ຫວ່າງແລ້ວນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ໄດ້ຊີ້ນຳບັນດາອົງການມີໜ້າທີ່ຮັບຜິດຊອບຈົ່ງສືບສວນ, ແກ້ໄຂເລື່ອງໃຫ້ຂ່າວເສກສັນປັ້ນແຕ່ງ, ບໍ່ຖືກກັບຄວາມຈິງເພື່ອໃສ່ຮ້າຍປາຍສີກົງຈັກການນຳຂອງປະເທດ, ກະຕຸກຊຸກຍູ້ການຕ້ານທຳລາຍພັກ ແລະ ລັດຫວຽດນາມ ໃນເວັບໄຊຈຳນວນ 1 ຊື່ງໄດ້ກໍ່ຄວາມລະແວງສົງໃສ ແລະ ຫາງສຽງບໍ່ດີໃນສັງຄົມ