ການເຈລະຈາກ່ຽວກັບບັນຫານິວເຄຼຍຂອງ ອີຣານ, ລະຫວ່າງ ອີຣານ ແລະ ກຸ່ມ P5+1 ພວມຖືກດຳເນີນຢູ່ ວຽນ, ປະເທດ ໂອຕຣິດ. ນີ້ແມ່ນການເຈລະຈາຮອບສຸດທ້າຍເພື່ອຊອກຫາຂໍ້ຕົກລົງຮອບດ້ານສະບັບໜຶ່ງ ໃຫ້ແກ່ໂຄງການນິວເຄຼຍ ເຊິ່ງໄດ້ກໍ່ການໂຕ້ຖຽງຢ່າງຫຼວງຫຼາຍຂອງ ອີຣານ ໃນຫຼາຍປີມານີ້.