ທ່ານ ເຈິ່ນດຶກທັ້ງ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV1) |
ກອງປະຊຸມຜັນຂະຫຍາຍວຽກງານວັດແຖກ, ສ້າງແຜນທີ່ຕາດິນ, ທະບຽນຕາດິນ, ສ້າງສຳເນົາເອກະສານຕາດິນ ແລະ ສ້າງສຳເລັດຖານຂໍ້ມູນແຫ່ງຊາດກ່ຽວກັບຕາດິນ ໂດຍກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ກະຊວງຕຳຫຼວດເປັນເຈົ້າພາບ ໄດ້ດຳເນີນໃນຕອນບ່າຍວັນທີ 30 ມີນາ ຢູ່ຮ່າໂນ້ຍ.
ຕາມບົດລາຍງານ, ບັ້ນເຄື່ອນໄຫວ 90 ວັນແລະຄືນ ເສີມສ້າງ, ເຮັດໃຫ້ຖານຂໍ້ມູນແຫ່ງຊາດກ່ຽວກັບຕາດິນສະອາດ ໂດຍກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ກະຊວງ ຕຳຫຼວດຜັນຂະຫຍາຍແຕ່ວັນທີ 1 ກັນຍາ ຫາວັນທີ 30 ພະຈິກ 2025 ນັ້ນແມ່ນໄດ້ ເຮັດໃຫ້ທີດິນເກືອບ 62,5 ລ້ານຕອນໃນທົ່ວປະເທດຄົບຊຸດ ແລະສະອາດ. ທ່ານ ເຈິ່ນດຶກທັ້ງ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ເນັ້ນໜັກວ່າ:
ໜ້າທີ່ກໍ່ສ້າງ, ປັບປຸງຖານຂໍ້ມູນແຫ່ງຊາດກ່ຽວກັບທີ່ດິນໃຫ້ສົມບູນແບບແມ່ນບາດກ້າວຫັນປ່ຽນຢ່າງແຮງ, ປ່ຽນແປງແບບວິທີຄຸ້ມຄອງ ຈາກແບບຫັດຖະກຳເປັນທັນສະໄໝ, ໂປ່ງໃສ; ເສັ້ນທາງໃນຕໍ່ໜ້າເພື່ອປະຕິບັດໃຫ້ສຳເລັດໃນປີ 2026 ຍັງມີສິ່ງທ້າທາຍຫຼາຍຢ່າງ. ຂ້າພະເຈົ້າເຊື່ອໝັ້ນວ່າດ້ວຍການຊີ້ນຳ, ນຳພາຢ່າງໃກ້ຊິດຕິດແທດຂອງສູນກາງ, ການເຂົ້າຮ່ວມຢ່າງຂ້ຽວຂາດຂອງບັນດາທ້ອງຖິ່ນ, ພວກເຮົາຈະສຳເລັດເປົ້າໝາຍສ້າງຖານຂໍ້ມູນແຫ່ງຊາດກ່ຽວກັບທີ່ດິນ “ຖືກຕ້ອງ - ຄົບຖ້ວນ - ສະອາດ - ມີຊີວິດ”, ປະກອບສ່ວນສຳຄັນເຂົ້າການສ້າງລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ.




