ວັນທີ 5/9, ສອງຊາດຫວຽດນາມ-ລາວ ໄດ້ພ້ອມກັນສະເຫຼີມສະຫຼອງ 50 ປີເຕັມແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ-ລາວ (5/9/1962-5/9/2012). ຜ່ານໄລຍະເວລາ 50 ປີ, ສາຍພົວພັນອັນສັດຊື່, ບໍລິສຸດຜຸດຜ່ອງນັ້ນ ໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ ແລະ ພັດທະນາຢ່າງໝັ້ນຄົງ.