(VOVWORLD) - ທີ່ວາລະປະຊຸມຄັ້ງທີ 1 ຈັດຕັ້ງໃນວັນທີ 2 ສິງຫາ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ປ່ຽນໃໝ່ຮູບແບບການເຕີບໂຕ, ໄລຍະ 2016 – 2020, ໄດ້ໃຫ້ເຫັນເຖິງຄວາມຈຳເປັນຕ້ອງຢຶດໝັ້ນຈຸດໝາຍສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ປ່ຽນໃໝ່ຮູບແບບການເຕີບໂຕ. ຕາມນັ້ນແລ້ວ, ຫວຽດນາມ ຈະຮັກສາ ລະດັບການເຕີບໂຕດ້ານເສດຖະກິດສູງກ່ວາ, ສືບຕໍ່ຊອກຫາກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕເສດຖະກິດໃນໄລຍະຈະມາເຖິງ.