ໃນຖະແຫຼງການຮ່ວມທີ່ໄດ້ຍົກອອກມາໃນວັນທີ 19 ມີນາ, 6 ປະເທດລວມມີ: ຝລັ່ງ, ອັງກິດ, ເຢຍລະມັນ, ອີຕາລີ, ໂຮນລັງ ແລະ ຍີ່ປຸ່ນຢັ້ງຢືນວ່າ “ກຽມພ້ອມແລ້ວທີ່ຈະປະກອບສ່ວນເຂົ້າບັນດາຂໍ້ລິເລີ່ມເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງໃນການເດີນເຮືອຢູ່ຊ່ອງແຄບທະເລ Hormuz. ບັນດາປະເທດນີ້ພ້ອມທັງກ່າວເຕືອນການກະທຳທີ່ມີຄວາມສ່ຽງເຮັດໃຫ້ແຫຼ່ງສະໜອງນ້ຳມັນທົ່ວໂລກຖືກຂາດວັກຂາດຕອນ, ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງລະຫງັບໃຈ ແລະ ຢຸດຕິບັນດາການເຄື່ອນໄຫວເຮັດໃຫ້ຂາດສະຖຽນລະພາບ. ເຖິງວ່າ ຍັງບໍ່ທັນຍົກອອກແຜນການຜັນຂະຫຍາຍຢ່າງລະອຽດກໍ່ຕາມ, ແຕ່ກຸ່ມປະເທດນີ້ໃຫ້ຮູ້ວ່າບັນດາວິທີການອາດສາມາດປະຕິບັດໄດ້ລວມມີ: ເພີ່ມທະວີການມີໜ້າຂອງກອງທັບເຮືອ, ຈັດການລາດຕະເວນລວມ ຫຼື ໜູນຊ່ວຍການປ້ອງກັນກຳປັ່ນການຄ້າມທີ່ໄປຜ່ານພາກພື້ນນີ້.




