logo

ມີຫຼາຍ​ຈຸດ​ໃໝ່​ໃນ​ໂອ​ກາດ​ງານບຸນ ວິ​ຫານ​ຮຸ່ງ ປີ 2026

2026/3/31 | 07:53:26
(VOVWORLD) - ມີການເຄື່ອນໄຫວວັດທະນະທຳທີ່ເປັນມູນເຊື້ອຫຼາຍຢ່າງສືບຕໍ່ໄດ້ຮັບການຮັກສາ ແລະ ຈັດຕັ້ງຢ່າງຟົດຟື້ນ ໄດ້ຈັດຕັ້ງຕາມ 18 ກຸ່ມຕາແສງ, ສ້າງການເຊື່ອມຕໍ່ເຂດ ແລະ ເພີ່ມທະວີການພົບປະແລກປ່ຽນ, ແຜ່ກະຈາຍວັດທະນະທຳຮາກຖານ.
ການຖະແຫຼງຂ່າວກ່ຽວກັບການບູຊາເຈົ້າຊີວິດຮຸ່ງ - ວັນບຸນວິຫານຮຸ່ງ ແລະ ສັບປະດາວັດທະນະທຳ, ການທ່ອງທ່ຽວເຂດດິນແດນບັນພະບຸລຸດ ປີມະເມຍ 2026 (ພາບ: VOV)

ການບູຊາເຈົ້າຊີວິດຮຸ່ງ  - ງານບຸນວິຫານຮຸ່ງ ແລະ ສັບປະດາວັດທະນະທຳ - ການທ່ອງທ່ຽວເຂດດິນແດນບັນພະບຸລຸດ ປີ 2026 ຈະດຳເນີນແຕ່ວັນທີ 7 – 21 ເມສາ (ກົງກັບວັນທີ 20 ເດືອນສອງ ຫາວັນທີ 5 ເດືອນສາມ ໄລ່ຕາມຈັນທະປະຕິທິນ). ລາຍການປີນີ້ຈະມີຫຼາຍຈຸດໃໝ່ທີ່ພົ້ນເດັ່ນ, ດ້ວຍການອະນຸລັກຮັກສາຄຸນຄ່າມູນເຊື້ອ ປະສານສົມທົບ ກັບເປີດກວ້າງການພົວພັນແລກປ່ຽນສາກົນ, ຂອບຂະໜາດ ແລະ ສະຖານທີ່ຈັດຕັ້ງບັນດາການເຄື່ອນໄຫວວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ໄດ້ຮັບການເປີດກວ້າງກວ່າ, ສ້າງຫຼາຍເຫດການຕິດຕໍ່ນໍ່ເນື່ອງກັນໃນສັບປະດາວັດທະນະທຳ - ການທ່ອງທ່ຽວເຂດດິນແດນບັນພະບຸລຸດ

ມີການເຄື່ອນໄຫວວັດທະນະທຳທີ່ເປັນມູນເຊື້ອຫຼາຍຢ່າງສືບຕໍ່ໄດ້ຮັບການຮັກສາ ແລະ ຈັດຕັ້ງຢ່າງຟົດຟື້ນຄື: ຕັ້ງຄ້າຍວັດທະນະທຳ, ການສະແດງ,ໂຄສະນາ, ແນະນຳບັນດາຜະລິດຕະພັນທ້ອງຖິ່ນ; ງານມະໂຫລາມສະແດງສິລະປະມວນຊົນແຂວງ ຟູ໋ເທາະ… ໄດ້ຈັດຕັ້ງຕາມ 18 ກຸ່ມຕາແສງ, ສ້າງການເຊື່ອມຕໍ່ເຂດ ແລະ ເພີ່ມທະວີການພົບປະແລກປ່ຽນ, ແຜ່ກະຈາຍວັດທະນະທຳຮາກຖານ. ໜຶ່ງໃນບັນດາຈຸດພົ້ນເດັ່ນແມ່ນງານບຸນວັດທະນະທຳພື້ນເມືອງຢູ່ຕາມທ້ອງຖະໜົນ ໄດ້ຮັບການຟື້ນຟູ ແລະ ເຊື່ອມຕໍ່ກັບລາຍການ “ສີສັນການທ່ອງທ່ຽວເຂດດິນແດນບັນພະບຸລຸດ”.

TAG
VOV/VOVworld/ງານ​ບຸນ/ວິ​ຫານ​ຮຸ່ງ/ສັບ​ປະ​ດາ​ວັດ​ທະ​ນະ​ທຳ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ