(VOVWORLD) - ຫວ່າງມໍ່ໆມານີ້, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ, ໂຕເລິມ ໄດ້ມີການພົບປະກັບປັນຍາຊົນ, ນັກວິທະຍາສາດ ຫວຽດນາມ 200 ທ່ານ. ນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ: ຖັນແຖວປັນຍາຊົນ, ນັກວິທະຍາສາດຕ້ອງເປັນຜູ້ນຳໜ້າພາທາງ, ເປັນກຳລັງຫຼັກແຫຼ່ງໃນການປ່ຽນແປງໃໝ່, ບຸກທະລຸຢ່າງແຮງ, ສ້າງລະດັບຄວາມໄວສູງສຸດໃນການປະຕິບັດເປົ້າໝາຍພັດທະນາຢ່າງວ່ອງໄວ, ຍືນຍົງຂອງຊາດໃນໄລຍະໃໝ່.