(ພາບ: vov.vn)
ນີ້ແມ່ນການຢ້ຽມຢາມເບລາຣຸດ ເປັນຄັ້ງທຳອິດຂອງທ່ານຫງວຽນຟູຈ້ອງ ໃນຖານະເປັນຜູ້ນຳພັກກອມມູນິດຫວຽດນາມ. ໃນການຢ້ຽມຢາມຄັ້ງນີ້, ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ ແລະ ທ່ານປະທານາທິບໍດີ ສາທາລະນະລັດເບລາຣຸດ Alexander Lukashenko ແລກປ່ຽນບັນດາມາດຕະການລະອຽດເພື່ອແນໃສ່ປັບປຸງ ແລະ ພັດທະນາສາຍພົວພັນອັນເປັນມູນເຊື້ອ, ຊຸກຍູ້ການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດຫວຽດນາມ-ເບລາຣຸດ, ນຳການພົວພັນສອງຝ່າຍໃຫ້ພັດທະນາຢ່າງແທດຈິງ ແລະ ເຂົ້າສູ່ລວງເລິກ.
ການພົວພັນລະຫວ່າງຫວຽດນາມ-ເບລາຣຸດ ອີງບົນພື້ນຖານສາຍພົວພັນທີ່ເປັນມູນເຊື້ອນັບແຕ່ຊຸມປີທ້າຍສັດຕະວັດທີ 20. ນີ້ແມ່ນສາຍພົວພັນຮອບດ້ານໃນທຸກຂົງເຂດ. ໃນຊຸມປີຜ່ານມາ, ສອງປະເທດໄດ້ເພີ່ມທະວີສາຍພົວພັນຖານເພື່ອນມິດທີ່ເປັນມູນເຊື້ອອັນດີງາມ ແລະ ການຮ່ວມມືໃນຫຼາຍຂົງເຂດຢ່າງບໍ່ຢຸດຢັ້ງ. ອາດຈະເຫັນໄດ້ຄວາມຕັ້ງໜ້ານັບມື້ນັບເພີ່ມຂຶ້ນໃນການແລກປ່ຽນດ້ານການຄ້າລະຫວ່າງຫວຽດນາມ-ເບລາຣຸດ. ວົງເງິນການຄ້າສອງສົ້ນ ຫວຽດນາມ-ເບລາຣຸດ ເພີ່ມຂຶ້ນທົບ 7 ເທົ່າໃນ 10 ປີຜ່ານມາ, ປະຈຸບັນບັນລຸປະມານ 200 ລ້ານໂດລາສະຫະລັດ. ເຖິງຢ່າງໃດກໍ່ຕາມ, ຄວາມສາມາດບົ່ມຊ້ອນຂອງສອງປະເທດຍັງບໍ່ທັນໄດ້ຮັບການຂຸດຄົ້ນໃຫ້ໝົດເທື່ອ. ຍ້ອນເຫດນັ້ນ, ການຢ້ຽມຢາມ ເບລາຣຸດ ຂອງທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ ໄດ້ຮັບຄວາມຫວັງວ່າຈະສ້າງກຳລັງໜູນໃໝ່ເພື່ອພັດທະນາການພົວພັນສອງຝ່າຍຢ່າງແຮງກ່ວາອີກ, ພິເສດແມ່ນໃນຂົງເຂດການຄ້າ, ການລົງທຶນ. ເມື່ອຕອບສຳພາດຕໍ່ນັກຂ່າວ VOV, ທ່ານເອກອັກຄະລັກຖະທູດເບລາຣຸດ ປະຈຳຫວຽດນາມ Valery Sadokho ຢືນຢັນວ່າ:
“ເບລາຣຸດ ຖືການຢ້ຽມຢາມຄັ້ງນີ້ເປັນສຳຄັນທີ່ສຸດ. ພວກຂ້າພະເຈົ້າຫວັງວ່າ, ຜ່ານການຢ້ຽມຢາມຄັ້ງນີ້, ສອງຝ່າຍຈະພິຈາລະນາຄວາມສາມາດຍົກສູງສາຍພົວພັນຄູ່ຮ່ວມມືຂຶ້ນສູ່ລະດັບໃໝ່, ເປີດກ້ວາງບັນດາຂົງເຂດຮ່ວມມືດ້ານເສດຖະກິດ, ການສຶກສາ,ວັດທະນະທຳ… ສອງປະເທດພວມມີບັນດາເງື່ອນໄຂສະດວກເພື່ອຊຸກຍູ້ການພົວພັນຮ່ວມມື, ນຳມາເຊິ່ງຜົນປະໂຫຍດ ໃຫ້ແກ່ທັງສອງຝ່າຍ“.

(ພາບ: vov.vn)
ປະຈຸບັນ, ຫວຽດນາມ ແລະ ເບລາຣຸດ ພວມສຳເລັດວິວັດທະນາການດຳເນີນການເຈລະຈາສັນຍາການຄ້າເສລີ FTA 3 ຝ່າຍ, ລະຫວ່າງ ຫວຽດນາມ ແລະ ບັນດາປະເທດໃນສຳພັນທະມິດພາສີ ລວມມີລັດເຊຍ, ເບລາຣຸດ ແລະ ກາຊັກສະຖານ. ແລະ ຄາດວ່າຈະລົງນາມໃນຕົ້ນປີ 2015. ເມື່ອສຳເລັດ, ສັນຍາຈະນຳມາເຊິ່ງຜົນປະໂຫຍດໃຫ້ແກ່ແຕ່ລະປະເທດຄື: ຫລຸດຜ່ອນອາກອນນຳເຂົ້າ, ຍົກສູງລະດັບແກ່ງແຍ້ງບັນດາຜະລິດຕະພັນຂອງຫວຽດນາມ ຢູ່ເບລາຣຸດ ກໍ່ຄືສິນຄ້າຂອງເບລາຣຸດ ຢູ່ຫວຽດນາມ
ແງ່ຫວັງແຫ່ງການຮ່ວມມືສອງຝ່າຍ ຫວຽດນາມ-ເບລາຣຸດ
ໜ້າສົນໃຈແມ່ນ, ປະຈຸບັນ, ສອງປະເທດພວມດຳເນີນການເຈລະຈາກ່ຽວກັບການເປີດສາຍການບິນໂດຍກົງຊື່ງຄາດວ່າຈະສ້າງເງື່ອນໄຂໃຫ້ແກ່ການພົວພັນແລກປ່ຽນລະຫວ່າງສອງປະເທດ, ໂດຍສະເພາະແມ່ນໃນຂົງເຂດການທ່ອງທ່ຽວ. ທ່ານເອກອັກຄະລັກຖະທູດ Valery Sadokho ເນັ້ນໜັກວ່າ:
“ນີ້ບໍ່ພຽງແຕ່ແມ່ນສາຍການບິນໂດຍກົງລະຫວ່າງ ຫວຽດນາມ-ເບລາຣຸດ ເທົ່ານັ້ນ ຫາກຍັງແມ່ນຂົວຕໍ່ບັນດາສາຍການບິນອື່ນໆຢູ່ເອີລົບອີກດ້ວຍ. ເບລາຣຸດ ກໍ່ສົນໃຈຕໍ່ການເປີດສາຍການບິນໄປຍັງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ແລະ ສົ່ງແຂກທ່ອງທ່ຽວມາແຫ່ງນີ້ອີກດ້ວຍ. ຫວຽດນາມ ມີສະຖານທີ່ທ່ອງທ່ຽວທີ່ດູດດື່ມຫຼາຍແຫ່ງເພື່ອພັດທະນາການທ່ອງທ່ຽວຄື: ໂຮງແຮມມີຄູນນະພາບດີ, ຫາດຊາຍທະເລສວຍງາມ, ໝາກໄມ້ເຂດຮ້ອນ ແລະ ສິນທະເລ. ບັນດາປັດໄຈດັ່ງກ່າວໄດ້ດຶງດູດແຂກທ່ອງທ່ຽວເບລາຣຸດ ມາຫວຽດນາມ ນັບມື້ນັບຫຼາຍ“.




