(VOVWORLD) -ໂຮງຮຽນໃນໝູ່ບ້ານ ເວີນ ແມ່ນຫນຶ່ງໃນບັນດາຮາກຖານການສຶກສາເຂດຫ່າງໄກສອກຫລີກ ຂຶ້ນກັບໂຮງຮຽນປະຖົມ ເທດສະບານ ອີອາ ລີ ເມືອງ ຈືປ...
(VOVWORLD) -ໃນຊຸມມື້ໃກ້ກັບບຸນເຕັດປີມະໂລງ 2024, ຢູ່ຕາແສງບີ່ງເຄເທດສະບານດົງຈ່ຽວ, ເຂດປູກດອກໄມ້ຂະຫນາດໃຫຍ່ຂອງແຂວງກວ໋າງນິງເບິ່ງຄືວ່າຟົດຟື້ນກວ່າ. ຜູ້ປູກດອກໄມ້, ຕົ້ນໄມ້ປະດັບໄດ້ສຸມກຳລັງເຫື່ອແຮງເພື່ອບົດລະມັດບັນດາເນື້ອທີ່ປູກດອກໄມ້ແລະຕົ້ນໄມ້ປະດັບດ້ວຍຄວາມຫວັງຢາກໃຫ້ບັນດາສວນດອກໄມ້ຈະເບັ່ງບານໃນໂອກາດບຸນປີໃຫມ່ປະຈຳຊາດ.
(VOVWORLD) -ໃນຊຸມມື້ນີ້, ມີຫລາຍຄອບຄົວຢູ່ເຂດຊາຍແດນຂອງແຂວງ ລອງອານ ມີຄວາມປິຕິຊົມຊື່ນໄດ້ຮັບເຮືອນຫລັງໃຫມ່ ກ່ອນທີ່ບຸນເຕັດປີ ມະໂລງ 2024 ວຽນມາ. ຈາກບັນດາຫລັງເຮືອນທີ່ຊຸດໂຊມ ປະຈຸບັນໄດ້ຍ້າຍມາຢູ່ເຮືອນຫລັງໃຫມ່ໂຫຍ່ໂຕ ສວຍງາມ ແລະ ຖາວອນນັ້ນ ພໍ່ແມ່ປະຊາຊົນມີຄວາມປິຕິຊົມຊື່ນທີ່ສຸດ. ຍິ່ງກວ່ານັ້ນ ອຳນາດການປົກຄອງທ້ອງຖິ່ນ ໄດ້ແກ້ໄຂຄວາມຫຍຸ້ງຍາກເພື່ອໃຫ້ປະຊາຊົນຍ້າຍມາຢູ່ເຮືອນຫລັງໃຫມ່ໂດຍມີນ້ຳສະອາດ, ໄຟຟ້າໃຊ້.
(VOVWORLD) -ຕູ້ປຶ້ມ ດັ້ງຖູ່ຍເຈີມ ໄດ້ເປີດປະຕູຢ່າງເປັນທາງການໃນທ້າຍປີ 2023 ຢູ່ ຫໍວັດທະນະທຳ ບ້ານ ເຄງວ໋າຍ 3, ຕາແສງ ວັນເຄ ເມືອງ ເມລິງ ຮ່າໂນ້ຍ. ນີ້ແມ່ນ “ຕູ້ປຶ້ມ ດັ້ງຖູ່ຍເຈີມ” ທີ 7 ໃນທົ່ວປະເທດ ແລະ ແມ່ນ “ຕູ້ປຶ້ມ ດັ້ງຖູ່ຍເຈີມ” ທຳອິດ ຢູ່ ນະຄອນຫລວງ ຮ່າໂນ້ຍ.
(VOVWORLD) -ຄ້າຍຄຸມຂັງເລກ 1 ຕຳຫຼວດນະຄອນ ຮ່າໂນ້ຍ, ຫວຽດນາມ (ຕາແສງ ຊວນເຟືອງ, ເມືອງນາມຕືລຽມ), ແມ່ນບ່ອນພວມຄຸ້ມຄອງ, ຄຸມຂັງ, ສຶກສາອົບຮົມ (ດັດສ້າງ) ຜູ້ຖືກຫາ, ນັກໂທດຫຼາຍກ່ວາ 3.600 ຄົນ. ຢູ່ທີ່ນີ້, ພວມມີຫ້ອງຮຽນພິເສດ, ສອນອາຊີບສ້ອມແປງໄຟຟ້າຄົວເຮືອນໃຫ້ບັນດານັກໂທດ.
(VOVWORLD) -ປະຈຸບັນ ຫວຽດນາມ ມີຊາວຄຼິດ ເກືອບ 7 ລ້ານຄົນ ພວມດຳລົງຊີວິດຢູ່ທຸກແຖບຖິ່ນຂອງປະເທດຊາດ. ໃນຊຸມປີຜ່ານມາ, ຊາວຄຼິດ ຍາມໃດກໍ່ປະຕິບັດທິດນຳ “ເຄົາລົບນັບຖືພະເຢຊູ ແລະ ຮັກຊາດ”; ຢູ່ໃນສິນກິນທຳ, ເສີມຂະຫຍາຍຈິດໃຈສາມັກຄີລະຫວ່າງຊາວຄຼິດ ແລະ ຊາວກິງ, ຮ່ວມແຮງຮ່ວມໃຈສ້າງສາບ້ານເກີດເມືອງນອນ. ພ້ອມກັບປະຊາຊົນທຸກຊັ້ນວັນນະ, ຊາວຄຼິດໃນທົ່ວປະເທດ ຍາມໃດກໍ່ປະກອບສ່ວນຕັ້ງຫນ້າເຂົ້າໃນການພັດທະນາລວມຂອງປະເທດຊາດ. ມີຊາວຄຼິດ ຫລາຍຄົນ ໄດ້ກາຍເປັນແບບຢ່າງດີເດັ່ນໃນຂະບວນການຮັກຊາດ; ພັດທະນາເສດຖະກິດ ສັງຄົມ.
(VOVWORLD) -ໂດຍຮັບຮູ້ກ່ຽວກັບຄວາມສຳຄັນຂອງປື້ມ ແລະ ຄວາມປາດຖະຫນາຂອງຕົນ, ເອື້ອຍ ຢາງເຈົາ ພ້ອມກັບໝູ່ເພື່ອນຫນຸ່ມຂອງຕົນຢູ່ ຮ່າໂນ້ຍ ໄດ້ປະຕິບັດການຫັນຄວາມໄຝ່ຝັນຂອງຕົນ ແລະ ຂອງຄູອາຈານ, ນັກຮຽນຫລາຍຄົນຢູ່ເຂດພູສູງກ່ຽວກັບຫໍສະມຸດປື້ມໃຫ້ປະກົດຜົນເປັນຈິງ. ໂຄງການ “ຫໍສະມຸດຈາກບັນດາດອກໄມ້, ປ່ຽນດອກໄມ້, ສັນຍາລັກຂອງຄວາມງາມກາຍເປັນ “ສາງຂອງພູມປັນຍາ”, ຢູ່ບັນດາໂຮງຮຽນເຂດພູສູງ ແມ່ນເລື່ອງລາວຊື່ງພວກຂ້າພະເຈົ້າຢາກເລົ່າໃຫ້ທ່ານຜູ້ຟັງໄດ້ຮັບຟັງໃນລາຍການນີ້.
(VOVWORLD) -ແຜນຮ່າງຫນູນຊ່ວຍກໍ່ສ້າງເຮືອນຢູ່ ໃຫ້ແກ່ຜູ້ທຸກຍາກ, ຊາວຊົນເຜົ່າສ່ວນຫນ້ອຍຢູ່ ບໍລິເວນແຂວງ ຊອກຈັງ ໄດ້ຮັບການຜັນຂະຫຍາຍ ແຕ່ເດືອນ ມິຖຸນາ ຮອດເດືອນ ກັນຍາ ປີ 2023. ມີເຮືອນ 1.200 ຫລັງໄດ້ຮັບການກໍ່ສ້າງໃຫ້ຜູ້ທຸກຍາກ, ຊ່ວຍໃຫ້ເຂົາເຈົ້າມີຊີວິດທີ່ເປັນປົກກະຕິ.
(VOVWORLD) -ການຊ່ວຍເຫລືອຜູ້ທີ່ເຄີຍກະທຳຜິດພາຍຫລັງສິ້ນສຸດການປະຕິບັດຄຳຕັດສິນຈຳຄຸກ ໄດ້ກັບຄືນໄປເຊື່ອມຕົວເຂົ້າກັບວົງຄະນາຍາດ ນັ້ນແມ່ນຄວາມຮັບຜິດຊອບຂອງທົ່ວສັງຄົມ. ແຂວງ ຊອກຈັງ ແມ່ນຫນຶ່ງໃນບັນດາທ້ອງຖິ່ນ ທີ່ປະຕິບັດວຽກງານນີ້ໄດ້ເປັນຢ່າງດີ, ຊ່ວຍໃຫ້ຜູ້ທີ່ເຄີຍກະທຳຜິດ ແລ້ວກັບໃຈ, ສ້າງຊີວິດຄືນໃໝ່, ກາຍເປັນຜູ້ທີ່ເປັນປະໂຫຍດຕໍ່ສັງຄົມ.