(VOVWORLD) - ໂດຍກຳນົດວ່າ ມີບ່ອນຢູ່ຖາວອນ, ມີອາຊີບໝັ້ນຄົງ ແມ່ນພື້ນຖານສຳຄັນໃນພາລະກິດແຫ່ງການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ໃນຊຸມປີຜ່ານມາ ມີຫລາຍແຜນຮ່າງ, ນະໂຍບາຍຮັບປະກັນຊີວິດສັງຄົມ ໂດຍແຂວງ ເຊີນລາ ໄດ້ຜັນຂະຫຍາຍຢ່າງມີປະສິດທິຜົນ. ຢູ່ບັນດາເມືອງ ພູດອຍ, ໃນນັ້ນ ມີເມືອງ ບັກອຽນ, ມີຫລາຍຄອບຄົວທຸກຍາກໄດ້ຮັບການຫນູນຊ່ວຍທຶນຮອນທຳການຜະລິດເພື່ອປົວແປງການທຳມາຫາກິນ, ລົບລ້າງເຮືອນຢູ່ຊົ່ວຄາວ... ບັນດານະໂຍບາຍນີ້ໄດ້ສ້າງບາດກ້າວປ່ຽນແປງຢູ່ເຂດດິນແດນທີ່ຫຍຸ້ງຍາກນີ້.
ເຂດໃຈກາງເມືອງບັກອຽນ(ພາບ: Hang Cho La)
|
“ຄອບຄົວຂອງຂ້າພະເຈົ້າປະສົບກັບຄວາມຫຍຸ້ງຍາກ, ກ່ອນນີ້ ຂ້າພະເຈົ້າຕ້ອງຢູ່ໃນເຮືອນທີ່ຊຸດໂຊມ, ສະນັ້ນ ເມື່ອມີລົມພັດມາ ແລະ ຝົນຕົກ ແມ່ນເປັນກັງວົນທີ່ສຸດ. ໂດຍໄດ້ຮັບການໜູນຊ່ວຍ ຈຳນວນເງິນຈາກຕາແສງ ແລະ ເມືອງ ເພື່ອລົບລ້າງເຮືອນຢູ່ຊົ່ວຄາວ, ຄອບຄົວຂ້າພະເຈົ້າມີຄວາມປິຕິຊົມຊື່ນຫລາຍ. ປະຈຸບັນ ມີເຮືອນຖາວອນຢູ່ແລ້ວ, ຄອບຄົວຂ້າພະເຈົ້າມີຄວາມອຸ່ນອຽນໃຈ ແລະ ຈະພະຍາຍາມຫຼາຍຂຶ້ນເພື່ອລົບລ້າງຄວາມອຶດຫິວ ແລະ ຫຼຸດຜ່ອນຄວາມທຸກຍາກ”.
ບັກອຽນແມ່ນໜຶ່ງໃນ 6 ເມືອງທີ່ໄດ້ສຳເລັດວຽກງານລົບລ້າງເຮືອນຊົ່ວຄາວຕາມແຜນຮ່າງ “ລະດົມແຫຼ່ງກຳລັງຫນູຊ່ວຍຄອບຄົວທຸກຍາກທີ່ປະສົບກັບຄວາມຫຍຸ້ງຍາກດ້ານເຮືອນຢູ່ໃນບໍລິເວນແຂວງ ເຊີນລາ ໄລຍະ 2021-2025”. ຕາມນັ້ນແລ້ວ ຍອດຈຳນວນເງິນເກືອບ 20 ຕື້ດົ່ງ (843. 000 USD) ໄດ້ລະດົມເພື່ອລົບລ້າງເຮືອນຢູ່ຊົ່ວຄາວໃຫ້ 310 ກວ່າຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ, ຕົ້ນຕໍແມ່ນຊາວເຜົ່າມົ້ງ. ທ່ານ ດັ້ງງອກເຫົ້າ, ຮອງປະທານ ຄະນະກຳມະການປະຊາຊົນ ແຂວງ ເຊີນລາ ໃຫ້ຮູ້ວ່າ: ບັນລຸໄດ້ໝາກຜົນນີ້ກໍ່ຍ້ອນມີການເຂົ້າຮ່ວມຈາກຂັ້ນແຂວງລົງຮອດຂັ້ນຮາກຖານ.
ເຮືອນຊົ່ວຄາວຢູ່ບ້ານ ຊ່ວຍຫາວ, ເມືອງບັກອຽນ(ພາບ: Hang Cho La)
|
“ອາດຢັ້ງຢືນໄດ້ວ່າ ການລົບລ້າງເຮືອນພັກຊົ່ວຄາວສຳລັບຄອບຄົວທຸກຍາກແມ່ນຫນຶ່ງໃນບັນດາແຜນນະໂຍບາຍໃຫຍ່ຂອງລັດ, ຂອງແຂວງ, ແມ່ນນະໂຍບາຍວັດທະນະທຳມະນຸດ ເພາະວ່າ ມີບ່ອນຢູ່ຖາວອນ ຈຶ່ງມີການທຳມາຫາກິນທີ່ໝັ້ນຄົງໄດ້. ສະນັ້ນ ເລື່ອງລົບລ້າງເຮືອນຢູ່ຊົ່ວຄາວແມ່ນບາດກ້າວຫນຶ່ງທີ່ຈະຊ່ວຍໃຫ້ບັນດາຄອບຄົວຫລຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ”
ໄປຄຽງຄູ່ກັບການລົບລ້າງເຮືອນຢູ່ຊົ່ວຄາວ, ເມືອງ ບັກອຽນ ໄດ້ສຸມໃສ່ຫນູນຊ່ວຍການຫາເງິນລ້ຽງຊີບ, ສ້າງເງື່ອນໄຂສະດວກໃຫ້ຜູ້ທຸກຍາກສ້າງລາຍຮັບ. ຄອບຄົວ ອ້າຍ ຫລື່ວັນເຈົາ ຢູ່ ຕາແສງ ເມື່ອງຄວາ ແມ່ນຕົວຢ່າງຫນຶ່ງ:
“ນັບແຕ່ປີ 2018 ເປັນຕົ້ນມາ, ຄອບຄົວຂອງຂ້າພະເຈົ້າໄດ້ຮັບເງິນກູ້ 30 ລ້ານ ເພື່ອຊື້ງົວມາລ້ຽງ. ປະຈຸບັນຄອບຄົວຍັງມີ ງົວ 6-7 ໂຕ. ໃນອະນາຄົດອັນໃກ້ໆນີ້, ຄອບຄົວຂ້າພະເຈົ້າປາດຖະຫນາຈະໄດ້ກູ້ຢືມທຶນຕື່ມອີກເພື່ອພັດທະນາຝູງງົວຂອງຄອບຄົວໃຫ້ຫລາຍຂຶ້ນ”.
ບໍ່ພຽງແຕ່ຄອບຄົວຂອງອ້າຍ ເຈົາ ເທົ່ານັ້ນ, ຫາກຍັງມີຫລາຍຄອບຄົວທຸກຍາກ ແລະ ໃກ້ຂັ້ນທຸກຍາກ ຢູ່ເມືອງ ບັກອຽນ ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ ຍ້ອນໄດ້ກູ້ຢຶມເງິນຈາກທະນາຄານນະໂຍບາຍ. ທ່ານ ເລວັນທັງ, ຜູ້ອໍານວຍການທະນາຄານນະໂຍບາຍສັງຄົມເມືອງ ບັກອຽນ ໃຫ້ຮູ້ວ່າ: 9 ເດືອນຕົ້ນປີນີ້, ທະນາຄານນະໂຍບາຍສັງຄົມເມືອງ ໄດ້ປ່ອຍເງິນ ກວ່າ 78 ຕື້ດົ່ງ (ປະມານ 3,2 ລ້ານ USD) ໃຫ້ເກືອບ 1.600 ຄອບຄົວໄດ້ກູ້ຢືມເງິນ.
“ໃນບັນດາມາດຖານສ້າງຊົນນະບົດໃໝ່ລ້ວນແຕ່ມີການປະກອບສ່ວນຂອງທຶນສິນເຊື່ອນະໂຍບາຍ. ທຶນນະໂຍບາຍຈາກເມືອງ ບັກອຽນ ໄດ້ຊ່ວຍໃຫ້ຫຼາຍຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ມີການປ່ຽນແປງ. ບັນດາຄອບຄົວກູ້ຢຶມທຶນດັ່ງກ່າວໄດ້ກໍ່ສ້າງໂຄງການນ້ຳສະອາດ ແລະ ສຸຂະອະນາໄມສິ່ງແວດລ້ອມບັນລຸໄດ້ຕາມມາດຖານ, ມີລາຍຮັບເພີ່ມຂຶ້ນ, ມີວຽກເຮັດງານທຳທີ່ໝັ້ນຄົງ”.
ປະຊາຊົນສ້າງເສດຖະກິດຈາກການລ້ຽງສັດ(ພາບ: Van Ngoc/ trangtraiviet.danviet.vn)
|
ໂດຍແມ່ນເມືອງຫນຶ່ງຢູ່ເຂດພູສູງຂອງແຂວງ ເຊີນລາ ດ້ວຍຈຳນວນຊາວເຜົ່າສ່ວນໜ້ອຍກວມເອົາກວ່າ 95%, ເຖິງວ່າໄດ້ພົ້ນອອກຈາກບັນຊີລາຍຊື່ເມືອງທຸກຍາກຂອງທົ່ວປະເທດໃນປີກາຍນີ້, ແຕ່ແຂວງ ບັກອຽນ ຍັງມີ 13/16 ຕາແສງປະສົບກັບຄວາມຫຍຸ້ງຍາກເປັນພິເສດ. ອັດຕາຄອບຄົວທຸກຍາກຫຼາຍຂົ້ວຍັງຢູ່ໃນລະດັບສູງ ໂດຍແມ່ນ ກວ່າ 32%. ຕົວຈິງນີ້ຮຽກຮ້ອງໃຫ້ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນພະຍາຍາມຫລາຍກວ່າອີກເພື່ອຍູ້ໄວພາລະກິດແຫ່ງການຫຼຸດຜ່ອນຄວາມທຸກຍາກໃນໄລຍະຈະມາເຖິງ. ທ່ານນາງ ມຸ່ຍທິຫ່ຽນ, ເລຂາຄະນະພັກເມືອງ ບັກອຽນ ແບ່ງປັນວ່າ:
“ພວກຂ້າພະເຈົ້າຈະສຸມໃສ່ຜັນຂະຫຍາຍບັນດາໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການຫຼຸດຜ່ອນຄວາມທຸກຍາກຢ່າງທັນການຄື: ມະຕິເລກທີ 88 ຂອງສະພາແຫ່ງຊາດກ່ຽວກັບການພັດທະນາຊົນເຜົ່າສ່ວນໜ້ອຍ, ຫຼຸດຜ່ອນຄວາມທຸກຍາກ, ກໍ່ສ້າງຊົນນະບົດໃໝ່. ພ້ອມກັນນັ້ນ, ກໍ່ສືບຕໍ່ໂຄສະນາ ຍົກສູງຄວາມຮັບຮູ້ຂອງປະຊາຊົນ, ປະຊາຄົມກ່ຽວກັບການຮັບປະກັນຊີວິດສັງຄົມ ແລະ ໜູນຊ່ວຍຜູ້ທຸກຍາກ ເພື່ອບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ”.
ໂດຍແມ່ນໜຶ່ງໃນບັນດາເມືອງພູດອຍທຸກຍາກກວ່າໝູ່ໃນທົ່ວປະເທດ, ປະຈຸບັນ, ຊີວິດການເປັນຢູ່ຂອງປະຊາຊົນ ເມືອງ ບັກອຽນ ພວມມີການປ່ຽນແປງເປັນເທື່ອລະກ້າວ. ໝາກຜົນດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມຖືກຕ້ອງຂອງນະໂຍບາຍຫຼຸດຜ່ອນຄວາມທຸກຍາກ, ຄວາມພະຍາຍາມຢ່າງມີປະສິດທິຜົນເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກຂອງອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າສ່ວນຫນ້ອຍຢູ່ເຂດພູດອຍແຂວງ ເຊີນລາ./.




