logo

ດັດ​ຊະ​ນີກ​ານ​ປະ​ຕິ​ຮູ​ບ​ການ​ບໍ​ລິ​ຫານ​ປີ 2025 ຂອງ​ຮ່າ​ໂນ້ຍໄດ້​ປັບ​ປຸງ​ຢ່າງ​ຈະ​ແຈ້ງ

2026/3/31 | 11:16:57
(VOVWORLD) - ຕາມການຕີລາຄາຂອງສະພາຕີລາຄາດັດຊະນີການປະຕິຮູບການບໍລິຫານ ນະຄອນ ຮ່າໂນ້ຍ, ປີ 2025, ດັດຊະນີປະຕິຮູບບໍລິຫານຂອງທັງສອງກຸ່ມ (ພະແນກຂະແໜງການ ແລະ ຕາແສງ) ລ້ວນແຕ່ມີການປັບປຸງດີຂຶ້ນຢ່າງຈະແຈ້ງ.
ທ່ານ ຫວູດ້າຍທັງ ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມ
(ພາບ: VOV1)

ຕອນເຊົ້າວັນທີ 31 ມີນາ, ນະຄອນຮ່າໂນ້ຍ ໄດ້ຈັດກອງປະຊຸມປະກາດໝາກຜົນ ດັດຊະນີກປະຕິຮູບການບໍລິຫານປີ 2025, ດັດຊະນີຄວາມເພິ່ງພໍໃຈຂອງປະຊາຊົນກ່ຽວກັບການຮັບໃຊ້ການບໍລິຫານຂອງບັນດາພະແນກ, ອົງການທຽບເທົ່າພະແນກ ແບະ ຄະນະກຳມະການປະຊາຊົນ ບັນດາຕາແສງ.

ຕາມການຕີລາຄາຂອງສະພາຕີລາຄາດັດຊະນີການປະຕິຮູບການບໍລິຫານ ນະຄອນ ຮ່າໂນ້ຍ, ປີ 2025, ດັດຊະນີປະຕິຮູບບໍລິຫານຂອງທັງສອງກຸ່ມ (ພະແນກຂະແໜງການ ແລະ ຕາແສງ) ລ້ວນແຕ່ມີການປັບປຸງດີຂຶ້ນຢ່າງຈະແຈ້ງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຫວູດ້າຍທັ້ງ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຢັ້ງຢືນວ່າ ວຽກງານປະຕິຮູບການບໍລິຫານຂອງບັນດາພະແນກ, ອົງການທຽບເທົ່າພະແນກ, ບັນດາຕາແສງ ມີການຜັນປ່ຽນຢ່າງຕັ້ງໜ້າ ໂດຍປະຊາຊົນ, ອົງການຈັດຕັ້ງ ແລະ ວິສາຫະກິດຮັບຮູ້ເທົ່າລະກ້າວ, ປະກອບສ່ວນສຳຄັນເຂົ້າໃຈການຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງນະຄອນ. ທ່ານໃຫ້ຮູ້ວ່າ:

ບັນດາອົງການ, ຫົວໜ່ວຍຕ້ອງສຸມໃສ່ປະຕິຮູບຢ່າງແທ້ຈິງບົນເສົາຄ້ຳຫຼັກ. ໃນນັ້ນເອົາໃຈໃສ່ເປັນພິເສດເຖິງການປະຕິຮູບລະບອບລະບຽບການ, ການປະຕິບັດລະບຽບການບໍລິຫານ… ສືບຕໍ່ເຮັດໃຫ້ອົງການ, ກົນຈັກບໍລິຫານກະທັດລັດລົງ, ຍົກສູງລະດັບຄວາມຮູ້ຂອງພະນັກງານ, ລັດຖະກອນ, ປ່ຽນແປງໃໝ່ລະບົບວຽກງານພາກລັດ ຕາມທິດຕີລາຄາຕາມໝາກຜົນ, ຍູ້ແຮງການຫັນເປັນດີຈີຕອນ, ສ້າງອຳນາດການປົກຄອງດີຈີຕອນ ແລະ ທຸກໜ້າທີ່ກຳນົດຜະລິດຕະພັນສົ້ນອອກມີດັດຊະນີ, ເວລາປະຕິບັດສຳເລັດຢ່າງຈະແຈ້ງ.

TAG
VOV/VOVworld/ດັດ​ຊະ​ນີ/ກ​ານ​ປະ​ຕິ​ຮູ​ບ​ການ​ບໍ​ລິ​ຫານ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ