(VOVWORLD) - ໃນຊຸມວັນມື້ນີ້, ການນຳພັກ, ລັດ ຫວຽດນາມ ສືບຕໍ່ໄປຢ້ຽມຢາມ, ອວຍພອນວັນບຸນຄຼິດສະມາດຢູ່ບັນດາເຂດຊາວຄຼິດໃນທົ່ວປະເທດ. ໃນການພົບປະກັບຜູ້ມີຍົດສັກຕຳແໜ່ງ, ທາງສາສະໜາ ແລະ ພໍ່ແມ່ພີ່ນ້ອງຊາວຄຼິດ, ບັນດາການນຳພັກ, ລັດ ຍາມໃດກໍຕີລາຄາສູງການປະກອບສ່ວນຂອງພໍ່ແມ່ພີ່ນ້ອງຊາວຄຼິດໃນບັນດາຜົນງານພັດທະນາຂອງປະເທດ, ພ້ອມທັງປາດຖະໜາວ່າພໍ່ແມ່ພີ່ນ້ອງຈະສືບຕໍ່ເສີມຂະຫຍາຍນ້ຳໃຈມະຫາສາມັກຄີທົ່ວປວງຊົນທັງຊາດ, ພ້ອມກັນສ້າງສາປະເທດຊາດໃຫ້ວັດທະນາຖາວອນ.