logo

4 ເດືອນຕົ້ນປີທຶນ FDI ເພີ່ມຂຶ້ນສູງ, ບັນລຸກ່ວາ 4,2 ຕື້ USD

2012/4/26 | 08:33:26
ກົ​ມ​ໃຫຍ່​ສະຖິຕິ​ຫວຽດນາມໃຫ້​ຮູ້​ວ່າ: ການ​ດຶງ​ດູດ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ​ບັນລຸ​ກ່ວາ 4,2 ຕື້ USD, ​ເທົ່າ​ກັບ 70% ​ເມືອ​ທຽບ​​ໃສ່​ໄລຍະ​ດຽວກັນ​ຂອງ​ປີ​ກາຍ

ອະສັງ​ຫະລິ​ມະ​ຊັບ​ຍັງ​ຍື່ນ​ອັນ​ດັບ​ໜຶ່ງ​ໃນ​ບັນດາ​ຂົງ​ເຂດ​ດຶງ​ດູດ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​

(vovworld) - ກົ​ມ​ໃຫຍ່​ສະຖິຕິ​ຫວຽດນາມໃຫ້​ຮູ້​ວ່າ: ການ​ດຶງ​ດູດ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ​ບັນລຸ​ກ່ວາ 4,2 ຕື້ USD, ​ເທົ່າ​ກັບ 70% ​ເມືອ​ທຽບ​​ໃສ່​ໄລຍະ​ດຽວກັນ​ຂອງ​ປີ​ກາຍ. ຂົງ​ເຂດ​ດຳ​ເນີນ​ທຸລະ​ກິດ​ອະສັງ​ຫະລິ​ມະ​ຊັບ​ຍັງ​ຍື່ນ​ອັນ​ດັບ​ໜຶ່ງ​ໃນ​ບັນດາ​ຂົງ​ເຂດ​ດຶງ​ດູດ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ໃນ​ຊຸມ​ເດືອນ​ຕົ້ນ​ປີ ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​​ແມ່ນກ່ວາ 1,5 ຕື້ USD. ​ໃນ​ຈຳນວນ​ບັນ​ດາ​ແຂວງ, ນະຄອນ ທີ່​ຂຶ້ນ​ກັບ​ສູນ​ກາງ​ທີມີ​ໂຄງການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​​ເຊິ່ງຫາ​ກໍ​ຮັບ​​ໜັງສືໃບ​ອະນຸຍາດ​​ໃໝ່ນັ້ນ, ​ແຂວງ ບິນ​ເຢືອງ ມີ​​ຈຳນວນທຶນ​ຈົດ​ທະບຽນ​ຫຼາຍ​ສຸດ, ຖັດມາ​ແມ່ນ ຫາຍ​ຟ່ອງ, ກວາງ​ນິນ, ນິນ​ບິນ.​.​.​ ປະຈຸ​ບັນ, ຍີ່ປູ່​ນ ​ແມ່ນ​ນັກ​ລົງທຶນ​​ລາຍໃຫຍ່ທີ​ສຸດ​ໃນ​ຈຳນວນ​ບັນດາ​ປະ​ເທດ ​ແລະ ​ເຂດ​ແຄ້ວ​ນທີ່​ມີ​ໂຄງການ​ລົງທຶນ​ເຂົ້າຫວຽດນາມໄດ້​ຮັບ​ໜັງສື​ອະນຸຍາດ​ໃໝ່​, ກວມ​ເຖິງ 76% ຍອດ​ຈຳນວນທຶນ​ໄດ້ຈົດ​ທະບຽນ​ໃໝ່.

TAG
FDI/ອະສັງ​ຫະລິ​ມະ​ຊັບ​

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ