logo

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຮັດວຽກກັບບັນດາຄູ່ຮ່ວມມືແຖວໜ້າຂອງ ຫວຽດນາມ ກ່ຽວກັບນ້ຳມັນອາຍແກັດ

2026/3/25 | 11:01:27
(VOVWORLD) - ທ່ານ Alexander Novak, ຮອງນາຍົກລັດຖະມົນຕີ ໄດ້ຢືນຢັນວ່າ ຈະມານະພະຍາຍາມເພື່ອພ້ອມກັບບັນດາອົງການທີ່ກ່ຽວຂ້ອງ ສືບຕໍ່ຊຸກຍູ້ການຮ່ວມມືດ້ານນ້ຳມັນອາຍແກັດ, ພະລັງງານ, ປະກອບສ່ວນຜັນຂະຫຍາຍຂໍ້ຕົກລົງຂອງການນຳຂັ້ນສູງ 2 ປະເທດ.
(ທີ່ການເຮັດວຽກ)

        ຕອນບ່າຍວັນທີ 24 ມີນາ (ຕາມເວລາທ້ອງຖິ່ນ), ຢູ່ ມົດສະກູ, ສະຫະພັນ ລັດເຊຍ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໄປຢ້ຽມຢາມ, ເຮັດວຽກກັບບໍລິສັດ Zarubezhneft. ນີ້ແມ່ນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າຂອງ ຫວຽດນາມ ໃນຂົງເຂດນ້ຳມັນອາຍແກັດ, ໄດ້ຮ່ວມມືກັບກຸ່ມບໍລິສັດອຸດສາຫະກຳ - ພະລັງງານແຫ່ງຊາດ ຫວຽດນາມ (Petrovietnam) ພ້ອມກັບ 2 ບໍລິສັດຮ່ວມທຸລະກິດແມ່ນ Vietsovpetro (ຢູ່ ຫວຽດນາມ) ແລະ Rusvietpetro (ຢູ່ ລັດເຊຍ) ໃນການສຳຫຼວດທໍລະນີສາດ ແລະ ຂຸດຄົ້ນນ້ຳມັນ ມາເປັນເວລາກວ່າ 40 ປີ.

          ທີ່ການເຮັດວຽກ, ການນຳ Zarubezhneft ຢຶນຢັນຄວາມສາມາດບົ່ມຊ້ອນການຮ່ວມມືດ້ານພະລັງງານລະຫວ່າງສະຫະພັນ ລັດເຊຍ ແລະ ຫວຽດນາມ ແມ່ນໃຫຍ່ຫຼວງທີ່ສຸດ; ພ້ອມກັນນັ້ນ, ກໍ່ສະເໜີເປີດກວ້າງການຮ່ວມມືກັບບັນດາຄູ່ຮ່ວມມື ຫວຽດນາມ ໃນບັນດາຂົງເຂດໃໝ່. ສ່ວນຝ່າຍລັດຖະບານ ລັດເຊຍ, ທ່ານ Alexander Novak, ຮອງນາຍົກລັດຖະມົນຕີ ໄດ້ຢືນຢັນວ່າ ຈະມານະພະຍາຍາມເພື່ອພ້ອມກັບບັນດາອົງການທີ່ກ່ຽວຂ້ອງ ສືບຕໍ່ຊຸກຍູ້ການຮ່ວມມືດ້ານນ້ຳມັນອາຍແກັດ, ພະລັງງານ, ປະກອບສ່ວນຜັນຂະຫຍາຍຂໍ້ຕົກລົງຂອງການນຳຂັ້ນສູງ 2 ປະເທດ.

          ເມື່ອເປັນສັກຂີພິຍານໃຫ້ບັນດາວິສາຫະກິດ ຫວຽດນາມ ແລະ ສະຫະພັນ ລັດເຊຍ ລົງນາມສັນຍາໃນຂອບເຂດການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ 2 ຝ່າຍສືບຕໍ່ຊອກຫາມາດຈະການແກ້ໄຂເພື່ອຮ່ວມມືກັນຢ່າງແຮງກວ່າ, ຜັນຂະຫຍາຍຢ່າງວ່ອງໄວກວ່າ, ມີປະສິດທິຜົນກວ່າ, ເຂົ້າຮ່ວມການສ້າງໂຄງປະກອບຂະແໜງນ້ຳມັນອາຍແກັດທົ່ວໂລກຄືນໃໝ່.

TAG
VOV/VOVworld/​ຄູ່​ຮ່ວມ​ມື/ຂົງ​ເຂດ​ໃໝ່/ລັດ​ຖະ​ບານ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ