ຽວຕົ້ນມໍ໊າ” ໃນເນື້ອທີ່ຫຼາຍກວ່າ 1 ເຮັກຕາ ແລະ ກໍມີການເຕີບໂຕຂະຫຍາຍຕົວດີ. ເມື່ອຕີລາຄາກ່ຽວກັບຮູບແບບດັ່ງກ່າວ, ທ່ານນາງ ຫຼີ໊ທິລານ, ຮອງປະທານສະມາຄົມຊາວກະສິກອນ ເມືອງ ກ໊າຍເນືອກ ໃຫ້ຂໍ້ສັງເກດວ່າ:
“ແຕ່ກີ້, ແນວພັນໝາກມັງກອນນີ້ແມ່ນມີຢູ່ເທດສະບານເຮົາເອງ ແຕ່ປະຊາຊົນບໍ່ສົນໃຈມາດົນແລ້ວ. ຫຼັງຈາກນັ້ນ, ອ້າຍ ເຟືອງ ຈຶ່ງໄດ້ເລືອກເອົາແນວພັນນີ້ມາປູກໃສ່ຕົ້ນມໍ໊າຄືນໃໝ່. ເວົ້າລວມແລ້ວ, ຄຸນນະພາບຂອງໝາກມັງກອນ ແມ່ນແຊບທີ່ສຸດ, ໜ່ວຍໃຫຍ່ງາມດີ. ຍິ່ງໄປກວ່ານັ້ນ ແມ່ນສາມາດພັດທະນາ ແລະ ເຕີບໂຕໃນນໍ້າເຄັມໄດ້ເປັນຢ່າງດີ”.
ວິທີປູກໝາກມັງກອນທີ່ເປັນເອກະລັກຂອງ ອ້າຍເຟືອງ ໄດ້ຮັບການຕີລາຄາສູງຈາກ ສະຖາບັນວິທະຍາສາດກະສິກໍາຫວຽດນາມ. ນີ້ແມ່ນຮູບແບບໃໝ່, ສະນັ້ນ ຄວນສົ່ງເສີມໃຫ້ຊາວກະສິກອນນໍາໃຊ້. ຕາມນັກວິທະຍາສາດດ້ານກະສິກໍາແລ້ວ, ຮູບແບບການປູກໝາກມັງກອນກ້ຽວຕົ້ນມໍ໊າ” ເມື່ອໄດ້ຂະຫຍາຍກວ້າງອອກຢູ່ເຂດທີ່ມີນໍ້າເຄັມຖ້ວມຢູ່ແຂວງກາເມົາ ບໍ່ພຽງແຕ່ຈະຊ່ວຍໃຫ້ຊາວກະສິກອນຍົກສູງລາຍຮັບເທົ່ານັ້ນ ແຕ່ຍັງເພີ່ມເນື້ອທີ່ປ່ານໍ້າເຄັມ, ຊ່ວຍປັບປຸງສະພາບແວດລ້ອມນິເວດວິທະຍາຢູ່ທ້ອງຖິ່ນອີກດ້ວຍ./.




