(VOVWORLD) - ວັນທີ 7 ພຶດສະພາ, ໄຊຊະນະ ດ້ຽນບຽນຝູ໋ ຄົບຮອບ 65 ປີ, ຊຶ່ງແມ່ນໄຊຊະນະດັງກ້ອງກັງວານໄປທົ່ວ 5 ທະວີບທົ່ວໂລກ. ເຖິງວ່າ 65 ປີໄດ້ຜ່ານພົ້ນໄປແລ້ວນັ້ນ ແຕ່ສຽງກ້ອງກັງວານ, ຄວາມໝາຍ ແລະ ບົດຮຽນປະຫວັດສາດຂອງໄຊຊະນະນັ້ນ ຍັງຄົງດັງກ້ອງກັງວານໄປຕະຫລອດ, ແມ່ນກຳລັງໜູນ ແລະ ຕໍ່ກຳລັງແຮງໃຫ້ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ຫວຽດນາມ ບົນເສັ້ນທາງປ່ຽນແປງໃໝ່, ເຊື່ອມໂຍງ ແລະ ພັດທະນາ, ສ້າງສາ ແລະ ປົກປັກຮັກສາປະເທດ ຫວຽດນາມ ສັງຄົມນິຍົມ.