logo

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລີມ: ບໍ່​ປະ​ໃຫ້​ເກີດ​ສະ​ພາບ​ການ​ຊັກ​ຊ້າ​ໃນ​ການ​ຫັນ​ບັນ​ດາ​ແຜນ​ນະ​ໂຍ​ບາ​ຍ​ຂອງ​ພັກ​ເປັນ​ລະ​ບອບ​ລະ​ບຽບ​ການ

2026/3/31 | 14:58:51
(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ຮຽກຮ້ອງຄະນະພັກສະພາແຫ່ງຊາດ ສືບຕໍ່ຊີ້ນຳນຳພາ, ເຊື່ອມຊືມ ແລະ ຜັນຂະຫຍາຍປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກຢ່າງມີໄຊ.
ທ່ານໂຕເລິມ ເລຂາທິການໃຫຍ່ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VOV1)

ຕອນບ່າຍວັນທີ 31 ມີນາ, ຢູ່ຫໍສະພາແຫ່ງຊາດ, ທ່ານໂຕເລິມ ເລຂາທິການໃຫຍ່, ຫົວໜ້າຄະນະກວດກາເລກ 10 ຂອງກົມການເມືອງ ໄດ້ເປັນປະທານການເຮັດວຽກຮັບຮອງເອົາຮ່າງບົດລາຍງານຕິດຕາມກວດກກາບັ້ນທີ 1 ແລະ ຜັນຂະຫຍາຍຂໍ້ຕົກລົງກວດກກາບັ້ນທີ 2 ຂອງກົມການເມືອງ ຕໍ່ຄະນະປະຈຳຄະນະພັກສະພາແຫ່ງຊາດ.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ໂຕເລິມ ຮຽກຮ້ອງຄະນະພັກສະພາແຫ່ງຊາດ ສືບຕໍ່ຊີ້ນຳນຳພາ, ເຊື່ອມຊືມ ແລະ ຜັນຂະຫຍາຍປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກຢ່າງມີໄຊ, ກຳນົດຢ່າງຈະແຈ້ງວ່ານີ້ແມ່ນວຽກງານເປັນປະຈຳໃນຕະຫຼອດອາຍຸການ; ການຜັນຂະຫຍາຍຕ້ອງຕິດພັນກັບແຕ່ລະໂຄງການ, ແຜນການປະຕິບັດງານ, ແຕ່ລະນະໂຍບາຍຊີ້ຂາດລະອຽດ, ແຕ່ລະໝາກຜົນຂອງການປະຕິບັດ, ຮັບປະກັນມະຕິຕ້ອງເຂົ້າສູ່ຊີວິດຕົວຈິງຢ່າງແທ້ຈິງ. ທ່ານເລຂາທິການໃຫຍ່ໂຕເລິມ ເນັ້ນໜັກວ່າ:

ຕ້ອງຫັນຜົນສຳເລັດຂອງການເລືອກຕັ້ງກາຍເປັນຄວາມຮັບຜິດຊອບ ແລະ ການກະທຳລະອຽດຂອງສະພາແຫ່ງຊາດ ແລະ ບັນດາສະມາຊິກສະພາແຫ່ງຊາດໃນອາຍຸການຊຸດທີ XVI. ບັນດາແຜນນະໂຍບາຍ, ນະໂຍບາຍໃຫຍ່ຂອງພັກຕ້ອງໄດ້ຫັນປ່ຽນກາຍເປັນບັນດາໂຄງການກໍ່ສ້າງກົດໝາຍ, ບັນດາມະຕິລະອຽດ, ມີຄວາມເປັນໄປໄດ້ສູງ, ບໍ່ປະໃຫ້ເກີດສະພາບການປະຕິບັດການຫັນບັນດາແຜນນະໂຍບາຍຂອງພັກເປັນລະບອບລະບຽບການຢ່າງຊັກຊ້າ, ບໍ່ປະໃຫ້ລະບອບລະບຽບການກາຍເປັນຈຸດອຸດຕັນຂອງການພັດທະນາ.

TAG
VOV/VOVworld/ລະ​ບອບ​ລະ​ບຽບ​ການ/ສະ​ພາ​ແຫ່ງ​ຊາດ/ກົດ​ໝາຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ