(VOVWORLD) -ການພົບປະສຸດຍອດ ອາເມລິກາ - ສປປ ເກົາຫລີ ຄັ້ງທີ 2 ຫາກໍ່ສິ້ນສຸດລົງໃນທ້າຍອາທິດຜ່ານມາ ຢູ່ ຮ່າໂນ້ຍ. ເຖິງວ່າ ບໍ່ບັນລຸໄດ້ຂໍ້ຕົກລົງຮ່ວມກໍຕາມ ແຕ່ມີນັກສັງເກດການ, ນັກໄຈ້ແຍກ, ນັກວິເຄາະສາກົນ ຫລາຍທ່ານໄດ້ຕີລາຄາວ່າ ການພົບປະສຸດຍອດ ຢູ່ ຮ່າໂນ້ຍ ມີຄວາມໝາຍຫລາຍຢ່າງ, ຮັດແຄບຄວາມບໍ່ລົງລອຍກັນ ແລະ ສ້າງພື້ນຖານໃຫ້ແກ່ບັນດາການເຈລະຈາປອດນິວເຄຼຍໃນແຫລມເກົາຫລີ ໃນອະນາຄົດ.