![]() |
| ໃນຄ່ຳຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຢູ່ປະເທດອັງກິດ, ປະຊາຊົນໄດ້ມາເຕົ້າໂຮມເປັນກຸ່ມໃຫຍ່ຢູ່ແຄມແມ່ນ້ຳ Thames , ເມື່ອໂມງໃຫຍ່ Big Ben ໄດ້ດັ່ງຂຶ້ນ 12 ບາດ, ເຂົາເຈົ້າໄດ້ພ້ອມກັນຮັບຊົມການຍິງບັ້ງໄຟດອກທີ່ງາມຕາ. |
![]() |
| ກໍເຊັ່ນດຽວກັນກັບບຸນເຕັດຢູ່ຫວຽດນາມ, ອັງກິດກໍມີປະເພນີ ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່. ຜູ້ໄປອວຍພອນປີໃໝ່ຢູ່ຄອບຄົວ ຕ້ອງແມ່ນຜູ້ຊາຍທີ່ໃຫຍ່ສູງ, ຜົມສີເຂັ້ມ, ນຳເຂົ້າຈີກ້ອນໜຶ່ງ, ເຫຼົ້າ ວິດສກີ ກວດໜຶ່ງ ແລະ ຖ່ານໄມ້ 2-3 ກ້ອນ ພ້ອມກັບເກືອເຂົ້າໄປເຮືອນເພື່ອອວຍພອນເຈົ້າຂອງເຮືອນດ້ວຍຄຳອວຍພອນອັນຈົບງາມທີ່ສຸດ. |
![]() |
| ຊາວຝະລັ່ງເຊື່ອໝັ້ນວ່າ ການຈັດງານລ້ຽງຕ້ອນຮັບປີໃໝ່ ຈະນຳຄວາມຈະເລີນ ແລະ ໂຊກດີມາສູ່ທຸກໆຄົນ. |
![]() |
| ຊາວແອັສປາຍມີປະເພນີກິນໝາກອາງູ່ນ 12 ໜ່ວຍໃນຈຸດເວລາ ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ໝາຍເຖິງນຳຄວາມສຸກມາໃຫ້ຄອບຄົວໃນທັງ 12 ເດືອນໃນປີ. |
![]() |
| ຊາວ ບຣາຊິວ ມີປະເພນີແກວງງ່າດອກໄມ້ຂາວລົງສູ່ຄື້ນຟອງທະເລເພື່ອໄຫ້ວອາໄລນາງເທວະທະເລ Yemanja. ແຕ່ລະປີ, ມີປະຊາຊົນນັບພັນຄົນປະຕິບັດປະເພນີນີ້ ດ້ວຍຄວາມຫວັງວ່າ ພະນາງຈະນຳຄວາມໂຊກດີມາສູ່ເຂົາເຈົ້າໃນປີໃໝ່. |
![]() |
| ໃນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ຊາວແດນໝາກຈະແກວງຈານເກົ່າໃສ່ປະຕູເຮືອນຂອງຄອບຄົວເພື່ອນບ້ານໃກ້ຄຽງ. ພວກເຂົາເຊື່ອວ່າ ຍິ່ງມີຈານແຕກຫຼາຍໃບຢູ່ໜ້າປະຕູໃນຕອນເຊົ້າວັນທີ 1 ຂອງປີໃໝ່, ຄອບຄົວນັ້ນ ກໍຈະຍິ່ງມີຄວາມໂຊກດີ ແລະ ມີເພື່ອນໃໝ່ຫຼາຍຄົນໃນປີໃໝ່. |
![]() |
| ເພື່ອກ້າວເຂົ້າສູ່ປີໃໝ່ທີ່ມີຄວາມໂຊກດີ, ຊາວ ສກົດແລນ ຈະຊອກຫາວິທີເຊື້ອເຊີນບັນດາອ້າຍບາວທີ່ເປັນຄົນເຈົ້າຊູ້, ຜິວດຳແດງ ມາອວຍພອນປີໃໝ່ໃນຈຸດເວລາທຳອິດເມື່ອກ້າວເຂົ້າສູ່ປີໃໝ່ ດ້ວຍຄວາມເຊື່ອໝັ້ນວ່າ ເປັນການຕັດສິນຄວາມໂຊກດີໃຫ້ແກ່ເຈົ້າຂອງເຮືອນໃນຮອບ 12 ປີຂອງປີໃໝ່. |
![]() |
| ໃນຄ່ຳຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ບັນດາຄອບຄົວຢູ່ ເອກົວດໍ ກໍເຕົ້າໂຮມກັນຢູ່ໜ້າບ້ານ ແລະ ພ້ອມກັນຈູດເຜົາຕຸກກະຕາເຟືອງ. ຢູ່ປະເທດນີ້, ເຂົາເຈົ້າເຊື່ອວ່າ ວຽກງານນີ້ ຈະຊ່ວຍຊຳລະລ້າງຊວຍ, ສິ່ງທີ່ບໍ່ຈົບບໍ່ງາມໃນ 12 ເດືອນທີ່ຜ່ານມາ ແລະ ຈະນຳຄວາມໂຊກດີ, ສິ່ງທີ່ຈົບງາມ, ຄວາມມ່ວນຊື່ນໃນປີໃໝ່. |
![]() |
| ຢູ່ຟີລິບປິນ, ຮູບວົງມົນ ເປັນສັນຍາລັກໃຫ້ແກ່ໂຊກ ລາບ ແລະ ຄວາມອຸດົມສົມບູນ, ດັ່ງນັ້ນຮອດຄ່ຳຄືນ ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ປະຊາຊົນກໍເຄີຍນຸ່ງເຄື່ອງທີມີຮູບວົງມົນ ແລະ ໃສ່ຜ້າຄຸມໂຕມີລວດລາຍວົງມົນ, ເອົາເງິນຫຼຽນໃຫ້ເດັກ. ນີ້ກໍເປັນການເຊື່ອໝັ້ນວ່າ ໃນຕະຫຼອດປີໃໝ່ ຈະບໍ່ຕ້ອງເປັນຫ່ວງນຳເລື່ອງຫາເງິນ. |
![]() |
| ຊາວເກຼັກມີປະເພນີ ຫໍ່ເງິນຫຼຽນດ້ວຍເຈ້ຍຊືນ, ແລ້ວກໍຍັດໃສ່ເຂົ້າຈີ່ຫຼືເຂົ້າໜົມ Cake , ຫຼັງຈາກນັ້ນ, ກໍນຳໄປປີ້ງ. ຜູ້ໃດກິນເຂົ້າໜົມຖືກຕອນທີ່ມີເງິນຫຼຽນນັ້ນ ຈະມີຄວາມໂຊກດີໃນປີໃໝ່. |
![]() |
| ຢູ່ຕວກກີ, ເມື່ອສຽງລະຄັງດັງກ້ອງກັງວານຂຶ້ນໃນ ໃນຈຸດເວລາທຳອິດຂອງປີໃໝ່, ທຸກຄົນຈະເປີດປະຕູໜ້າບ້ານ ແລະ ໂຮ່ຍເກືອລົງໃສ່ຂັ້ນໄດ. ເຂົາເຊື່ອໝັ້ນວ່າ ນີ້ຈະເປັນການນຳຄວາມສະຫງົບສຸກ ກໍຄືຄວາມອີ່ມໜຳສຳລານມາສູ່ຄອບຄົວໃນປີໃໝ່. |




