logo

4 ປະ​ເທດ​ເອີ​ຣົບ ກ່າວ​ປະ​ນາມ​ສະ​ພາ​ວະ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ

2025/11/28 | 09:03:29
(VOVWORLD) -  ວັນທີ 27 ພະຈິກ, ບັນດາປະເທດຄື ອັງກິດ, ຝລັ່ງ, ເຢຍລະມັນ ແລະ ອີຕາລີ ໄດ້ອອກຖະແຫຼງການຮ່ວມກ່າວປະນາມຢ່າງແຮງຕໍ່ສະພາວະໃຊ້ຄວາມຮຸນແຮງຕໍ່ກັບຊາວ ປາແລັດສະຕິນ ທີ່ພວມເກີດຂຶ້ນຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ.

  ຖະແຫຼງການຮ່ວມຮຽກຮ້ອງໃຫ້ລັດຖະບານ ອິດສະຣາແອັນ ປະຕິບັດບັນດາພັນທະທີ່ຖືກຕ້ອງຕາມກົດໝາຍສາກົນ ແລະ ປົກປ້ອງປະຊາຊົນ ປາແລັດສະຕິນ ຢູ່ບັນດາເຂດດິນແດນທີ່ຖືກຢຶດຄອງ, ພ້ອມທັງເນັ້ນໜັກວ່າ ອຳນາດການປົກຄອງຕ້ອງຮັບປະກັນຄວາມຮັບຜິດຊອບອະພິປາຍ, ສືບສວນຫາຄວາມຮັບຜິດຊອບຂອງບຸກຄົນທີ່ກໍ່ໂທດກຳນັ້ນ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງດ້ວຍວິທີແກ້ໄຂກົກປາຍສາຍເຫດຂອງບັນຫານີ້. ອັງກິດ, ຝລັ່ງ, ເຢຍລະມັນ ແລະ ອີຕາລີ ຢັ້ງຢືນຄືນຄວາມຄັດຄ້ານສຳລັບທຸກຮູບແບບໂຮມດິນແດນຢູ່ຝລັ່ງຕາເວັນຕົກ, ພ້ອມທັງຮຽກຮ້ອງໃຫ້ ອິດສະຣາແອັນ ປ່ຽນຂໍ້ຕົກລົງສ້າງເຮືອນຢູ່ຫຼັງໃໝ່ຢູ່ໃນເຂດຕັ້ງຖິ່ນຖານ E1 ຢູ່ທາງທິດຕາເວັນອອກ Jerusalem.

        ຖະແຫຼງການຮ່ວມຂອງ ອັງກິດ, ຝລັ່ງ, ເຢຍລະມັນ ແລະ ອີຕາລີ ໄດ້ຍົກອອກມາໃນສະພາບການຄວາມຮຸນແຮງຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນເພີ່ມຂຶ້ນຢ່າງແຮງໃນໄລຍະຜ່ານມາ, ດ້ວຍບັນດາການບຸກໂຈມຕີຂອງກອງທັບ ແລະ ຊາວ ອິດສະຣາແອັນ ມາຕັ້ງຖິ່ນຖານ ທີ່ໄດ້ເລັ່ງໃສ່ຊາວ ປາແລັດສະຕິນ. (ມິງໂງ - ນັກຂ່າວ VOV ປະຈຳ ອີຢິບ)

TAG
VOV/VOVworld/​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ/​ສະ​ພາ​ວະ​ໃຊ້​ຄວາມ​ຮຸນ​ແຮງ​/ຊາວ ປາ​ແລັດ​ສະ​ຕິນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ