10 ເຫດການພົ້ນເດັ່ນຂອງຫວຽດນາມໃນປີ 2012ໂດຍວິທະຍຸກະຈາຍສຽງຫວຽດນາມເລືອກເຟັ້ນ
ເຫດການທີ 1. ການສຳຫຼວດກວດກາ, ຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍຕາມມະຕິສູນກາງທີ 4 (ຊຸດທີ 11) ກາຍເປັນການດຳເນີນຊີວິດດ້ານການເມືອງຢ່າງເລິກເຊິ່ງກວ້າງຂວາງ, ເຂັ້ມງວດໃນທົ່ວພັກ, ໃນເບື້ອງຕົ້ນໄດ້ນຳມາເຊິ່ງປະສິດທິຜົນຢ່າງຕັ້ງໜ້າ
ການສຳຫຼວດກວດກາ, ຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍຕາມມະຕິສູນກາງທີ 4 ໄດ້ດຶງດູດຄວາມສົນໃຈຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນໃນທົ່ວປະເທດ. ນີ້ແມ່ນວຽກງານເປັນປະຈຳ, ຍາວນານ ແລະ ຮອບດ້ານໃນການກໍ່ສ້າງພັກ, ເຊິ່ງກ່ຽວຂ້ອງເຖິງຄວາມເປັນຕາຍຂອງພັກ, ການຍື່ນຍົງຄົງຕົວຂອງລະບອບ. ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ຢືນຢັນວ່າ “ບົດຮຽນຕົວຈິງຂອງປະຫວັດສາດຫວຽດນາມ ໄດ້ສະແດງໃຫ້ເຫັນວ່າ, ເມື່ອພັກເຮົາຮັບຮູ້ໄດ້ຄວາມຜິດພາດ, ຂໍ້ຂາດຕົກບົກຜ່ອງ ແລະ ຕັດສິນໃຈແກ້ໄຂ, ກຳລັງແຮງຂອງພັກຍິ່ງໄດ້ຮັບການຍົກສູງຂຶ້ນ; ປະຊາຊົນຍິ່ງມີຄວາມເຊື່ອໝັ້ນ, ຮັກແພງ ແລະ ສະໜັບສະໜູນພັກ. ໃນສະພາບການທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ, ການທ້າທາຍໃນປະຈຸບັນ, ສິ່ງດັ່ງກ່າວຍິ່ງມີຄວາມຈຳເປັນທີ່ສຸດ.”

ເຫດການທີ 2, ມີຫຼາຍເນື້ອໃນທີ່ສຳຄັນໄດ້ຮັບການປຶກສາຫາລື ແລະ ຕົກລົງໃນກອງປະຊຸມສະໄໝສາມັນເທື່ອທີ 4 (ສະພາແຫ່ງຊາດຫວຽດນາມ ຊຸດທີ 13)
ທີ່ກອງປະຊຸມສະໄໝສາມັນເທື່ອທີ 4 (ສະພາແຫ່ງຊາດຫວຽດນາມຊຸດທີ 13), ສະພາແຫ່ງຊາດໄດ້ໃຫ້ຄຳເຫັນກ່ຽວກັບການປັບປຸງລັດຖະທຳມະນູນປີ 1992 ແລະ ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ); ຮັບຮອງເອົາມະຕິກ່ຽວກັບການລົງມະຕິໄວ້ວາງໃຈ ສຳລັບບັນດາຕຳແໜ່ງໂດຍສະພາແຫ່ງຊາດ, ສະພາປະຊາຊົນເລືອກຕັ້ງ ຫຼືເຊັນອະນຸມັດ. ນີ້ແມ່ນການຫັນເປັນລະອຽດບັນດາເນື້ອໃນເຊິ່ງກອງປະຊຸມຄະນະບໍລິຫານງານສູນກາງພັກຄັ້ງທີ 5, ຄັ້ງທີ 6 (ຊຸດທີ 11) ຂອງພັກໄດ້ຕົກລົງ.

ເຫດການທີ 3. ເສດຖະກິດຫວຽດນາມ ຍັງຄົງເປັນປົກກະຕິ ແລະ ຮັກສາລະດັບເຕີບໂຕ ດ້ວຍລະດັບ GDP ເພີ່ມຂຶ້ນກວ່າ 5%, ໄພເງິນເຟີ້ຕ່ຳກວ່າ 7%
ນີ້ແມ່ນຄວາມມານະພະຍາຍາມອັນໃຫຍ່ຫຼວງຂອງທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນ ໃນເງື່ອນໄຂພື້ນຖານເສດຖະກິດຍັງບໍ່ທັນໄດ້ຮັບການແກ້ໄຂຢ່າງມີປະສິດທິຜົນ, ໄພທຳມະຊາດເກີດຂຶ້ນຢ່າງຕໍ່ເນື່ອງ, ການກະທົບຈາກການປ່ຽນແປງຂອງດິນຟ້າອາກາດ, ພ້ອມກັບຜົນສະທ້ອນບໍ່ໜ້ອຍຈາກວິກິດການເສດຖະກິດໂລກ. ບັນດາມາດຕະການສ້າງໂຄງປະກອບລັດວິສາຫະກິດ, ຕະຫຼາດການເງິນ, ທະນາຄານ ແລະ ການລົງທຶນຄືນໃໝ່ ໄດ້ຮັບການຜັນຂະຫຍາຍໃນເບື້ອງຕົ້ນ. ໃນສະພາບທີ່ການຜະລິດອຸດສາຫະກຳປະສົບກັບຄວາມຫຍຸ້ງຍາກນັ້ນ, ແຕ່ການຜະລິດກະສີກຳຍັງຄົງພັດທະນາ, ປະກອບສ່ວນຮັກສາເສດຖະກິດສັງຄົມເປັນປົກກະຕິ: ຍອດປະລິມານການຜະລິດທັນຍາຫານທັງປີບັນລຸເກືອບ 44 ລ້ານໂຕນ; ຍອດວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳບັນລຸກວ່າ 25 ຕື້ໂດລາສະຫະລັດ, ໃນນັ້ນເຂົ້າສານ, ກາເຟ, ໝາກຜິກໄທ…ບຶນຕົວຂຶ້ນຢືນດັບໜຶ່ງຂອງໂລກ.

ເຫດການທີ 4. ການປົກປັກຮັກສາອະທິປະໄຕຢູ່ເຂດຊາຍແດນ, ທະເລເກາະໄດ້ຮັບຄວາມເອົາໃຈໃສ່ພິເສດຈາກປະຊາຊົນທົ່ວປະເທດ
ຫວຽດນາມມີແຜນນະໂຍບາຍປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດ ແລະ ແກ້ໄຂການພິພາດບົນພື້ນຖານເຄົາລົບຄວາມຈິງປະຫວັດສາດ, ກົດໝາຍສາກົນ, ໂດຍຜ່ານການເຈລະຈາ, ຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ຢູ່ໃນໂລກ. ບໍ່ພຽງແຕ່ບັນດານັກວິທະຍາສາດ, ນັກຄົ້ນຄ້ວາປະຫວັດສາດພາຍໃນປະເທດ ແລະ ສາກົນເທົ່ານັ້ນ, ຫາກປະຊາຊົນຫຼາຍຄົນ, ໃນນັ້ນມີຊາວຫວຽດນາມທີ່ພວມດຳລົງຊີວິດຢູ່ຕ່າງປະເທດ ໄດ້ສະໜອງເອກະສານ, ຫຼັກຖານປະຫວັດສາດຫຼາຍຢ່າງ ເຊິ່ງກ່ຽວຂ້ອງເຖິງບັນຫາອະທິປະໄຕຂອງຫວຽດນາມ ທີ່ມີຕໍ່ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ.

ເຫດການທີ 5. ປີແຫ່ງຄວາມສາມັກຄີ, ມິດຕະພາບຫວຽດນາມ - ລາວ ແລະ ປີມິດຕະພາບຫວຽດນມ - ກຳປູເຈຍ ຖືກຈັດຂຶ້ນຢ່າງສົມກຽດ
ມີການເຄື່ອນໄຫວຫຼາຍຢ່າງຖືກຈັດຂຶ້ນຢູ່ຫວຽດນາມ, ລາວ, ກຳປູເຈຍ, ຢັ້ງຢືນຄວາມສາມັກຄີ, ມິດຕະພາບ, ພ້ອມກັນຕັດສິນໃຈສ້າງສາແຕ່ລະປະເທດໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ, ວັດທະນາຖາວອນ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງສາມປະເທດອິນດູຈີນອ້າຍນ້ອງ. ໃນນັ້ນມີງານໂຮມຊຸມນຸມ, ງານພົບປະສ້າງສັນ; ການນຳຂັ້ນສູງ 3 ປະເທດດຳເນີນການຢ້ຽມຢາມເຊິ່ງກັນ ແລະ ກັນ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ຮ່ວມມືທາງດ້ານເສດຖະກິດ - ການຄ້າລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖີ່ນຕ່າງໆ; ແລກປ່ຽນມິດຕິພາບປະຊາຊົນ, ແລກປ່ຽນວັດທະນະທຳ, ສິລະປະ ແລະ ກິລາລະຫວ່າງສາມປະເທດ.

ເຫດການທີ 6. ຈຳນວນອຸບັດຕິເຫດ, ຈຳນວນຜູ້ເສຍຊີວິດ ແລະ ຖືກບາດເຈບ ຖືກຫຼຸດລົງຢ່າງແຮງໃນປີແຫ່ງຄວາມປອດໄພທາງຄົມມະນາຄົມແຫ່ງຊາດ
ປີແຫ່ງຄວາມປອດໄພທາງຄົມມະນາຄົມແຫ່ງຊາດ ໂດຍທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ປຸກລະດົມທາງວິທະຍຸກະຈາຍສຽງຫວຽດນາມ. ຕາມຕົວເລກສະຖິຕິ, ອຸບັດຕິເຫດທາງຄົມມະນາຄົມໄດ້ຫຼຸດລົງ 17%, ຈຳນວນຜູ້ເສຍຊີວິດຫຼຸດລົງ 14%, ຈຳນວນຜູ້ຖືກບາດເຈບຫຼຸດລົງ 20%. ບັນລຸໄດ້ຜົນງານດັ່ງກ່າວ ແມ່ນຍ້ອນມີການຊີ້ນຳຢ່າງເດັດດຽວຂອງລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖີ່ນຕ່າງໆ, ແລະ ຄວາມຮັບຮູ້ຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ ຜ່ານວຽກງານໂຄສະນາຢ່າງແຮງຂອງບັນດາພາຫະນະສື່ມວນຊົນ.
ເຫດການທີ 7. ກໍ່ສ້າງສຳເລັດຫຼາຍກິດຈະກຳຈຸດສຸມແຫ່ງຊາດ
ພາຍຫຼັງ 7 ປີ ແຫ່ງການກໍ່ສ້າງ, ເຂື່ອນໄຟຟ້ານ້ຳຕົກ ເຊີນລາ - ເຊິ່ງແມ່ນກິດຈະກຳເຂື່ອນໄຟຟ້ານ້ຳຕົກໃຫຍ່ກວ່າໝູ່ຢູ່ອາຊີຕາເວັນອອກສ່ຽງໃຕ້ ດ້ວຍກຳລັງໄຟຟ້າ 2.400 MW ໄດ້ເປີດສະຫຼອງກ່ອນກຳນົດເວລາ 3 ປີ, ອັນໄດ້ປະຢັດ ແລະ ສ້າງຜົນປະໂຫຍດໃຫ້ແກ່ປະເທດ 40.000 ຕື້ດົ່ງ. ກ່ອນນັ້ນ, ດ່າວທຽມໂທລະຄົມ VINASAT-2 ຖືກຍິງເຂົ້າວົງໂຄຈອນສຳເລັດຜົນ, ອັນໄດ້ຢືນຢັນອະທິປະໄຕແຫ່ງຊາດຂອງຫວຽດນາມໃນຈັກກະວານ. ພ້ອມກັນນັ້ນ, ຫວຽດນາມ ໄດ້ລົງມືກໍ່ສ້າງສູນອາວະກາດຫວຽດນາມ ຢູ່ເຂດອຸດສາຫະກຳສູງ ຮ່ວາລາກ - ຮ່າໂນ້ຍ.

ເຫດການທີ 8. ປີ 2012, 3 ອົງການຈັດຕັ້ງການເມືອງ - ສັງຄົມທີ່ສຳຄັນຂອງຫວຽດນາມ ຈັດກອງປະຊຸມໃຫຍ່.
ນັ້ນແມ່ນກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດຄັ້ງທີ 11, ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກອມມູນິດ ໂຮ່ຈີມິນ ທົ່ວປະເທດຄັ້ງທີ 10, ກອງປະຊຸມໃຫຍ່ຜູ້ແທນສະມາຄົມນັກຮົບເກົ່າຫວຽດນາມທົ່ວປະເທດຄັ້ງທີ 5. ຜ່ານກອງປະຊຸມໃຫຍ່, ສະມາຊິກຊາວໜຸ່ມ, ນັກຮົບເກົ່າ ແລະ ແມ່ຍິງຫວຽດນາມ ສືບຕໍ່ຢັ້ງຢືນຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ເສັ້ນທາງກ້າວຂຶ້ນສັງຄົມນິຍົມ ແລະ ສູ້ຊົນປະກອບກຳລັງຂອງຕົນ ເພື່ອກໍ່ສ້າງປະເທດຊາດໃຫ້ໝັ້ນຄົງເຂັ້ມແຂງ.

ເຫດການທີ 9. ເຊີດຊູການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງ ແລະ ແມ່ພິມດ້ວຍໄມ້ວັດ ວິ້ງງຽມ
ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳສະຫະປະຊາຊາດ (UNESCO) ໄດ້ຮັບຮອງການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງຂອງຊາວຫວຽດນາມ ແມ່ນມໍລະດົກວັດທະນະທຳທີ່ບໍ່ມີຮູບຮ່າງ ເປັນຕົວແທນຂອງມວນມະນຸດ; ແລະ ຮັບຮອງແມ່ພິມຄຳພີດ້ວຍໄມ້ຂອງວັດ ວິ້ງງຽມ (ແຂວງບັກຢາງ) ເປັນມໍລະດົກວັດທະນະທຳ. ສິ່ງດັ່ງກ່າວ, ອີກເທື່ອໜຶ່ງ ໄດ້ຢັ້ງຢືນບັນດາຄູນຄ່າທີ່ເປັນເອກະລັກສະເພາະຂອງວັດທະນະທຳຫວຽດນາມ, ພ້ອມທັງວາງອອກຄວາມຮຽກຮ້ອງອະນຸລັກຮັກສາວັດທະນະທຳບູຮານ, ວັດທະນະທຳທີ່ມີຮູບຮ່າງ ແລະ ບໍ່ມີຮູບຮ່າງ.

ເຫດການທີ 10. ກິລາຫວຽດນາມ ບໍ່ໄດ້ຮັບຜົນຢູ່ ໂອລີມປິກ ລອນດອນ 2012 ແລະ ການແຂ່ງຂັນບານເຕະຊິງຊະນະເລີດອາຊີຕາເວັນອອກສ່ຽງໃຕ້
ຄະນະກິລາຫວຽດນາມບໍ່ໄດ້ຮັບຫຼຽນຢູ່ໂອລີມປິກ ລອນດອນ. ໃນຂະນະນັ້ນທິມຊາດບານເຕະຫວຽດນາມ ຖືກປັດເຂ່ຍອອກຈາກການແຂ່ງຂັນບານເຕະອາຊີຕາເວັນອອກສ່ຽງໃຕ້ (AFF Cup). ສິ່ງດັ່ງສະແດງໃຫ້ເຫັນວ່າ, ກິລາຫວຽດນາມ ຍັງມີວຽກງານຫຼາຍຢ່າງທີ່ຈະຕ້ອງເຮັດ ເພື່ອມີບາດກ້າວຢ່າງໝັ້ນຄົງ ໂດຍລະອຽດແມ່ນແຜນຍຸດທະສາດ, ການຄຸ້ມຄອງ, ການລົງທຶນ, ການເຝິກແອບ, ການບຳລຸງສ້າງຖັນແຖວນັກກິລາທັງມີຈິດໃຈ ທັງມີຄວາມສາມາດ.





