(VOVWORLD) - ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ສາທາລະນະລັດ ກູບາ. ໃນສະພາບການພົວພັນລະຫວ່າງສອງປະເທດພັດທະນາອັນດີງາມຢ່າງບໍ່ຢຸດຢັ້ງ, ພິເສດ ໃນປີ 2017 ອາດຈະໄດ້ຮັບຖືວ່າ ແມ່ນປີທີ່ພົ້ນເດັ່ນຂຶ້ນດ້ວຍຫລາຍບາດກ້າວໃຫມ່ ເມື່ອສອງຝ່າຍມີການແລກປ່ຽນຮອບດ້ານຫລາຍຄັ້ງ ບັນລຸປະສິດທິຜົນ ຈາກຂັ້ນລັດຕະຫລອດຮອດບັນດາກະຊວງ, ຂະແຫນງການ, ບັນດາອົງການຈັດຕັ້ງການເມືອງ, ເຂດເສດຖະກິດ, ການຄ້າ ແລະ ການລົງທຶນ, ການຢ້ຽມຢາມຂອງຜູ້ນຳພັກກອມມູນິດຫວຽດນາມ ໄດ້ປະກອບສ່ວນຮັດແຫນ້ນສາຍພົວພັນສາມັກຄີອ້າຍນ້ອງ, ບໍລິສຸດຜຸດຜ່ອງ, ໄວ້ເນື້ອເຊື່ອໃຈ ແລະ ຮ່ວມມືຮອບດ້ານ ຫວຽດນາມ -ກູບາ.